ໃນໂອກາດທີ່ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະ ນະນໍາກະຊວງ, ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ກອງບັນ ຊາການທະຫານແຂວງຫຼວງນ້ຳ ທາ ໃນວັນທີ 9 ຕຸລານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນ ຊາກອງບັນຊາການທະຫານ ແຂວງຫຼວງນ້ຳທາ ຈົ່ງພ້ອມກັນ ສຸມໃສ່ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຍຸດທະສາດພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8, ເພື່ອສູ້ຊົນພັດທະນາ ປະເທດຊາດໃຫ້ຫຼຸດພົ້ນຈາກສະ ຖານະພາບດ້ອຍພັດທະນາ,
ກ້າວ ສູ່ປະເທດພັດທະນາທີ່ມີລາຍຮັບ ປານກາງຫາສູງຕາມທິດພັດທະ ນາສີຂຽວ ແລະ ຍືນຍົງ, ພ້ອມ ດຽວກັນນັ້ນກໍສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່3 ຂັ້ນຂອງພັກ ແລະ ຜົນສຳເລັດ ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ດ້ວຍບັນຍາກາດຟົດ ຟື້ນກວ້າງຂວາງ, ເປັນເຈົ້າການ ຈັດຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ ແລະ ວຽກງານຈຸດ ສຸມຂອງກະຊວງປ້ອງກັນປະ ເທດໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ເພື່ອຮັບປະກັນສະ ຖຽນລະພາບທາງດ້ານການ ເມືອງ, ມີຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍໃນສັງ ຄົມກໍຄືທ້ອງຖິ່ນແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ພ້ອມທັງ ເນັ້ນໃຫ້ພະນັກງານຫຼັກແຫຼ່ງ ຕ້ອງເປັນເສນາທິການໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນທາງ ດ້ານວຽກງານສຶກສາອົບຮົມ ການເມືອງນຳພາແນວຄິດເປັນ ຫຼັກ, ສ້າງໃຫ້ພະນັກງານ-ນັກ ຮົບ, ມີຄຸນທາດການເມືອງໜັກ ແໜ້ນ,
ມີຄຸນສົມບັດສີນທຳປະຕິ ວັດ, ກ້າເຮັດກ້າຕັດສີນໃຈບົນພື້ນ ຖານລວມສູນປະຊາທິປະໄຕເຮັດ ວຽກເປັນໝູູ່ຄະນະບຸກຄົນຮັບ ຜິດຊອບ, ເອົາໃຈໃສ່ຫັນລົງກໍ່ ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ4 ຄາດໝາຍໄປຄຽງ ຄູ່ກັບການສຶກສາອົບຮົມພໍ່ແມ່ ປະຊາຊົນໃຫ້ເຂົ້າໃຈຕໍ່ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕາມແນວທາງນະໂຍບາຍຂອງ ພັກໃນໄລຍະໃໝ່. ເອົາໃຈໃສ່ປັບ ປຸງພື້ນຖານກົມກອງຂອງຕົນໃຫ້ ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນ ຕາມທິດສ້າງກອງທັບປະຕິວັດທີ່ ມີແບບແຜນ ແລະ ທັນສະໄໝຂຶ້ນ ຢ່າງບໍ່ຢຸດຢັ້ງ.
ໂດຍ: ວັນໄຊ ໄຊສະຫວັດ