ການນຳກະຊວງກະສິກຳ ແລະ ປ່າໄມ້ໄດ້ແນະນໍາໃຫ້ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນທ້ອງຖິ່ນ ແລະ ແກ້ໄຂສິ່ງແວດລ້ອມໃນຊຸມຊົນ ຢູ່ກອງປະຊຸມຄົ້ນຄົ້ວປຶກສາຫາລືກຽ່ວກັບບັນ ຫາການປູກໄມ້ວິກ ຂອງບໍລິສັດ ບົວລະພາ ຢູ່ ແຂວງວຽງຈັນ ວັນສຸກທີຜ່ານມາ 04/10/2019.
ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ໄດ້ກ່າວຕື່ມວ່າ ບໍລິສັດຕ້ອງໃຫ້ຮູ້ລະ ອຽດບ່ອນໃດແມ່ນດິນລັດ, ບ່ອນໃດແມ່ນດິນລວມບ້ານ ແລະ ບອນໃດແມ່ນດິນ ສ່ວນບຸກຄົນ. ຫຼັງຈາກນັ້ນຈຶ່ງຄ່ອຍເຮັດສັນຍາສຳປະທານໄປຕາມແຕ່ລະກໍລະນີ ຂອງດິນ, ສິ່ງສຳຄັນແມ່ນຢາກໃຫ້ບໍລິສັດເນັ້ນການແກ້ໄຂຄວາມທຸກຍາກຂອງປະຊາ ຊົນທ້ອງຖີ່ນ ແລະ ແກ້ໄຂສິ່ງແວດລ້ອມໃນຊຸມຊົນເປັນຫຼັກ ໂດຍໃຫ້ມີການ ຕິດພັນ ກັບການລົງທືນປຸກໄມ້ອຸດສາຫະກໍາຢູ່ແຕ່ລະບ່ອນ.
ທ່ານ ກ່າວຕື່ມວ່າ: ການສຳຫຼວດຈັດສັນທີ່ດິນແຕ່ລະປະເພດແມ່ນສະເໝີໃຫ້ທາງບໍລິສັດຊ່ວຍເປັນທືນທາງກະຊວງຈະສົ່ງວິຊາການມາສົມທົບກັບພະແນກກະສິກຳປ່າໄມ້ ແຂວງວຽງຈັນ ເພື່ອພ້ອມກັນລົງສຳຫຼວດຈັດສັນທີ່ດິນແຕ່ລະປະເພດໃຫ້ລະອຽດ. ນິຕິກຳການສົ່ງ ເສີມການປູກໄມ້ຢູ່ລາວແມ່ນລະອຽດຈະແຈ້ງແລ້ວ ແຕ່ຂອດການປະຕິບັດແມ່ນມີ ບັນຫາ ຍ້ອນບໍ່ມີການຈັດສັນດິນທີ່ລະອຽດຢູ່ໃນລະດັບບ້ານ, ເມືອງ ແລະ ແຂວງ ຊຶ່ງດິນກະສິກຳຢູ່ທົ່ວປະເທດມີ 4,5 ລ້ານເຮັກຕາ ແຕ່ບໍ່ຮູ້ລະອຽດວ່າຢູ່ໃສແດ່. ນອກນັ້ນ ການປະຕິບັດນະໂຍບາຍການສົ່ງເສີມການລົງທືນຍັງຊັກຊ້າ ແລະ ເຮັດໃຫ້ ນັກລົງທືນໜີຈາກປະເທດລາວໄປລົງທືນຢູ່ປະເທດມຽນມາ ແລະ ກຳປູເຈຍເປັນ ສ່ວນໃຫ່ຍ.
ກອງປະຊຸມຄົ້ນຄົ້ວປຶກສາຫາລືກຽ່ວກັບບັນຫາການປູກໄມ້ວິກຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ ຈຳກັດຢູ່ ແຂວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງແຂວງວຽງຈັນ ໂດຍມີທ່ານຫົວໜ້າພະແນກ ການທີ່ກຽ່ວຂ້ອງ, ທ່ານຜູ້ຕາງໜ້າຈາກເມືອງເປົ້າໜາຍ, ວິຊາການຈາກກະຊວງ ແລະ ຜູ້ຕາງໜ້າຈາກບໍລິສັດບົວລະພາເຂົ້າຮ່ວມ.
ສະເພາະຢູ່ແຂວງວຽງຈັນ ບໍລິສັດບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໄດ້ລົງທືນ ປູກຕົ້ນໄມ້ວິກ ແລະ ໄມ້ກະຖີນນະລົງ ມາແລ້ວຢູ່ ເມືອງໂພນໂຮງ, ຫີນເຫີບ, ມື່ນ ແລະ ເມືອງແກ້ວອຸດົມ ແລະ ກຳລັງສ້າງໂຮງງານໄມ້ອັດ ເພື່ອຮອງຮັບໄມ້ຂອງ ບໍລິສັດຢູ່ບ້ານໂພນສູງ-ຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ ເປັນໂຮງງານທີ່ ທັນສະໄໝ ແລະ ຄົບວົງຈອນ ສາມາດຮອງຮັບໄມ້ໄດ້ 50,000 ແມັດກ້ອນຕໍ່ປີ, ມີມູນຄ່າການກໍ່ສ້າງຫຼາຍກວ່າ 12 ລ້ານໂດລາ ສະຫະລັດ ແລະ ຈະໃຊ້ເວລາໃນ ການກໍ່ສ້າງ 2 ປີ ແລະ ກຳລັງຈະໄດ້ຮັບສຳປະທານດິນຈາກລັດ 2,000 ເຮັກຕາ ຢູ່ແຂວງວຽງຈັນ.
ຂາ່ວ-ພາບ : ສົມພາວັນ