ໃນວັນທີ 29/9/2019 ຄະນະພຣະສົງສໍາມະເນນ ຈາກວັດຈອມທອງ ບ້ານຈອມທອງ ເມືອງທ່າແຂກ ແຂວງຄໍາມ່ວນ ພ້ອມດ້ວຍອອກຕົນຍາດຍາດໂຍມ ຈາກເມືອງດັ່ງກ່າວ ໄດ້ເດີນທາງມາມອບເຄື່ອງບໍ່ລິຈາກໃຫ້ແກ່ 3 ບ້ານຄື: ບ້ານແຊງ, ບ້ານປະທຸມພອນ ແລະ ບ້ານໜອງແຂ້ ຢູ່ເມືອງປະທຸມພອນ ແຂວງຈໍາປາສັກ.
ເພື່ອຊ່ວຍເຫຼືອບັນເທົາທຸກຂັ້ນຕົ້ນໃຫ້ກັບປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໃນຕົນເດືອນກັນຍາທີ່ຜ່ານມາ ລວມມີຈໍານວນ 600 ກວ່າຖົງ ມູນຄ່າທັງໝົດ 13.968.000 ກີບ ເຊິ່ງໃນນັ້ນ: ຈະປະກອບມີ ນໍ້າດື່ມ, ໝີ່, ປາກະປ໋ອງ, ເຂົ້າໜົມ, ເຄື່ອງໄຊ້ທີ່ຈໍາເປັນ ແລະ ຢາປົວພະຍາດຈໍານວນໜຶ່ງ. ການລົງມາມອບເຄື່ອງບໍ່ລະຈາກໃນຄັ້ງນີ້: ກໍ່ໄດ້ມີ ຄະນະການນໍາຈາກເມືອງ ນໍາໂດຍທ່ານສົມເບັງ ໄຊຍະວົງ ຮອງເຈົ້າເມືອງໆປະທຸມພອນ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ອໍານາດການປົກຄອງບ້ານແຕ່ລະຂັ້ນ ພ້ອມດ້ວຍພໍ່ແມ່ປະຊາຊົນທີ່ຖືກຜົນກະທົບເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ.
ທີ່ມາ: mediaLaos ສື່ມວນຊົນແຂວງຈໍາປາສັກ.
#ຂ່າວ ເດດອຸດົມ ຖວທ #ເມືອງປະທຸມພອນ.