ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງ ຈັນໃຫ້ຮູ້ວ່າ: ນັບແຕ່ເດືອນກັນຍາ 2019 ນີ້ຈະໄດ້ມີການສ້າງຂົວຂ້າມນ້ຳຊອງແຫ່ງໃໝ່ ຢູ່ຈຸດບ້ານຫ້ວຍສະເຫງົ້າ ແລະ ຈະສ້າງ ເສັ້ນທາງເຊື່ອມຕໍ່ລະຫວ່າງຈຸດກໍ່ສ້າງຂົວ ຫາ ບ້ານຫ້ວຍແຍ້ ເບື້ອງຕາເວັນຕົກ ຂອງເມືອງ ວັງວຽງ.
ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງເມືອງວັງ ວຽງໄດ້ໃຫ້ສຳພາດຕໍ່ທີມງານນັກຂ່າວວຽງຈັນ ທາຍມື້ເຊົ້າວັນທີ 27/9/2019 ວ່າ: ການກໍ່ສ້າງ ຂົວຂ້າມນ້ຳຊອງແຫ່ງໃໝ່ ແມ່ນໄດ້ມີການບຸກ ເບິກສົ້ນຂົວ ແລະ ຈະເລີ່ມຕອກເສົາເຂັມ ພາຍ ຫຼັງສໍາເລັດການສຳຫຼວດ ແຕ່ຕົ້ນເດືອນກັນ ຍາທີ່ຜ່ານມາ. ການທີ່ເລືອກເອົາຈຸດສ້າງຂົວດັ່ງກ່າວຢູ່ຈຸດບ້ານ ຫ້ວຍສະເຫງົ້າ ຍ້ອນວ່າຈຸດດັ່ງກ່າວເປັນ ຈຸດທີ່ປອດໄພ ບໍ່ມີຄວາມສ່ຽງຕໍ່ກັບໄພທຳ ມະຊາດ.
ຂົວດັ່ງກ່າວຈະມີຄວາມຍາວປະມານ 96 ເເມັດ ແລະ ກວ້າງປະມານ 6 ແມັດ, ເສົາຈະເປັນເສົາເບຕົງເສີມເຫຼັກ, ຂາງເຫຼັກ, ພື້ນຂົວຈະເປັນທາງປູຢາງ, ຄາດຄະເນວ່າຈະມີ ມູນຄ່າການກໍ່ສ້າງປະມານ 4-5 ຕື້ກີບ ແລະ ຈະໃຊ້ເວລາການກໍ່ສ້າງປະມານ 4 ເດືອນນັບ ແຕ່ເດືອນກັນຍານີ້ເປັນຕົ້ນໄປ. ພາຍຫຼັງສຳເລັດດການສ້າງຂົວແລ້ວກໍ່ຈະເລີ່ມລົງມືກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງຈຸດກໍ່ສ້າງຂົວ ຫາບ້ານຫ້ວຍແຍ້ ເບື້ອງຕາເວັນຕົກ ຊຶ່ງມີໄລຍະ ທາງປະມານ 3 ກິໂລແມັດ. ໂຄງການສ້າງຂົວ ແລະ ສ້າງເສັ້ນທາງດັ່ງກ່າວນີ້ ທາງລັດຖະບານ ໄດ້ມອບໝາຍໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນເປັນຜູ້ຮັບຜິດຊອບ.
ທ່ານຄຳຜອງ ດວງວິໄລ ໄດ້ກ່າວຕື່ມວ່າ: ໂຄງ ການດັ່ງກ່າວເປັນໂຄງການຮີບດ່ວນຂອງລັດຖະບານເພື່ອແກ້ໄຂບັນຫາຂອງສັງຄົມ ໂດຍສະເພາະ ຫາງສຽງການເກັບເງິນຂ້າມຂົວນ້ຳຊອງ ທີ່ເອກະ ຊົນໄດ້ສຳປະທານ 15 ປີ ແລະ ໄດ້ຜ່ານໄປແລ້ວ 11 ປີ. ທ່ານໄດ້ກ່າວຕື່ມວ່າ ຖ້າການສ້າງຂົວໃໝ່ ສຳເຫຼັດ ຜູ້ບໍ່ຢາກເສຍເງີນກໍ່ສາມາດໄປຜ່ານຂົວ ໂຕໃໝ່ ຊຶ່ງສາມາດຂ້າມໄປແຫຼ່ງທ່ອງທຽ່ວ ຖໍ້າປູຄຳ ແລະ ຜາເງິນໄດ້ເລີຍ.
ຂ່າວ-ພາບ: ສົມພາວັນ