ພິທີມອບ-ຮັບກຳລັງພົນລະ ຫວ່າງກອງພັນ 615 ທະຫານ ແຂວງບໍລິຄຳໄຊ ແລະ ກອງພັນ ໃຫຍ່ 621 ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້, ຢູ່ທີ່ສະໂມສອນຂອງ ກອງພັນ 615 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນ ໃຫຍ່ໜ້າດິນ, ກົມໃຫຍ່ເສນາທິ ການກອງທັບ, ມີຄະນະຫ້ອງ 5 ຫ້ອງ, ຄະນະກອງພັນໃຫຍ່ 621 ແລະ ຄະນະກອງພັນ 615 ພ້ອມດ້ວຍ ພະນັກງານ-ນັກຮົບເຂົ້າຮ່ວມ.

 

ສະຫາຍ ພັນໂທ ແສງຟອງ ທິບ ທິລາດ ຫົວໜ້າພະແນກສັງ ລວມ, ກົມປືນໃຫຍ່ໜ້າດິນ ກໍໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກົມ ໃຫຍ່ເສນາທິການກອງທັບ ວ່າດ້ວຍການໂອນ-ມອບຈຳນວນ ພົນ, ອາວຸດກະສຸນ ແລະ ພື້ນຖານ ໂຄງລ່າງກອງຮ້ອຍ 3 ກອງພັນ 615 ທະຫານແຂວງບໍລິຄຳໄຊ ໃຫ້ຂຶ້ນກັບກອງພັນໃຫຍ່ 621ແລະ ຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ, ສະບັບເລກທີ 4134/ກມທ, ລົງວັນທີ 5 ສິງຫາ 2019 ວ່າດ້ວຍການແຕ່ງຕັ້ງຄະ ນະບັນຊາກອງພັນນ້ອຍປ້ອງກັນ ທີ່ຕັ້ງທີ່ຂຶ້ນກັບກອງພັນໃຫຍ່ 621, ຈາກນັ້ນ ສະຫາຍ ພັນເອກ ຄຳສາຍ ພັນດານຸວົງ ກໍໄດ້ຂຶ້ນ ກ່າວມອບກອງຮ້ອຍດັ່ງກ່າວໃຫ້ ກັບກອງພັນໃຫຍ່ 621 ແລະ ສະ ຫາຍ ພັນເອກ ວິລະຈິດ ວິລາວົງ ກໍໄດ້ຂຶ້ນກ່າວຮັບ ແລະ ກ່າວຄຳ ຂອບໃຈທີ່ກອງບັນຊາການທະ ຫານແຂວງບໍລິຄຳໄຊ ທີ່ໄດ້ປະ ກອບກຳລັງພົນ ໃຫ້ກອງພັນ ໃຫຍ່ 621.

ໃນພິທີຍັງໄດ້ຮັບຟັງການໂອ້ ລົມຂອງສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນສະພາບການຂອງ ໂລກ, ພາກພື້ນທີ່ຍັງມີຄວາມສັບ ສົນ, ດັ່ງນັ້ນພັກ-ລັດຂັ້ນເທິງຈຶ່ງ ເຫັນຄວາມໝາຍ, ຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່ສະເພາະກໍແມ່ນການ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ທັບປະຊາຊົນລາວ ແລະ ໄດ້ມີ ການສ້າງຕັ້ງກອງພັນໃຫຍ່ 621 ຂຶ້ນພ້ອມທັງມີການໂອນ-ມອບ ແລະ ແຕ່ງຕັ້ງພະນັກງານບັນ ຊາຕາມແຕ່ລະຕຳແໜ່ງ, ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະກອງພັນ ໃຫຍ່ຕ້ອງເລັ່ງໃສ່ປັບປຸງພື້ນຖານ ໂຄງລ່າງໃນທຸກຂົງເຂດວຽກ ງານໃຫ້ມີຄວາມໜັກແໜ້ນ ເຂັ້ມ ແຂງ ເພື່ອເຮັດສຳເລັດໜ້າທີ່ ທີ່ ພັກ-ລັດຂັ້ນເທິງມອບໝາຍໃຫ້.

ໂດຍ: ສີທອງ ຈັນທະວົງ

 

Leave a Reply

Your email address will not be published. Required fields are marked *