ສະຫວັນນະເຂດ: ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ການນຳຂັ້ນສູງຂອງເມືອງອາດສະພອນ, ແຂວງສະຫວັນນະເຂດ ໄດ້ຈັດຂື້ນໃນວັນທີ 26 ກັນຍາ 2019 ນີ້ ຢູ່ທີ່ສະໂມສອນເມືອງອາດສະພອນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທອງທ່ຽງ ສີດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານການນຳຂັ້ນແຂວງ, ການນຳເມືອງອາດສະພອນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະອຳນາດການຄອງບ້ານໃນທົ່ວເມືອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ສີສະເໝີ ແສງວິໄລ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງອາດສະພອນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1296/ຈຂ.ສຂ ລົງວັນທີ 5 ສິງຫາ 2019, ວ່າດ້ວຍການຍົກຍ້າຍພະນັກງານ ເຊິ່ງໄດ້ຕົກລົງຍົກຍ້າຍ ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້າເມືອງອາດສະພອນ ໄປປະຈຳການຢູ່ ຫ້ອງວ່າການນະຄອນໄກສອນພົມວິຫານ, ຕົກລົງແຕ່ງຕັ້ງ ທ່ານ ຄຳແພງ ເພັດທຸມພອນ ເປັນເຈົ້າເມືອງອາດສະພອນ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1563/ຈຂ.ສຂ ລົງວັນທີ 16 ກັນຍາ 2019.
ໃນພິທີ ທ່ານ ປອ ແສງທອງ ວັງແກ້ວມະນີ ກໍ່ໄດ້ລາຍງານຜົນສຳເລັດ ການເຄື່ອນໄຫວ ການຊີ້ນຳໆພາວຽກງານຂອງຕົນໃນໄລຍະທີ່ໄດ້ຮັບໜ້າທີ່ເປັນເລຂາພັກເມືອງ ເຈົ້າເມືອງອາດສະພອນ ເລີ່ມຕັ້ງແຕ່ວັນທີ 15 ກຸມພາ 2016 ເປັນຕົ້ນມາ ທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງອາດສະພອນຂອງພວກເຮົາແມ່ນມີຄວາມສະຫງົບໂດຍພື້ນຖານ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ດ້ານເສດຖະກິດ ໄດ້ເອົາໃຈໃສ່ຊີ້ນຳໆພາ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ GDP ບັນລຸໄດ້ 587,86 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 281 ໂດລາ/ຄົນ/ປີ ອັດຕາການເຕີບໂຕຂອງເສດຖະກິດ 7,8%, ທາງດ້ານກະສິກໍາ ມີເນື່ອທີ່ນາປີ 19.000 ເຮັກຕາ, ສະມັດຕະພາບ 4,15 ໂຕນ/ເຮັກຕາ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ເສັ້ນທາງທາງເຊື່ອມຕໍ່ບ້ານຫາບ້ານດ້ວຍກຳລັງແຮງຂອງປະຊາຊົນ, ໄດ້ຍາດແຍ່ງໂຄງການເສັ້ນທາງປູຍາງສອງຊັ້ນ ແຕ່ເສັ້ນທາງເລກທີ 09 ຫາເທສະບານເມືອງອາດສະພອນ ແລະເສັ້ນທາງຈາກເທສະບານເມືອງ ໄປຫາ ທາງເລກທີ 10 ໄລຍະທາງ 50 ກມ, ຂົວ 30 ແຫ່ງ, ສໍາເລັດການກໍ່ສ້າງຫ້ອງວ່າການຫຼັ້ງໃໝ່, ສະໂມສອນຫຼັ້ງໃໝ່ ແລະສຳເລັດໃນການຍາດແຍ່ງເອົາ ໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ໃນເທສະບານເມືອງ ແລະຢູ່ຈຸດສຸມໂນນມີໄຊ ເຊິ່ງກຳລັງຢູ່ໃນຂັ້ນຕອນກະກຽມການປະມູນ, ວຽກງານວັດທະນະທຳ-ສັງຄົມໄດ້ເອົາໃຈໃສ່ຊຸກຢູ້ສົ່ງເສີມວຽກງານການສຶກສາ ແລະກິລາ ສາມາດປະກາດເມືອງຈົບປະຖົມ ແລະ ມັດທະຍົມ ບຳລຸງໄດ້ສຳເລັດ, ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ໄດ້ເອົາໃຈໃສ່ຊີ້ນຳໆພາ ແລະສົ່ງເສີມດ້ວຍບາດກ້າວອ່ັນໃໝ່ ໂດຍສະເພາະ ສົ່ງເສີມຮີດຄອງປະເພນີ-ວັດທະນະທຳ ບັນດາເຜົ່າ ທີ່ມີພາຍໃນເມືອງ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ພາຍໃນເມືອງ ເຊິ່ງໄດ້ຈັດຄະຣະວານທ່ອງທ່ຽວ ພາຍໃນເມືອງໄດ້ 04 ຄັ້ງ, ມີແຫຼ່ງທ່ອງທ່ຽວທັງໝົດ 27 ແຫ່ງ ແລະ ສຳເລັດການຂຽນປື້ມປະຫວັດສາດຂອງເມືອງອາດສະພອນ ໂດຍພື້ນຖານ ແລະ ປັບປຸງຄຳຄ່ອງຂອງເມືອງໃຫ້ມີຄວາມສອດຄ່ອງຫຼາຍຂື້ນ. ຈາກນັ້ນ ໃນພິທີ່ກໍ່ຍັງໄດ້ມີການລົງນາມ ເຊັນບົດບັນທຶກາກນມອບຮັບໜ້າທີ່ເລຂາພັກເມືອງ-ເຈົ້າເມືອງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍຊ້ອງໜ້າ ທ່ານ ທ່ອງທ່ຽງ ສີດາວົງ ແລະ ບັນດາແຂກທີ່ເຂົ້າຮ່ວມໃນພິທີ.
ພາບ ແລະ ຂ່າວ: ສົມຈິດ ແກ້ວສີຖາທິລາດ