ຖະແຫລງການຮ່ວມ
ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ
ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມໃນສະພາບການໃໝ່
ເນື່ອງໃນໂອກາດ ຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຂອງ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
(ໃນລະຫວ່າງວັນທີ 01-03 ຕຸລາ 2019)

1. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດໍາເນີນການຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 01 – 03 ຕຸລາ 2019.

ໃນໄລຍະຢ້ຽມຢາມ, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ພົບປະສອງຝ່າຍ ແລະ ເຂົ້າຮ່ວມງານລ້ຽງ ເຊິ່ງເປັນກຽດຈັດໂດຍ ນາຍົກລັດຖະມົນຕີ ຫງວຽນ ຊັວນ ຟຸກ; ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຝູ້ ຈ໋ອງ; ພົບປະກັບ ປະທານສະພາແຫ່ງຊາດ ຫງວຽນ ທິ ກິມ ເງິນ; ວາງພວງມະລາ ຢູ່ ສຸສານປະທານ ໂຮ່ຈີມິນ ແລະ ອານຸສອນສະຖານນັກຮົບວິລະຊົນ; ຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາພື້ນຖານເສດຖະກິດ ແລະ ວັດທະນະທຳ ຈຳນວນໜຶ່ງ ທີ່ ນະຄອນດານັງ. ພ້ອມນີ້, ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານໃນພິທີລົງນາມ ແລະ ມອບຮັບເອກະສານຮ່ວມມື ຈຳນວນ 08 ສະບັບ (ເອກະສານຊ້ອນທ້າຍ).

2. ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ດ້ວຍຄວາມໄວ້ເນື້ອເຊື່ອໃຈກັນ, ການ ນໍາຂັ້ນສູງຂອງສອງປະເທດໄດ້ແຈ້ງໃຫ້ກັນຊາບ ສະພາບການພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະ ຕິບັດວຽກງານການຕ່າງປະເທດຂອງຕົນ ໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ໄດ້ແລກປ່ຽນຢ່າງເລິກເຊິ່ງ, ກົງໄປກົງມາ ກ່ຽວກັບບັນດາທິດທາງ, ມາດຕະການຕ່າງໆ ເພື່ອແນໃສ່ປັບປຸງ, ເພີ່ມທະວີສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນຕໍ່ໜ້າ. ສອງຝ່າຍຢືນຢັນຄືນວ່າ ຈະສືບຕໍ່ຄຽງບ່າຄຽງໄຫລ່ກັນສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ບົນເສັ້ນທາງແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ, ທັງໃນຂອບສອງຝ່າຍ ກໍຄືໃນເວທີພາກພື້ນ ແລະ ສາກົນ.

ບັນດາການນຳຂັ້ນສູງຂອງຫວຽດນາມ ໄດ້ສະແດງຄວາມຊົມເຊີຍບັນດາຜົນສຳເລັດທີ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ອ້າຍນ້ອງ ຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການຊີ້ນຳນຳພາ ຂອງ ພັກປະຊາຊົນ ປະຕິວັດລາວ, ພິເສດແມ່ນຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງ, ເພີ່ມທະວີວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແກ້ໄຂບັນຫາໄພພິບັດທາງທຳມະຊາດ ແລະ ເສີມຂະຫຍາຍເອກະລັກວັດທະນະທຳທີ່ດີງາມຂອງຊາດ. ພ້ອມທັງ, ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໄດ້ໃຫ້ ການຊ່ວຍເຫລືອປະຊາຊົນຫວຽດນາມ ຢ່າງທັນເວລາໃນເວລາທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດໃນໄລຍະຜ່ານມາ.
ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ ຕີລາຄາສູງບັນດາຜົນສຳເລັດທີ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ຕະຫລອດໄລຍະຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ທີ່ສະແດງອອກໃນ ການພັດທະນາເສດຖະກິດ-ສັງຄົມ, ຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກໂນໂລຊີ ລວມທັງການຍົກສູງຖານະບົດບາດ ຂອງ ຫວຽດນາມ ໃຫ້ນັບມື້ນັບສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ສາກົນ; ທັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງຫວຽດນາມ ຢ່າງຕໍ່ເນື່ອງໃນຫລາຍປີຜ່ານມາ. ນັບທັງການຊ່ວຍເຫລືອສຸກເສີນອັນລໍ້າຄ່າ ແລະ ທັນການໃນການແກ້ໄຂບັນຫາອຸທົກກະໄພໃນໄລຍະທີ່ຜ່ານມາ.

3. ໃນສະພາບການສາກົນ ແລະ ພາກພື້ນ ມີການຜັນແປຢ່າງສັບສົນ ແລະ ມີຄວາມທ້າທາຍ, ສອງຝ່າຍໄດ້ເນັ້ນໜັກຄວາມສຳຄັນ ທີ່ມີຄວາມໝາຍເປັນຕາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງຖືວ່າເປັນກົດເກນທີ່ບໍ່ປ່ຽນແປງ, ເປັນກຳລັງແຮງແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພາລະກິດປະຕິວັດຂອງແຕ່ລະປະເທດ; ໃນນັ້ນ ບັນດາຄົນຮຸ້ນສືບທອດຕ້ອງມີຄວາມຮັບຜິດຊອບໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ເພື່ອເຮັດໃຫ້ສາຍພົວພັນພິເສດອັນບໍລິສຸດພຸດຜ່ອງ, ຫາໄດ້ຍາກນີ້ ກ້າວຂຶ້ນຈຸດສຸດຍອດອັນໃໝ່ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

4. ບົນພື້ນຖານດັ່ງກ່າວ, ສອງຝ່າຍເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນການນໍາ, ແຕ່ລະລະດັບ ແລະ ໃນທຸກຊ່ອງທາງ ຕາມທິດກະທັດຮັດ, ມີປະສິດທິຜົນ, ແທດເໝາະຕົວຈິງ ແລະ ເອົາໃຈໃສ່ ໃນການແບ່ງປັນບົດຮຽນປະສົບການ ແລະ ຊອກຫາມາດຕະການແກ້ໄຂຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ; ຕິດຕາມກວດກາຢ່າງປົກກະຕິ ແລະເອົາໃຈໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງຜູ້ນຳຂັ້ນສູງ, ໂດຍສະເພາະແມ່ນໝາກຜົນການຢ້ຽມຢາມມິດຕະພາບຢ່າງເປັນທາງການຂອງເລຂາທິການໃຫຍ່, ປະທານປະ ເທດ ຫງວຽນ ຝູ້ ຈ໋ອງ (ເດືອນກຸມພາ 2019) ແລະ ຜົນສຳເລັດຂອງ ກອງປະຊຸມຄະນະກຳມະການຮ່ວມມື ລະຫວ່າງ ລັດຖະບານຄັ້ງທີ 41 (ທີ່ ຮ່າໂນ້ຍ, ເດືອນ ກຸມພາ 2019); ປັບປຸງ, ຍົກສູງປະສິດທິຜົນຂອງທຸກໆກົນໄກຮ່ວມມື. ສອງຝ່າຍເປັນເອກະພາບ ສືບຕໍ່ຊຸກຍູ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃຫ້ເປີດກວ້າງການຮ່ວມມືໂດຍກົງ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ຢ່າງທັນການໃນການພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມສະຫງົບ, ຄວາມມີສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢ່າງທັນການ ບົນພື້ນຖານມິດຕະພາບ ແລະ ຄວາມສາມັກຄີ.

5. ສອງຝ່າຍໄດ້ຢືນຢັນຄືນອີກເທື່ອໜຶ່ງກ່ຽວກັບ ຄວາມສໍາຄັນຂອງການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະຍາຍາມເປັນບ່ອນອີງທີ່ແໜ້ນແກ່ນຂອງກັນ ແລະ ກັນ ເພື່ອປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ, ດ້ານປ້ອງກັນຊາດເຊິ່ງນັບມື້ນັບມີຫລາກຫລາຍຮູບແບບ ແລະ ສັບສົນ, ເປັນເອກະພາບປະສານສົມທົບໃນການຈັດຕັ້ງປະຕິບັດບັນດາສັນຍາ ແລະ ຂໍ້ຕົກລົງສອງຝ່າຍ ກ່ຽວກັບເສັ້ນຊາຍແດນ.

ສອງຝ່າຍຮີບຮ້ອນຈັດຕັ້ງກອງປະຊຸມສະຫລຸບ ເພື່ອຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດທົດລອງຮູບແບບການກວດກາ “ຈຸດດຽວ, ຄັ້ງດຽວ” ຢູ່ດ່ານສາກົນແດນສະຫວັນ (ລາວ) – ລາວບາວ (ຫວຽດນາມ). ພ້ອມທັງ ຈັດຕັ້ງກອງປະຊຸມສະຫລຸບຕີລາຄາການປະຕິບັດຂໍ້ຕົກລົງຂອງສອງລັດຖະບານ ວ່າດ້ວຍການແກ້ໄຂຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ບໍລິເວນຊາຍແດນ (ລົງນາມ ວັນທີ 08 ກໍລະກົດ 2013) ພາຍໃນໄຕມາດ 4 ປີ 2019. ສອງຝ່າຍໄດ້ເປັນເອກະພາບນຳກັນ ໃນການສ້າງເງື່ອນໄຂສະດວກໃຫ້ຄົນຫວຽດນາມຢູ່ລາວ ແລະ ຄົນລາວຢູ່ຫວຽດນາມ ໄດ້ດຳລົງຊີວິດ, ທໍາມາຫາກິນ, ສຶກສາຮໍ່າຮຽນ ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຂອງແຕ່ລະປະເທດ ແລະ ຕາມປະເພນີປະຕິບັດຂອງສາກົນ. ສອງຝ່າຍເປັນເອກະພາບ ປະສານສົມທົບຈັດຕັ້ງບັນດາກິດຈະກຳ ເພື່ອສະເຫລີມສະຫລອງວັນມູນເຊື້ອທະຫານອາສະໝັກ ຫວຽດນາມ ແລະ ຊ່ຽວຊານ ຫວຽດນາມ ຊ່ວຍເຫລືອລາວ ຄົບຮອບ 70 ປີ (30 ຕຸລາ 1949 – 30 ຕຸລາ 2019) ໃຫ້ປະສົບຜົນສໍາເລັດ ເພື່ອເປັນການຈົດຈໍາຄຸນງາມຄວາມດີ ແລະ ການເສຍສະຫລະເລືອດເນື້ອຂອງຄົນຮຸ່ນກ່ອນ ແລະ ປະກອບສ່ວນສຶກສາຄົນຮຸ່ນໃໝ່ ກ່ຽວກັບຄວາມສາມັກຄີພິເສດທີ່ສະໜິດຕິດພັນລະຫວ່າງສອງຊາດ.

6. ສອງຝ່າຍ ເປັນເອກະພາບກັນ ສືບຕໍ່ຊຸກຍູ້ ແລະ ຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດ ທະນະທຳ, ວິທະຍາສາດ-ເຕັກໂນໂລຊີ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ; ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ການຕົກລົງຂອງການນຳຂັ້ນສູງ, ເອກະສານ, ແຜນການຮ່ວມມື ລະຫວ່າງສອງລັດຖະບານ, ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ມີມາດຕະການເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບ ຂອງບັນດາໂຄງການລົງທຶນ ຂອງຫວຽດນາມ ຢູ່ລາວ ກໍຄື ຂອງລາວ ຢູ່ ຫວຽດນາມ ແລະ ໂຄງການຮ່ວມມືສອງຝ່າຍອື່ນໆ. ໂດຍສະເພາະແມ່ນ ບົດບັນທຶກ ລະຫວ່າງ ລັດຖະບານລາວ ແລະ ລັດຖະ ບານຫວຽດນາມ ກ່ຽວກັບການຮ່ວມມືພັດທະນາບັນດາໂຄງການເຂື່ອນໄຟຟ້າ ຢູ່ ລາວ, ການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ ແລະ ການຊື້-ຂາຍໄຟຟ້າ ຄັ້ງວັນທີ 05 ຕຸລາ 2016; ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືຢ່າງຕັ້ງໜ້າດ້ານການຄ້າສອງຝ່າຍໃນໄລຍະຜ່ານມາ; ເປັນເອກະພາບເອົາໃຈໃສ່ຊຸກຍູ້, ເປີດກວ້າງ ແລະ ຍົກສູງປະສິດທິພາບການຮ່ວມມື, ສູ້ຊົນເຮັດໃຫ້ມູນຄ່າການຄ້າຂະຫຍາຍໂຕຢ່າງສະໝໍ່າສະເໜີ ໃນລະດັບ 10%-15% ຕໍ່ປີ ຕາມແຜນການທີ່ວາງໄວ້; ເປີດກວ້າງ ແລະ ສົ່ງເສີມກິດຈະກໍາການຄ້າດ້ວຍຫລາກຫລາຍຮູບແບບ; ຊຸກຍູ້ການຮ່າງ ແລະ ລົງນາມ ໃນບົດບັນທຶກ ຂໍ້ຕົກລົງ ວ່າດ້ວຍການພັດ ທະນາ ແລະ ການເຊື່ອມໂຍງໂຄງລ່າງພື້ນຖານການຄ້າຊາຍແດນ. ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ເປັນເອກະພາບໃນການຈັດກອງປະຊຸມພົບປະກັບບັນດາວິສາຫະກິດຫວຽດນາມ ຄັ້ງທີ 2 ໃນປີ 2019 ຢູ່ລາວ ແລະ ສະເໜີໃຫ້ພາກທຸລະກິດຂອງຫວຽດນາມ ໂດຍສະເພາະແມ່ນບັນດາທຸລະກິດຂະໜາດໃຫຍ່ ແລະ ມີທ່າແຮງເອົາໃຈໃສ່ເຂົ້າຮ່ວມ.

7. ສອງຝ່າຍຢືນຢັນຄືນເຖິງຄວາມສໍາຄັນຂອງການເຊື່ອມຈອດສອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນເຊື່ອມຈອດທາງດ້ານລະບຽບກົນໄກຕ່າງໆ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງາານ, ໂທລະຄົມ, ທ່ອງທ່ຽວ ແລະ ຈັດຕັ້ງຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ສຳຄັນຢ່າງມີໝາກຜົນ, ໃຫ້ບຸລິມະສິດແກ່ບັນ ດາໂຄງການຄົມມະນາຄົມ-ຂົນສົ່ງ, ໃນນັ້ນມີການເຊື່ອມຈອດທາງອາກາດ ແລະ ບັນດາເສັ້ນທາງຄົມມະນາ ຄົມຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) ແລະ ເຊື່ອມຕໍ່ ລົດໂດຍສານ ຫວຽດນາມ-ລາວ-ໄທ. ເປັນເອກະພາບ ກັນມອບໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງຮີບຮ້ອນກວດກາຄືນ, ລາຍງານການນຳຂັ້ນສູງ ກ່ຽວກັບຄວາມຄືບໜ້າ ແລະ ຄຸນນະພາບຂອງບັນດາໂຄງການລົງທຶນ ຂອງ ຫວຽດນາມ ຢູ່ ລາວ, ແກ້ໄຂຢ່າງທັນການ ບັນດາຂໍ້ຄົງຄ້າງທີ່ເກີດຂຶ້ນ, ບໍ່ປະປອ່ຍໃຫ້ເກີດຄວາມລ້າຊ້າທຽບໃສ່ແຜນການ.

ສອງຝ່າຍ ເປັນເອກະພາບປະສານສົມທົບຊູກຍູ້ການຮ່ວມມື ໃນຂອບສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ແລະ ຈັດຕັ້ງຜັນຂະຫຍາຍຢ່າງມີໝາກຜົນແຜນປະຕິບັດງານການເຊື່ອມຈອດເສດຖະກິດກໍາປູເຈຍ-ລາວ-ຫວຽດນາມ ຮອດປີ 2030, ເຊິ່ງການນໍາຂອງສາມປະເທດໄດ້ຮັບຮອງ ຢູ່ ກອງປະຊຸມສຸດຍອດ CLV ຄັ້ງທີ 10 (ທີ່ຮ່າໂນ້ຍ, ເດືອນ 3/2018).

8. ສອງຝ່າຍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຮ່ວມມືດ້ານການສຶກສາ-ກໍ່ສ້າງ ແລະ ພັດທະນາຊັບພະຍາ ກອນມະນຸດ, ເປັນເອກະພາບສືບຕໍ່ປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍໝາກຜົນຂອງບັນດາຂໍ້ຕົກ ລົງ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງ; ເປີດກວ້າງບັນດາຂົງເຂດການຮ່ວມມືພັດທະນາຊັບ ພະຍາກອນມະນຸດ, ໃນນັ້ນ ເອົາໃຈໃສ່ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະຢູ່ບັນ ດາຂະແໜງການປາຍແຫລມ ເພື່ອນໍາທັນການພັດທະນາຂອງການປະຕິວັດອຸດສາຫະກຳຄັ້ງທີ 4.

9. ສອງຝ່າຍໄດ້ຕີລາຄາສູງຕໍ່ປະສິດທິພາບຂອງການເຄື່ອນໄຫວໂຄສະນາ, ແລກປ່ຽນສິນລະປະ-ວັນນະ ຄະດີ, ສົ່ງເສີມການທ່ອງທ່ຽວ ນັບທັງຂັ້ນສູງກາງ ແລະ ທ້ອງຖິ່ນ; ເປັນເອກະພາບໃນການເພີ່ມທະວີການເຊື່ອມຕໍ່ຜະລິດຕະພັນການທ່ອງທ່ຽວ, ໂດຍສະເພາະລະຫວ່າງບັນດາແຂວງຊາຍແດນຢູ່ພາກໃຕ້ຂອງລາວ ແລະ ພາກກາງຂອງຫວຽດນາມ; ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳທ່ອງທ່ຽວສາກົນທີ່ຈັດຂຶ້ນຢູ່ສອງປະເທດ. ສອງຝ່າຍເນັ້ນໜັກເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ໃນການຈັດຕັ້ງປະຕິບັດສັນຍາວ່າດ້ວຍການຮ່ວມມືດ້ານແຮງງານລາວ-ຫວຽດນາມ. ຝ່າຍລາວຈະສືບຕໍ່ພິຈາລະນາຢ່າງເອົາໃຈໃສ່ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ການດຳເນີນເອກະສານ ແລະ ການເກັບຄ່າທຳນຽມຕ່າງໆ ທີ່ກ່ຽວພັນເຖິງການຂໍອະນຸຍາດໃຫ້ແກ່ແຮງງານຂອງຫວຽດນາມ, ໂດຍສະເພາະແມ່ນແຮງງານ ທີ່ເຮັດວຽກຢູ່ບັນດາໂຄງ ການສຳຄັນ ທີ່ພົວພັນໂດຍກົງ ກັບການພົວພັນຂອງສອງປະເທດ.

10. ສອງຝ່າຍເປັນເອກະພາບແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ກັບປະເທດອື່ນໆ ກໍຄື ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອຮັບປະກັນການຄຸ້ມຄອງ ແລະ ນໍາໃຊ້ແມ່ນໍ້າຂອງຢ່າງຍືນຍົງ ເພື່ອຜົນປະໂຫຍດລວມຂອງປະຊາຊົນບັນດາປະເທດລຸ່ມແມ່ນໍ້າຂອງ; ສືບຕໍ່ປະ ສານສົມທົບຢ່າງມີປະສິດທິຜົນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບ ກົນໄກຮ່ວມມື ລະດັບພາກພື້ນ ແລະ ສາກົນ, ໂດຍສະເພາະໃນຂອບອາຊຽນ, ອົງການສະຫະປະຊາຊາດ, ອົງການການຄ້າໂລກ, ອາເຊັມ, ຂະບວນການບໍ່ຮ່ວມກຸ່ມ ແລະ ກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ໃນນັ້ນແມ່ນໃນຂອບຂອງ ຄະນະກຳມະການແມ່ນໍ້າຂອງສາກົນ. ສອງຝ່າຍຢືນຢັນໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມຮ່ວມກັບບັນດາປະເທດສະມາຊິກສ້າງປະຊາຄົມ ອາຊຽນ ໃຫ້ເຂັ້ມແຂງ, ອີງໃສ່ກົດໝາຍ, ຄວາມສາມັກຄີ, ເອກະພາບ, ຖືປະຊາຊົນເປັນໃຈກາງ ແລະ ເສີມຂະຫຍາຍບົດບາດເປັນແກນກາງ ຂອງອາຊຽນ ໃນໂຄງສ້າງຂອງພາກພື້ນໃຫ້ເປັນຮູບປະທຳ. ລາວ ຢືນຢັນຈະໃຫ້ ການສະໜັບສະໜູນ ແລະ ປະສານສົມທົບຢ່າງແໜ້ນແຟ້ນ ໃນເວລາທີ່ຫວຽດ ນາມເປັນປະທານອາຊຽນ ໃນປີ 2020 ແລະ ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງແຫ່ງສະຫະປະ ຊາຊາດ ໃນໄລຍະ 2020-2021. ສອງຝ່າຍໃຫ້ຄຳໝັ້ນສັນຍາ ຈະເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຍູ້ແຮງການເຊື່ອມໂຍງສາກົນຢ່າງ ຮອບດ້ານ ແລະ ເລິກເຊິ່ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.

ສອງຝ່າຍເປັນເອກະພາບກັນປະສານສົມທົບຢ່າງໃກ້ຊິດ ກັບບັນດາປະເທດທີ່ກ່ຽວຂ້ອງ ເພື່ອຊຸກຍູ້ການເຈລະຈາສັນຍາຄູ່ຮ່ວມເສດຖະກິດຮອບດ້ານຢູ່ພາກພື້ນ (RCEP) ໃຫ້ສຳເລັດໂດຍພື້ນຖານໃນປີ 2019, ໂດຍຮັບປະກັນ ມີລັກສະນະຮອບດ້ານ, ຄວາມດຸ່ນດ່ຽງທາງດ້ານຜົນປະໂຫຍດ ແລະ ຄວາມແຕກ ໂຕນກັນດ້ານ ການພັດທະນາ ລະຫວ່າງ ບັນດາປະເທດສະມາຊິກ.

11. ສອງຝ່າຍຢືນຢັນຄືນເຖິງຄວາມສຳຄັນຂອງການສືບຕໍ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ເຄົາ ລົບກົດໝາຍ, ຄວາມຫມັ້ນຄົງ, ຮັບປະກັນຄວາມປອດໄພ, ເສລີພາບຂອງການເດີນເຮືອ ແລະ ການບິນຜ່ານ ຢູ່ທະເລຈີນໃຕ້; ແກ້ໄຂຂໍ້ຂັດແຍ່ງຕ່າງໆ ຢູ່ທະເລຈີນໃຕ້ ໂດຍສັນຕິວິທີ, ບົດພື້ນຖານກົດໝາຍສາກົນ, ລວມທັງສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982). ສອງຝ່າຍຢືນຢັນຄືນບັນດາຈຸດຢືນທີ່ເປັນຫລັກກການຂອງອາຊຽນ ກ່ຽວກັບບັນຫາທະເລຈີນໃຕ້ ທີ່ລະບຸຢູ່ໃນຖະແຫລງການ ຂອງອາຊຽນ ໄລຍະຫລັງນີ້, ໂດຍສະເພາະແມ່ນຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ ລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 52 (AMM 52) ທີ່ບາງກອກ ເດືອນກໍລະກົດ 2019.

12. ສອງຝ່າຍຕີລາຄາສູງຕໍ່ໝາກຜົນອັນຈົບງາມ ແລະ ຄວາມໝາຍອັນເລິກເຊິ່ງ ຂອງການຢ້ຽມຢາມ ຢ່າງເປັນທາງການ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຂອງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ, ອັນເປັນການປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາ ເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ, ຕອບສະໜອງຄວາມມຸ້ງມາດປາດຖະໜາຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.

ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງສົມກຽດດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ຄະນະ ແລະ ສົ່ງຄວາມຢື້ຢາມຖາມຂ່າວຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ, ສະຫາຍ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເຖິງ ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ, ສະຫາຍ ຫງວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແລະ ໄດ້ເຊື້ອເຊີນ ສະຫາຍ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ພັນລະຍາ ຢ້ຽມຢາມລາວ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ ແລະ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຕອບຮັບຄຳເຊີນດ້ວຍຄວາມຍິນດີ.

ເອກະສານຊ້ອນທ້າຍ
ອະນຸສັນຍາວ່າດ້ວຍ ການດັດແກ້ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ

ຂໍ້ຕົກລົງ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ວ່າດ້ວຍການສ້າງຍຸດທະສາດການຮ່ວມມື ເສດຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດ ເຕັກໂນໂລຊີ ລະຫວ່າງ ລາວ – ຫວຽດນາມ ໄລຍະ 2021 – 2030 ແລະ ສັນຍາວ່າດ້ວຍການຮ່ວມມື ໄລຍະ 2021 – 2025;
ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ ກ່ຽວກັບການສະໜອງເງິນກູ້ ໃຫ້ໂຄງການລົງທຶນກໍ່ສ້າງເສັ້ນທາງ ແຕ່ພູທິດເຜີ້ງ, ແຂວງຫຼວງພະບາງ, ລາວ ຫາ ຊາຍແດນ ນາຊອນ ໃຫ້ເມືອງ ດ້ຽນບຽນດົງ, ແຂວງດ້ຽນບຽນ, ຫວຽດນາມ;
ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງຊາດ ຫວຽດ ນາມ ວ່າດ້ວຍການຮ່ວມມືເຄື່ອນໄຫວຈຸດສຸມດ້ານທະນາຄານ ໄລຍະ 2019 – 2024;
ແຜນການ ສ້າງແຜນຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ.

ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ລາວ ແລະ ກະຊວງອຸດສາຫະ ກຳການຄ້າຫວຽດນາມ ວ່າດ້ວຍການຮ່ວມມືຊຸກຍູ້ ຊື້-ຂາຍ ໄຟຟ້າ ພະລັງງານລົມ;
ມອບຮັບໃບຢັ້ງຢືນນຳເຂົ້າໄຟຟ້າຈາກ ເຂື່ອນ ນໍ້າກົງ 2,3 ນໍ້າອີມູນ ແລະ ນໍ້າອາງ ຂອງບໍລິສັດຈະເລີນເຊກອງ ລາວ ແລະ ບໍລິສັດຫຸ້ນສ່ວນໂຊງດາ 5 ຫວຽດນາມ;

ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ແລະ ບໍລິສັດ ຫຸ້ນສ່ວນເດີນອາກາດຫວຽດແຈັດ (Viet Jet) ວ່າດ້ວຍການຮ່ວມມືພັດທະນາການບິນພົນລະເຮືອນ.

ໂດຍ: ຂປລ

Leave a Reply

Your email address will not be published. Required fields are marked *