ໃນວັນທີ 01/10/2019 ເວລາ 08:00 ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີຄົນເສຍຊີວິດ ຈຸດເກີດເຫດ ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ

ພໍໜ່ວຍກູ້ໄພມູນນິທິໄປຮອດຈຸດເກີດເຫດພົບວ່າມີ ຜູ້ເສຍຊີວິດ 1 ລາຍ

ເພດຊາຍ ອາຍຸ46 ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ສັນຊາດລາວ ອາການເບື້ອງຕົ້ນແມ່ນແຂວນຄໍຕາຍ [ບໍ່ມີສະຕິ] ເປັນເວລາ 2-3ມື້

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ນຳຮ່າງຜູ້ເສຍຊີວິດແລ້ວນຳສົ່ງໄປທີ່ ວັດສີບຸນເຮືອງ ເພື່ອມອບໃຫ້ຄອບຄົວຜູ້ເສຍຊີວິດເຮັດວິທີທາງສາສະໜາ ທາງໜວ່ຍກູ້ໄພຕອ້ງຂໍສະແດງຄວາມເສຍໃຈນຳພີ່ນອ້ງຜູ້ເສຍຊີວິດດວ້ຍ

ເຈັບປ່ວຍສຸກເສີນແຈ້ງທີ່ເບີ1623 ຫຼື 0305551623 ຕະຫຼອດ24ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *