ໃນວັນທີ 7 ຕຸລາ 2019, ທີ່ແຂວງສະຫວັນນະເຂດ, ບັນດາຮອງເຈົ້າແຂວງ ແລະ ຕົວແທນຈາກຄະນະກຳມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ ແລະ ເດັກ ຈາກແຂວງຕ່າງໆທົ່ວສປປ ລາວ, ຮ່ວມກັບກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງພາຍໃນ ໄດ້ມາປະຊຸມຮ່ວມກັນເພື່ອປຶກສາຫາລື ແລະ ເພື່ອປະເມີນຄວາມຄືບຫນ້າ ແລະ ສິ່ງທ້າທາຍໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເປົ້າ ໝາຍການພັດທະນາແບບຍືນຍົງ, ລວມເຖິງ ພາລະບົດບາດຂອງແຂວງໃນການເລັ່ງລັດການປະຕິບັດສິດທິຂອງເດັກທຸກຄົນຢູ່ສປປ ລາວ.
ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ມີທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຮອງປະທານຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ, ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ອົກຕາວຽນ ບີໂວນ,ຜູ້ຕາງຫນ້າອົງການຢູນີເຊັບປະຈໍາລາວ. ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຂະບວນການຕ່າງໆໃນໂອກາດວັນຄົບຮອບ 30 ປີ ແຫ່ງສົນທິສັນຍາວ່າດ້ວຍສິດທິເດັກ ແລະ ຮັບຮອງເອົາຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງທົ່ວປະເທດເພື່ອນຳໄປກ່າວໃນກອງປະຊຸມລະດັບສູງໃນໂອກາດວັນຄົບຮອບ 30 ປີແຫ່ງສົນທິສັນຍາວ່າດ້ວຍສິດທິເດັກທີ່ ນະຄອນຫລວງວຽງຈັນ, ໃນວັນທີ່ 11 ພະຈິກ 2019 ທີ່ຈະມາເຖິງນີ້.
ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ແລະ ຮອງປະທານຄະນະ ກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ, ເຖິງແມ່ນວ່າລາວຈະມີຜົນສຳເລັດຫລາຍດ້ານກໍ່ຕາມ, ແຕ່ເດັກໃນ ສປປ ລາວ ຍັງມີແນວໂນ້ມຖືກປະລະຂ້ອນຂ້າງສູງຢູ່ ອີງຕາມບົດລາຍງານເປົ້າໝາຍການພັດທະນາແບບຍືນຍົງ ແລະ ການປະເມີນຜົນຄວາມຄືບຫນ້າຂອງສະພາບຊີວິດການເປັນຢູ່ທີ່ດີຂອງເດັກລາວ, ປະມານ 71 ສ່ວນຮ້ອຍຂອງເດັກອາຍຸຕໍ່າກວ່າ 18 ປີແມ່ນຖືກປະລະຢ່າງໜ້ອຍ 2 ດ້ານ ເຊັ່ນ: ໂພຊະນາການ, ສຸຂະພາບ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂາພິບານ, ບ່ອນຢູ່ອາໃສ ແລະ ຂໍ້ມູນຂ່າວສານ.
ໃນວັນທີ 20 ພະຈິກປີ 2019ນີ້, ເປັນປີໜຶ່ງທີ່ມີຄວາມຫມາຍສໍາຄັນທີ່ບັນດາປະຊາຊາດໃນທົ່ວໂລກ ກໍ່ຄືບັນດາປະເທດລັດພາຄີໃນ 197 ປະເທດໄດ້ໃຫ້ສັດຕະຍາບັນເປັນພາຄີຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ແລະພວມກະກຽມຂະບວນການສະເຫລີມສະຫລອງວັນຄົບຮອບ 30 ປີ ຂອງການຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ (20 ພະຈິກ 1989-20 ພະຈິກ 2019); ສໍາລັບ ສປປ ລາວ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ, ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງພາຍໃນ ແລະ ກະຊວງອື່ນທີ່ກ່ຽວຂ້ອງ ລວມທັງ ພາກເອກະຊົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ຕົວແທນເດັກທົ່ວປະເທດ ໄດ້ຈັດກອງປະຊຸມຕ່າງໆ ເພື່ອຍົກສູງຄວາມຮູ້ຄວາມເຂົ້າໃຈກ່ຽວກັບສິດທິເດັກ ແລະ ສະຫນັບສະຫນູນການດຳເນີນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເປົ້າຫມາຍການພັດທະນາແບບຍືນຍົງ.
ຂ່າວ;ພາບ: ຈັນທະສອນ ສີຫານາດ