ໃນທ້າຍອາທິດຜ່ານມາ ຢູ່ສະໂມສອນນະຄອນປາກເຊ ການນຳ ແຂວງຈຳປາສັກ ນຳໂດຍ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງ ຈໍາປາສັກ, ທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງ ໄດ້ມອບເຄື່ອງບັັນເທົາທຸກ ໃຫ້ແກ່ ປະຊາຊົນຜູ້ປະສົບໄພນໍ້າຖ້ວມໜັກ (ເຮືອນເປ່ເພ ແລະ ສູນຫາຍ) ຈໍານວນ 43 ຄອບຄົວ ຢູ່ນະຄອນປາກເຊ,
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ ເຂົ້າສານໜຽວຈໍານວນ 43 ສອບ, ເຄື່ອງອຸປະໂພກ ຈາກບັນດາປະເທດ ອາຊຽນ ຊ່ວຍ ເຫລືອ 43 ແກັດ, ເຄື່ອງອຸປະໂພກຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກໍຄືລັດຖະບານ 43 ຖັງ, ສັງກະ ສີອາລູຊິ້ງ 688 ແຜ່ນ ລວມມູນຄ່າປະມານ 150 ກວ່າລ້ານ ກີບ.
ໃນມື້ດຽວກັນ ຄະນະນຳດັ່ງກ່າວ ກໍໄດ້ມອບເຄື່ອງບັັນ ເທົາທຸກໃຫ້ແກ່ ປະຊາຊົນຜູ້ປະສົບໄພນໍ້າຖ້ວມໜັກ (ເຮືອນ ເປ່ເພ ແລະ ສູນຫາຍ) ຈໍານວນ 55 ຄອບຄົວຢູ່ ເມືອງ ຊະນະ ສົມບູນ ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ ເຂົ້າສານໜຽວ ຈໍານວນ 55 ສອບ ,ເຄື່ອງອຸປະໂພກ ຈາກບັນດາປະເທດ ອາຊຽນຊ່ວຍເຫລືອ 55 ແກັດ, ເຄື່ອງອຸປະໂພກຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກໍຄືລັດຖະບານ 55 ຖັງ, ສັງກະສີອາລູຊິ້ງ ຄອບຄົວລະ 16 ແຜ່ນ ລວມມູນຄ່າ 160 ກ່ວາລ້ານກີບ.
ການມອບເຄື່ອງບັນເທົາທຸກໃນຄັ້ງນີ້ ສະແດງເຖິງຄວາມ ເປັນຫ່ວງເປັນໄຍຂອງພັກ ແລະ ລັດ ກໍຄືຄະນະພັກ,ອົງການ ປົກຄອງແຂວງ ທີ່ມີຕໍ່ປະຊາຊົນ ເພື່ອແນໃສ່ແກ້ໄຂໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ຂ່າວ: ເກດສະໜາ ແກ້ວສູວັນນະແສງ