ໃນວັນທີ 27 ກັນຍາ 2019 ນີ້ ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວັງວຽງ ໄດ້ຈັດ ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພັທ ຄໍາໝັ້ນ ແສນບຸດດີ ເລຂາຄະນະພັກຮາຖານ ປກສ ເມືອງວັງວຽງ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາຜອງ ດວງວິໄລ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ສະຫາຍ ພັທ ສົມຄິດ ດວງພະຈັນ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະປະຈໍາພັກເມືອງ, ຄະນະໜ່ວຍພັກ, ແຂກຖືກເຊີນພ້ອມດ້ວຍຜູ້ແທນສົມບູນພາຍໃນກອງບັນຊາການ ປກສ ເມືອງເຂົ້າຮ່ວມ.
ສະຫາຍ ພັທ ຄໍາໝັ້ນ ແສນບຸດດີ ເລຂາຄະນະພັກຮາກຖານ ປກສເມືອງວັງວຽງ ຂື້ນຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ5 ປີຜ່ານມາເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ-ດ້ານອອ່ນຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານຜ່ານມາ ປະຈຸບັນມີຄະນະພັກຮາກຖານກອງບັນຊາການ 7 ສະຫາຍ, ມີ 8 ໜ່ວຍພັກຂື້ນກັບ,ມີສະມາຊິກພັກທັງໝົດ 146 ສະຫາຍ, ຍິງ 32 ສະຫາຍ, ສຳຮອງ 7 ສະຫາຍ, ຍິງ 3 ສະຫາຍ, ເປັນຄະນະພັກຮາກຖານໜຶ່ງພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກອງບັນຊາການ ປກສ ແຂວງວຽງຈັນ ແລະ ຄະນະບໍລິຫານງານພັກເມືອງຢ່າງໃກ້ຊິດຕິດແທດ ເຊີ່ງສະແດງໃຫ້ເຫັນໃນ 5ປີຜ່ານມາ ຄະນະພັກຮາກຖານ ປກສ ເມືອງວັງວຽງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ສະມາຊິກພັກພະນັກງານ-ນັກຮົບ ຢ່າງເປັນປົກກະຕິດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ, ຈຶ່ງເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຮັບຮູ້ ເຂົ້າໃຈຢ່າງເລີກເຊິ່ງຮັກສາໄດ້ຄຸນທາດທາງດ້ານການເມືອງ ຄຸນສົມບັດສິນທຳປະຕິວັດ ແລະຮູ້ຈັດຕັ້ງປະຕິບັດແນວທາງຂອງພັກ, ກົດໝາຍຂອງລັດກໍ່ຄືລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກຢ່າງເຂັ້ມງວດ, 4 ປີ ສາມາດສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານ ໄດ້ 3 ໜ່ວຍ,ໜ່ວຍພັກແຂງຮູ້ນໍາພາຮອບດ້ານ 2 ສະໄໝ ມີ 1 ໜ່ວຍ,ຂະຫຍາຍສະມາຊິກພັກໄດ້ 36ສະຫາຍ, ຍິງ 9 ສະຫາຍ, ພະນັກງານ-ນັກຮົບໄດ້ເອົາໃຈໃສ່ວຽກງານວິຊາສະເພາະ
ເຊີ່ງສະແດງອອກໃນໄລຍະຜ່ານມາມີຄະດີເກີດຂຶ້ນທັງໝົດ 69 ເລື່ອງ ມີ 242 ລາຍ, ຜູ້ຖືກຫາ 354 ຄົນ,ຍິງ 71 ຄົນ, ສົ່ງ ປກສ ແຂວງ 14 ລາຍ, ສົ່ງໃຫ້ໄອຍະການເຂດ II ມີ 57 ລາຍ,ສຶກສາອົບຮົມຂັ້ນ ປກສ ເມືອງ 68 ລາຍ, ມີມູນຄາເສຍຫາຍທັງໝົດ1.519.490.000 ກີບ, ເງີນບາດໄທ 10.000 ບາດ, ເງີນດອນລາ 12.170 ດອນ,ສາມາດເກັບກູ້ຂືນໄດ້ 390.200.000 ກີບ, ເງີນບາດໄທ 4.000 ບາດ,ເງີນດອນລາ 70 ດອນ ແລະ ອຸປະກອນພາຫະນະຈໍານວນໜຶ່ງພ້ອມທັງມອບຄືນໃຫ້ເຈົ້າຂອງເດີມ,ມີຄະດີຢາເສບຕິດເກີດຂຶ້ນ 102 ລາຍ, ກັກຕົວຜູ້ຖືກຫາ 125 ຄົນ, ຍິງ 20 ຄົນ ພ້ອມຂອງກາງຢາບ້າ 15.313 ເມັດ, ຝິ່ນ 200 g, ຢາໄອ 300 g, ນໍາສົ່ງ ປກສ ແຂວງ ດໍາເນີນ 75 ລາຍ, ສຶກສາອົບຮົບຂັ້ນເຈົ້າໜ້າທີ່ ປກສ ເມືອງ 11 ລາຍ, ມີອຸປະຕິເຫດເກີດຂຶ້ນທັງໝົດ 301 ລາຍ,ຜູ້ປະສົບອຸປະຕິເຫດທັງໝົດ 475 ຄົນ, ຍິງ89 ຄົນ,ເສຍຊີວິດ32ຄົນ,ມີອັກຄີໄພເກີດຂື້ນ 9ຄັ້ງ ມູນຄ່າຜົນເສຍຫາຍທັງໝົດ 746.391.000ກີບ ແລະ ວຽກງານອື່ນໆກໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ.
ໂອກາດດຽວກັນນີ້ກອງປະຊຸມຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານກອງບັນຊາການ ປກສ ເມືອງວັງວຽງ ຊຸດໃໝ່ໂດຍມີຜູ້ເຂົ້າສະໜັກ 9 ສະຫາຍ ເລືອກເອົາ 7 ສະຫາຍ ໃນນີ້ກອງປະຊຸມປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ພັທ ຄໍາໝັ້ນ ແສນບຸດດີ ເປັນເລຂາຄະນະພັກຮາກຖານຊຸດໃໝ່, ສະຫາຍພັທ ສູນທອນ ໄຊຍະເດດ , ສະຫາຍ ພັທ ສົມຈັນ ສຸວັນນະລັງສີ ເປັນຮອງເລຂາ, ສະຫາຍ ພັທ ສັກສະເຫຼີມ ວໍລະສິນ, ພັທ ຄໍາໄພ ມູນຕີວົງ, ພັຕ ຄໍາ ແຕ່ງມະນີ, ພັຕ ຈັນດີ ສຸຂະລາດ ເປັນຄະນະ,ໃນນີ້ກອງປະຊຸມຍັງໄດ້ແຕ່ງຕັ້ງ ພັທ ສູນທອນ ໄຊຍະເດດ ເປັນປະທານກວດກາ, ພັທ ຄໍາໄພ ມູນຕີວົງ ເປັນຮອງປະທານ ເພື່ອໄປຊີ້ນຳ-ນຳພາກົມກອງຂອງຕົນເຮັດສຳເລັດໜ້າທີ່ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວ: ປກສ ແຂວງວຽງຈັນ, ທອງສີ