ຕາງ­ໜ້າ​ໃຫ້​ຄະ­ນະ​ພັກ ອົງ­ການ​ປົກ­ຄອງ ສະ­ພາ​ປະ­ຊາ­ຊົນ ແລະ ປະ­ຊາ­ຊົນ ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ສືບ­ຕໍ່​ນຳ​ເງິນ 20 ລ້ານ​ກີບ ແນວ​ພັນ​ເຂົ້າ​ໜ່ຽວ 1.000 ກິ​ໂລ ເຂົ້າ­ສານ 1.500 ກິ​ໂລ ເຄື່ອງ­ນຸ່ງ​ຫົ່ມ 150 ເປົາ ແລະ ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ຈຳ­ນວນ​ໜຶ່ງ ລວມ​ມູນ​ຄ່າ 50.315.000 ກີບ ໄປ​ມອບ​ໃຫ້​ແຂວງ​ອັດ​ຕະ​ປື ເພື່ອ​ຊ່ວຍ­ເຫຼືອ​ບັນ­ເທົາ​ທຸກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ໄລ­ຍະ​ຜ່ານ​ມາ.

 

ພິ­ທີ​ມອບ-ຮັບ​ເງິນ ແລະ ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 26 ກັນ­ຍາ 2019 ຢູ່​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ​ແຂວງ ເຊິ່ງ​ມອບ​ໂດຍ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະ­ຄອນ ຫຼວງ​ວຽງ​ຈັນ ແລະ ຮັບ​ໂດຍ​ທ່ານ ເລັດ ໄຊ​ຍະ​ພອນ ເຈົ້າ­ແຂວງ​ອັດ​ຕະ​ປື ໂດຍ​ມີ​ພະ­ແນກ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ແຂວງ​ອັດ​ຕະ​ປື ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ ໂດຍ​ສະ­ເພາະ ພາ­ຍຸ​ດີ​ເປລ​ຊັນ​ພັດ​ຜ່ານ ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ໃຫ້​ເມືອງ​ສາ­ມັກ­ຄີ​ໄຊ ໄຊ​ເສດ​ຖາ ຊານ​ໄຊ ສະ­ໜາມ​ໄຊ ແລະ ເມືອງ​ພູ​ວົງ ເລີ່ມ​ແຕ່​ວັນ​ທີ 2-13 ກັນ­ຍາ 2019 ໃນ​ນີ້ ເມືອງ​ໄຊ​ເສດ​ຖາ ໄດ້​ຮັບ​ຜົນ​ກະ­ທົບ 8 ບ້ານ 1.724 ຄອບ­ຄົວ ພົນ­ລະ­ເມືອງ 7.998 ຄົນ ທີ່­ຢູ່​ອາ­ໄສ​ເສຍ​ຫາຍ 38 ຫຼັງ ເນື້ອ­ທີ່​ນາ​ເສຍ​ຫາຍ​ກວມ​ເອົາ 70% ສວນ 32.729 ເຮັກ­ຕາ ງົວ-ຄວາຍ ແບ້ ໝູ 264 ໂຕ ສັດ​ປີກ 7.000 ກວ່າ​ໂຕ ໜອງ​ປາ 100 ໜອງ ແລະ ພື້ນ­ຖານ​ໂຄງ​ລ່າງ​ຈຳ­ນວນ​ໜຶ່ງ ເມືອງ​ສາ­ມັກ­ຄີ​ໄຊ ໄດ້​ຮັບ​ຜົນ​ກະ­ທົບ 24 ບ້ານ 2.899 ຄອບ­ຄົວ ພົນ­ລະ­ເມືອງ 15.847 ຄົນ

 

ເຮືອນ​ເຄິ່ງ​ຖາ­ວອນ​ເສຍ​ຫາຍ 24 ຫຼັງ ເສັ້ນ­ທາງ​ເປ່​ເພ 22 ເສັ້ນ ເນື້ອ­ທີ່​ນາ​ເສຍ​ຫາຍ 1.700 ກວ່າ​ເຮັກ­ຕາ ສວນ 276 ເຮັກ­ຕາ ຄວາຍ-ງົວ ໝູ ແບ້ 318 ໂຕ ສັດ​ປີກ 13.000 ກວ່າ​ໂຕ ໜອງ​ປາ 246 ໜອງ ເມືອງ​ພູ​ວົງ ໄດ້​ຮັບ​ຜົນ​ກະ­ທົບ 10 ບ້ານ 2.229 ຄອບ­ຄົວ ພົນ­ລະ­ເມືອງ 10.267 ຄົນ ເນື້ອ­ທີ່​ນາ​ເສຍ​ຫາຍ 400 ກວ່າ​ເຮັກ­ຕາ ສວນ 15 ກວ່າ​ເຮັກ­ຕາ ເສັ້ນ­ທາງ​ເປ່​ເພ 2 ເສັ້ນ ແລະ ສັດ­ລ້ຽງ​ຈຳ­ນວນ​ໜື່ງ ເມືອງ​ຊານ​ໄຊ ໄດ້​ຮັບ​ຜົນ​ກະ­ທົບ 5 ບ້ານ 37 ຄອບ­ຄົວ ໃນ​ນີ້ ບ້ານ​ດາກ​ຂະ­ໜາດ ມີ​ນ້ຳ​ປ່າ​ໄຫຼ­ຊຸ ສ່ວນ​ອີກ 4 ບ້ານ ຍັງ​ສັງ​ລວມ​ຂໍ້​ມູນ​ບໍ່​ທັນ​ສຳ­ເລັດ ເມືອງ​ສະ­ໜາມ​ໄຊ ໄດ້​ຮັບ​ຜົນ​ກະ­ທົບ 38 ບ້ານ 8.100 ກວ່າ​ຄອບ­ຄົວ ພົນ­ລະ­ເມືອງ 34.769 ຄົນ ຄວາຍ 7.000 ກວ່າ​ໂຕ ງົວ 11.300 ກວ່າ​ໂຕ ໝູ 6.400 ກວ່າ​ໂຕ ແບ້ 966 ໂຕ ສັດ​ປີກ 49.000 ກວ່າ​ໂຕ ໜອງ​ປາ 174 ໜອງ ເລົ້າ​ເຂົ້າ 253 ເລົ້າ ສຸກ­ສາ­ລາ 4 ແຫ່ງ.

 

ທີ່ມາ: ນສພ ວຽງຈັນໃຫມ່

 

Leave a Reply

Your email address will not be published. Required fields are marked *