ປະຈຸບັນ ຂະແໜງເຟີນິເຈີ ໄດ້ມີການພັດທະ ນາທັງປະລິມານ ແລະ ຄຸນນະພາບ ໂດຍສະເພາະ ການອອກແບບລວດລາຍຕ່າງໆທີ່ມີຫຼາກຫຼາຍ ສີສັນ ແລະ ສວຍງາມ. ນອກນັ້ນຍັງມີການແຂ່ງ ຂັນກັນທາງດ້ານສືມືທີ່ມີຄວາມປານີດ ແລະ ສະດຸດຕາ, ເຊິ່ງເຮັດໃຫ້ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະ ເທດໄດ້ມີທາງເລືອກສິນຄ້າທີ່ຄຸນ ນະພາບທີ່ແຕກຕາງກັນກ່ຽວກັບສີມືຂອງ ຄົນລາວ.
ທ່ານ ກອງມາລາ ພົມມາໄລ ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ໄດ້ເປີດເຜີຍຕໍ່ທີມງານຂ່າວ ໜັງສືພິມວຽງຈັນທາຍວ່າ: 30 ກວ່າປີມາແລ້ວ ທີ່່ໂຮງງານ ເຄແອນບີ ເຟີນິເຈີ ໄດ້ຜະລິດເຟີນີເຈີ ອອກສູ່ສັງຄົມ ແລະ ໄດ້ມີການພັດທະນາສິນ ຄ້າຂອງຕົນໂດຍອອກແບບໃໝ່, ບໍ່ຊໍ້າເກົ່າ ແລະ ແຕກຕ່າງຈາກສິນຄ້າຂອງບໍລິສັດອື່ນໆຢູ່ເລື້ອຍ. ອັນນີ້ກໍເພື່ອສາມາດແຂ່ງຂັນກັບສິນຄ້າຂອງບໍລິ ສັດອື່ນໆຢູ່ໃນພາກພື້ນ ແລະ ສາກົນ ຕາມນະ ໂຍບາຍຂອງລັດຖະບານ.
ທ່ານ ກອງມາລາ ພົມມາໄລໄດ້ກ່າວຕື່ມວ່າ: ເຖິງແມ່ນວ່າຄຸນນະພາບເຟີນີເຈີຂອງ ບໍລິສັດ ເຄແອນບີ ໄດ້ຖືກຍອມຮັບຈາກຜູ້ຊົມໃຊ້ທັງ ພາຍໃນ ແລະ ຕ່າງປະເທດແລ້ວກໍ່ຕາມ ແຕ່ທາງ ບໍລິສັດຍັງຕ້ອງໄດ້ມີການພັດທະນາດ້ານຕັກນິກວິຊາການ ແລະ ສີມືແຮງານຂອງກໍາມະກອນ ອີກຕື່ມຫຼາຍ ເພາະວ່າຜູ້ຜະລິດເຟີນີເຈີອື່ນໆ ກໍ່ໄດ້ມີການພັດທະນາຜະລິດຕະພັນຂອງ ເຂົ້າເຈົ້າໃຫ້ໄປຕາມຄວາມຕ້ອງການຂອງ ຕະຫຼາດເຊັ່ນກັນ. ນອກຈາກການແຂ່ງຂັນຢູ່ພາຍ ໃນແລ້ວຍັງຕ້ອງໄດ້ແຂ່ງຂັນກັບຜູ້ຜະລິດອື່ນ ຢູ່ໃນພາກພື້ນອີກດ້ວຍ ໂດຍສະເພາະຍຸກນີ້ ເເມ່ນຍຸກການເຊື່ອມໂຍງດ້ານເສດຖະກິດ, ຍຸກເສລີດ້ານການຄ້າ ສະນັ້ນຕ້ອງໄດ້ແຂງ ຂັນກັບຜະລິດຕະພັນຂອງປະເທດສະມາຊິກ ອາຊຽນ.
ພ້ອມນັ້ນ ພວກເຮົາຍັງຕ້ອງໄດ້ປັບປຸງດ້ານການ ບໍລິການໃຫ້ໄດ້ມາດຕະຖານສາກົນ, ໃຫ້ເຂົ້າເຖິງ ທຸກໆກຸ່ມເປົ້າໝາຍລວມໄປເຖິງການຂະຫຍາຍ ຕະຫຼາດອອກສູ່ສາກົນເທື່ອລະກ້າວ ແລະ ໃຫ້ ຫຼາຍຂຶ້ນກວ່າປີຜ່ານມາ.
ຂ່າວ: ວຽງຈັນທາຍ ພາບ: ເຄແອນບີ