​ໃນ​ວັນ​ທີ 27 ກັນຍາ 2019 ຜ່ານມານີ້, ຢູ່ທີ່ໂຮງຮຽນປະຖົມສົມບູນວຽງແກ້ວ ເມືອງກາສີ ແຂວງວຽງຈັນ ​ໄດ້​ຈັດ​ພິທີ​ປະກາດ​ຮັບຮອງ​ເອົາກຸ່ມໂຮງຮຽນປະຖົມວຽງແກ້ວ ເປັນໂຮງຮຽນປະຖົມສົມບູນປອດຢາເສບຕິດ ຂຶ້ນຢ່າງ​ເປັນ​ທາງ​ການ. ​ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳສົດ ເພັດລາວັນ ເຈົ້າເມືອງໆກາສີ, ມີທ່ານ ພູທອນ ສຸທຳມະວົງ ຫົວໜ້າຂະແໜງພະລາ -ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ທ່ານ ອ.ຈ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ​ເມືອງ​ກາສີ, ມີ​ບັນດາ​ຫົວໜ້າ​-ຮອງ​ຫົວໜ້າຫ້ອງການ, ມີ​ອຳນາດ​ການ​ປົກຄອງ​ບ້ານ 8 ບ້ານ, ແຂກຖືກເຊີນ​ພ້ອມ​ດ້ວຍພະນັກງານ ຄູ – ອາຈານ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

​ທ່ານ​ ຄຳນ້ອຍ ສີລາວົງ ຫົວໜ້າກຸ່ມໂຮງຮຽນປະຖົມວຽງແກ້ວ ກໍ່ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບກ່ຽວ ກັບການເຄື່ອນໄຫວກິດຈະກຳຕ້ານຢາເສບຕິດຂອງກຸ່ມໂຮງຮຽນປະຖົມວຽງແກ້ວ ໃນສົກປີ 2018 – 2019 ວ່າ: ກຸ່ມໂຮງຮຽນປະຖົມວຽງແກ້ວລວມມີ 8 ໂຮງຮຽນຄື: ໂຮງຮຽນປະຖົມວຽງແກ້ວ, ໂຮງຮຽນປະຖົມນາຊູ, ໂຮງຮຽນປະຖົມນ້ຳຟົດ, ໂຮງຮຽນປະຖົມນາສັງທອງ, ນາແທ່ນ, ໂຮງຮຽນປະຖົມພູໄຊ ແລະ ໂຮງຮຽນປະຖົມນາຊາຍຂາວ ເຊີ່ງໃນສົກປີ 2018 – 2019 ມີນັກຮຽນທັງໝົດ 1.047 ຄົນ, 507 ຄົນ, ມີຄູສອນທັງໝົດ 51 ຄົນ, ຍິງ 19 ຄົນ.

 

ຜ່ານມາ ພະນັກງານຂອງໜ່ວຍ ງານພະລະ ແລະ ສິລະປະສຶກສາໄດ້ລົງ ປະເມີນນັກຮຽນຢູ່ໂຮງຮຽນປະຖົມວຽງແກ້ວ, ໂຮງຮຽນປະຖົມນາຊູໂດຍ ສົມທົບກັບພະນັກງານກວດກາ ແລະ ຄວບຄຸມຢາເສບຕິດຂັ້ນເມືອງ ແມ່ນສາມາດຕີລາຄາປະເມີນຕາມ ມາດຖານ, ບາດກ້າວ ແລະ ກິດຈະກຳ ປະຕິບັດໄດ້ 100% ຖືວ່າກິດຈະກໍາສໍາເລັດໃນເບື້ອງຕົ້ນ ສະເໜີອະນຸມັດປະກາດເປັນໂຮງຮຽນ ປອດຢາເສບຕິດໄດ້.

ໄດ້ປຶກສາຫາລືກັບຄະນະອໍານວຍການໂຮງຮຽນ, ຄູ – ອາຈານ ເອົາໃຈໃສ່ລົງເຜີຍແຜ່ ສຶກສາອົບຮົມນັກຮຽນໃຫ້ ຮູ້ຜົນຮ້າຍຂອງຢາເສບຕິດ, ໄດ້ປ້ອງກັນໂຮງຮຽນ ແລະ ຕິດຕາມສະພາບການເຄື່ອນໄຫວ ຂອງນັກຮຽນທຸກຄົນ ບໍ່ໃຫ້ຫຍຸ້ງກ່ຽວພົວພັນກັບຢາເສບຕິດ, ສະຖິຕິກຸ່ມສ່ຽງ ພາຍໃນໂຮງຮຽນແມ່ນ 0%, ພາຍໃນໂຮງຮຽນ ແມ່ນບໍ່ມີປ້າຍໂຄສະນາສິນຄ້າຕ່າງໆ, ນັກຮຽນບໍ່ດື່ມເຫຼົ້າ – ເບຍພາຍໃນໂຮງຮຽນ, ຮ້ານຂາຍເຄື່ອງໂຮງຮຽນແມ່ນບໍ່ ໃຫ້ຂາຍສີ່ງເສບຕິດທຸກປະເພດ, ພະນັກງານຄູ – ອາຈານ ແລະ ນັກຮຽນບໍ່ມີຫາງສຽງທີ່ບໍ່ດີ, ບໍ່ຖືກກັກຕົວ ຫຼື ກ່າວເຕືອນຈາກເຈົ້າໜ້າທີ່ ແລະ ອໍານາດການປົກຄອງກ່ຽວກັບ ສີ່ງເສບຕິດທຸກປະເພດ, ໂຮງຮຽນສະອາດ, ມີສະພາບແວດລ້ອມທີ່ດີ ໜ້າຢູ່ມີເສົາທຸງ, ມີຮົ້ວອ້ອມໜາແໜ້ນ ແລະ ມີເດີ່ນກິລາ, ຫຼັງຈາກນັ້ນ ທ່ານ ກົງໃຈ ສໍພາບມີໄຊ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງວຽງຈັນ ສະບັບເລກທີ 948/ສກຂ.ວຈ ລົງວັນທີ 11 ມິຖຸນາ 2019 ວ່າດ້ວຍ ການມອບໃບຢັ້ງຢືນໃຫ້ແກ່ໂຮງຮຽນປະຖົມສຶກສາ ປອດຢາເສບຕິດ ສົກຮຽນ 2018 – 2019 ຈຳນວນ 8 ໃບ

ເຊີ່ງໃຫ້ກຽດຂຶ້ນມອບໂດຍທ່ານ ທ່ານ ຄຳສົດ ເພັດລາວັນ ເຈົ້າເມືອງໆກາສີ ແລະ ຂຶ້ນຮັບໂດຍແມ່ນຜູ້ອຳນວຍການໂຮງຮຽນທັງ 8 ໂຮງຮຽນ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງວຽງຈັນ ສະບັບເລກທີ 786/ສກຂ.ວຈ ລົງວັນທີ 20 ພຶດສະພາ 2019 ວ່າດ້ວຍ ການມອບໃບຍ້ອງຍໍໃຫ້ແກ່ໂຮງຮຽນ ແລະ ຄູ – ອາຈານຜູ້ທີ່ມີຜົນງານດີເດັ່ນໃນການສ້າງໂຮງຮຽນປະຖົມ ສຶກສາປອດຢາເສບຕິດ ສົກຮຽນ 2018 – 2019 ຈຳນວນ 12 ໃບ ຂຶ້ນມອບໂດຍແມ່ນທ່ານ ພູທອນ ສຸທຳມະວົງ ຫົວໜ້າຂະແໜງພະລາ – ສິລະປະສຶກສາພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ຂຶ້ນຮັບໂດຍຜູ້ທີ່ມີຜົນງານດັ່ງກ່າວ​ໂດຍ​ຊ້ອງ​ໜ້າ​ກັບ​ຫົວໜ້າ​-ຮອງ​ຫົວໜ້າຫ້ອງການ, ແຂກຖືກເຊີນ​ພ້ອມ​ດ້ວຍພະນັກງານ ຄູ – ອາຈານ​ເຂົ້າ​ຮ່ວມເປັນສັກຂີພິຍານ.

ໃນ​ໂອກາດດັ່ງກ່າວ ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງທ່ານ ຄຳສົດ ເພັດລາວັນ ເຈົ້າເມືອງໆກາສີ ​ເຊີ່ງ​ທ່ານ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ຄະນະ​ຮັບຜິດຊອບການ ສ້າງໂຮງຮຽນປອດຢາເສບຕິດ ທີ່​ຍາດ​ໄດ້ຜົນ​ງານ​ຫຼາຍ​ດ້ານ​ ພ້ອມ​ກັນນັ້ນ ກໍ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ປົກ​ປັກ​ຮັກສາ​ນາມມະຍົດ​ ໂຮງຮຽນປະຖົມປອດຢາເສບຕິດ ນີ້​ໃວ້​ໃຫ້​ໝັ້ນຄົງ​ແລະ ​ເອົາ​ໃຈ​ໃສ່​ສືບ​ຕໍ່​ເພີ່ມ​ທະວີຄວາມ​ສາມັກຄີ​ ຊ່ວຍ​ເຫຼືອ​ເຊີ່ງ​ກັນ ​ແລະ​ກັນ, ສືບ​ຕໍ່​ສະກັດກັ້ນແກ້ໄຂບັນດາປະກົດການຫຍໍ້ຕ່າງໆໃນຖັນແຖວພະນັກງານຄູ – ອາຈານຕະຫຼອດຮອດນັກຮຽນໃຫ້ໝົດໄປຢ່າງສີ້ນເຊີງ, ພ້ອມກັນສ້າງສາ​ພັດທະນາ​​ເສດຖະກິດ​ຄອບຄົວ​ຂອງ​ຕົນ ​ໃຫ້​ມີ​ຢູ່​ມີ​ກິນ ​ແລະ ຮັ່ງມີ​ເຂັ້ມ​ແຂງ​ຂື້ນ​ເລື້ອຍໆ. ໂອກາດທ້າຍພິທີກໍ່ໄດ້ມີການເປີດປ້າຍໂຮງຮຽນປອດຢາເສບຕິດ ຢ່າງເປັນທາງການອີກດ້ວຍ.

*

*

*

 

ພາບ-ຂ່າວ: ເມືອງກາສີ. ນາງດາລັກ ເກດຕະວົງ

Leave a Reply

Your email address will not be published. Required fields are marked *