ຈໍາປາສັກ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າເວລາ 6:00 ໂມງ ຂອງວັນທີ 29/9/2019 ໄດ້ເກີດອຸບັດຕິເຫດລົດແກ່ປູນທີ່ຂັບໂດຍໂຊເຟີຄົນຈີນເຊິ່ງກຳລັງເດີນທາງໄປສົ່ງປູນທີ່ເວີນຄາມ ເມືອງໂຂງ ຈຳປາສັກ ໄດ້ເກີດເສຍຫລັກປີ້ນຢູ່ເຂດບ້ານທ່າຄໍ້ ເມືອງໂຂງ ຈຳປາສັກ
ສົ່ງຜົນໃຫ້ຄົນງານທີ່ເດີນທາງໄປກັບລົດຄັນດັ່ງກ່າວ ເສຍຊີວິດຄາທີ່ 3 ຄົນ ເປັນເພດຊາຍທັງໝົດ ຕາມການບອກເລົ່າຂອງຜູ້ເຫັນເຫດການວ່າໃນນີ້ 2 ຄົນເປັນຄອບຄົວດຽວກັນ ພໍ່ ແລະລູກ ຊາຍ 1 ຄົນ ເປັນຄົນບ້ານຫາດ ເມືອງໂຂງ ແຂວງຈຳປາສັກ ແລະມີຜູ້ໄດ້ຮັບບາດເຈັບຈຳນວນຫນຶ່ງຖືກນຳໂຕສົ່ງໂຮງຫມໍ
ສ່ວນສາເຫດ ແລະລາຍລະອຽດແມ່ນເຈົ້າຫນ້າທີ່ຍັງສືບສວນ ສອບສວນຕໍ່ໄປ