ວັນທີ 3 ຕຸລາ 2019 ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງພູຄູນ ແຂວງຫຼວງພະບາງ ມີທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ແລະ ທ່ານ ສິງຕັນ ໄຊລືຊົງ ສະມາຊິກສະພາແຫ່ງຊາດ ຮອງປະທານສະພາປະຊາຊົນ ແຂວງຫຼວງພະບາງ ອຳນາດການປົກຄອງ ແລະ ປະຊາຊົນພາຍເມືອງພູຄູນໃຫ້ ການຕ້ອນຮັບ.
ໂອກາດນີ້ ໄດ້ຮັບຟັງລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ?ສັງຄົມຂອງເມືອງ ຈາກທ່ານ ວຽງທອງ ຫັດສະຈັນ ໂດຍລວມເມືອງພູຄູນມີຄວາມເປັນລະບຽບຮຽບຮ້ອຍ ມີສະຖຽນລະພາບທາງດ້ານການເມືອງ ມີຄວາມສະຫງົບໂດຍພື້ນຖານ ເສດຖະກິດມີການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 9,2% ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 12,62 ລ້ານກີບ ທຽບໃສ່ແຜນການ 5 ປີ ຄັ້ງທີ 3 ຂອງເມືອງ ປີ 2020 ປະຕິ ບັດ 81,68% ທົ່ວເມືອງມີ 40 ບ້ານ ແບ່ງອອກເປັນ 7 ກຸ່ມບ້ານ ມີ 4.354 ຄອບຄົວ ພົນລະເມືອງທັງໝົດ 25.957 ຄົນ ຍິງ 12.643 ຄົນ.
ຈາກນັ້ນ ທ່ານປະທານສະພາແຫ່ງຊາດໄດ້ເນັ້ນໃຫ້ຄະນະພັກ ຄະນະນຳທຸກຂັ້ນຈົ່ງສືບຕໍ່ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຕ້ານປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສຸມໃສ່ສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ ປັບປຸງອົງການປົກຄອງບ້ານ ໂດຍສຸມໃສ່ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານສາມສ້າງ ແນໃສ່ສ້າງພື້ນຖານໂຄງລ່າງໃນຊົນນະບົດໄດ້ຮັບການພັດທະນາ ສ້າງອາຊີບທີ່ໝັ້ນທ່ຽງຕາມທ່າແຮງ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ການຄຸ້ມຄອງລັດ ປັບປຸງກົງຈັກ?ການຈັດຕັ້ງລັດໃຫ້ມີຄວາມເຂັ້ມ ແຂງ ດ້ານກະສິກຳໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຊຸກຍູ້ນຳເອົາແນວພັນ ເຕັກນິກວິຊາການລົງນຳພາປະຊາຊົນ ແລະ ກຳນົດຈຸດສຸມ ສ້າງເປັນກຸ່ມຜະລິດ ອີງໃສ່ທ່າແຮງຂອງແຕ່ລະເຂດ ໂດຍເນັ້ນກະສິກຳສະອາດ ພ້ອມນີ້ ການກໍ່ສ້າງພັກ?ພະນັກງານສືບທອດປ່ຽນແທນຕ້ອງສ້າງຄົນທີ່ມີຄຸນນະພາບ ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະຊາຊົນ ມີຄຸນສົມ ບັດສິນທຳປະຕິວັດ ແລະ ມີຄວາມຮູ້ຄວາມສາມາດ ເພື່ອກະກຽມບຸຄະລາກອນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້າ.
ໂອກາດທີ່ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງພູຄູນຄັ້ງນີ້ ທ່ານໄດ້ລົງພື້ນທີ່ເພື່ອຕິດຕາມຄວາມຄືບໜ້າ ໂຄງການບຸກເບີກສະຖານທີ່ຈັດສັນທີ່ຢູ່ອາໄສ ໃຫ້ຄອບຄົວປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ ປີ 2018 ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນມິຖຸນາ 2019 ເປັນຕົ້ນມາ ມີເນື້ອທີ່ທັງໝົດ 54.960 ຕາແມັດ ມູນຄ່າ 3,6 ຕື້ກີບ ເປັນທຶນຂອງລັດຖະບານ ໂດຍແມ່ນບໍລິສັດ ລີຊື້ຄຳມ່ວນກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ປັດຈຸບັນການບຸກເບີກສຳເລັດ 60% ຈາກນັ້ນ ຍັງໄດ້ລົງຢ້ຽມຊົມສວນຜັກກະລ່ຳປີຂອງປະຊາຊົນບ້ານລ້ອງໝ້ຽງ ແລະ ສວນຈຳໜ່າຍເບ້ຍສະຕໍເບີຣີຂອງປະຊາຊົນບ້ານພູສູງ ເຊິ່ງເປັນພືດເສດຖະກິດທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນ.