ປີ 2019 ດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຮັບຕົວເລກມອບໝາຍ ຈໍານວນ 130 ຕື້ກີບ,

ຜ່ານການຈັດຕັ້ງປະຕິບັັດຕົວຈິງໃນ 9 ເດືອນປີ 2019 ບໍ່ສາມາດບັນລຸຕາມແຜນ ເຊິ່ງສາມາດປະຕິບັດໄດ້ພຽງແຕ່ 77,55 ຕື້ກີບ ເທົ່າກັບ 59,65% ຂອງແຜນການປີ,ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 9,84%,

ຄິດເປັນເງິນປະມານ 7,70 ຕື້ກວ່າກີບ. ສາ ເຫດຫລັກໆຍ້ອນການສົ່ງອອກ-ນຳເຂົ້າສິນຄ້າທຸກໝວດຫລຸດລົງ, ຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ການຍົກເກັບຄ່າພິເສດແຮ່ບາລິດ, ຫີນກາວ, ແຮ່ກົ່ວ ແລະ ອື່ນ

Leave a Reply

Your email address will not be published. Required fields are marked *