ນັບເປັນເຫດການໜຶ່ງທີ່ສ້າງຄວາມຕື່ນແລະຍ້ານກົວໃຫ້ກັບປະຊາຊົນບ້ານທ່າລີເໜືອເມືອງນໍ້າບາກ ແຂວງຫຼວງພະບາງ ຕໍ່ກັບເຫດລະເບີດທີ່ແຕກໃສ່ ພໍ່ເຖົ້າ ຄໍາແກ້ວ ສໍປະເສີດ ອາຍຸ 83 ປີ, ອາຊີບປະຊາຊົນ ໄດ້ເສຍຊີວິດຄາທີ່.
ຈາກການໃຫ້ສໍາພາດຂອງລູກຊາຍຫຼ້າ ທ້າວ ບຸນເລີຍ ສໍປະເສີດ ຮູ້ວ່າ:ເຫດການເກີດຂື້ນໃນເວລາປະມານ 10:40 ໂມງ, ຂອງວັນທີ 21 ກັນຍາ 2019 ຜ່ານມານີ້ ເຊິ່ງພໍ່ເຖົ້າໄດ້ນໍາເອົາ ຈົກ-ສຽມ ໄປຂຸດໜໍ່ກ້ວຍຂ້າງຫ້ອງນໍ້າຕິດກັບສວນເຮືອນຄົວ ເພື່ອຍ້າຍໄປປູກບ່ອນໃໝ່
ແຕ່ໃນຄະນະທີ່ລາວກໍາລັງຂຸດຢູ່ນັ້ນ ເຫດການບໍ່ຄາດຄິດກໍ່ໄດ້ເກີດຂື້ນ ຈົກທີ່ຂຸດໜໍ່ກ້ວຍໄດ້ໄປກະທົບກັບລະເບີດລູກບົ່ມບີ່ 26 (BLU) ຊຶ່ງເປັນລະເບີດທີ່ບໍ່ທັນແຕກຈາກເສດສົງຄາມສະໄໝກ່ອນເປັນ ເກີດລະເບີດຂຶ້ນຢ່າງແຮງ ເຮັດໃຫ້ສະເກັດຂອງລະເບີດທັ່ງເຂົ້າທີ່ໜ້າເອິກແລະໃບໜ້າຈົນເສຍຊີວິດຄາທີ່ ລວມເຖິງວັດຖຸທີ່ຢູ່ອ້ອມຂ້າງກໍໄດ້ຮັບຜົນກະທົບຈາກແຮງລະເບີດດັ່ງກ່າວ.
ຫຼັງຈາກເກີດລະເບີດໄດ້ກາຍເປັນເຫດສະເທືອນຂວັນຕໍ່ປະຊາຊົນທີ່ດໍາລົງຊີວິດຢູ່ໃນບ້ານເປັນຍ່າງຍິ່ງ. ມາຮອດ ວັນທີ 24 ກັນຍາ 2019 ທາງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ນໍາໂດຍ
ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະພະແນກແຮງງານແລະສະຫວັດດີການສັງຄົມແຂວງຫຼວງພະບາງ, ໂຄງການເກັບກູ້ລະເບີດແຂວງຫຼວງພະບາງ ຮ່ວມກັບຫ້ອງການເກັບກູ້ລະເບີດເມືອງນໍ້າບາກ ໄດ້ລົງພື້ນທີ່ເກີດເຫດ ພ້ອມນໍາເງິນຈໍານວນ 6,500,000 ກີບ ໄປມອບໃຫ້ຄອບຄົວຜູ້ເສຍຊີວິດ, ນອກນັ້ນທາງພະແນກແຮງງານແລະສະຫວັດດີການສັງຄົມແຂວງກໍໄດ້ມອບເງິນຈໍານວນ 5 ແສນກີບ ແລະ ທາງຫ້ອງການເມືອງໄດ້ມອບເຄື່ອງນອນຈໍານວນໜຶ່ງ ເພື່ອສ້າງຄວາມອົບອຸ່ນແລະຍຽວຍາຈິດໃຈຄອບຄົວ.
ດ້ານ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ກ່າວວ່າ: ລະເບີດທີ່ຍັງບໍ່ທັນແຕກຈາກສົງຄາມອິນດູຈີນ ໃນ ປີ 1964-1973 ລູກລະເບີດທີ່ມາຖິ້ມຢູ່ລາວປະ ມານ 3 ລ້ານໂຕນ ແລະ ຍັງ 30% ທີ່ຍັງບໍ່ທັນແຕກ ແລະ ແຂວງຫຼວງພະບາງເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບໜັກທີ່ສຸດໃນ ສປປ ລາວ, ສະນັ້ນຈິ່ງເປັນບັນຫາໃຫຍ່ໃຫ້ແກ່ປະຊາຊົນໃນການດໍາລົງຊີວິດໂດຍສະເພາະແມ່ນຂົງເຂດທໍາການຜະລິດກະສິກໍາ ແລະ ອື່ນໆ ດັ່ງນັ້ນຫາກພໍ່ແມ່ປະຊາຊົນຢູ່ໃນເຂດສ່ຽງໄພ ຫາກພົບເຫັນລະເບີດແມ່ນໃຫ້ຮີບແຈ້ງຫາເຈົ້າໜ້າທີ່ເກັບກູ້ລະເບີດໂດຍດ່ວນ, ຫ້າມເຈັບ, ຫ້າມຫຼິ້ນ, ຫ້າມກິ້ງ.
ສໍາລັບເມືອງນໍ້າບາກຜ່ານມາໄດ້ມີຜູ້ເສຍຊີວິດໄປແລ້ວ 5 ຄົນແລະມາຮອດປີນີ້ເພີ່ມອີກ 1 ຄົນ ລວມທັງໝົດເປັນ 6 ຄົນ, ຜູ້ໄດ້ຮັບບາດເຈັບ 12 ຄົນ, ຜູ້ທີ່ເກີດອຸບັດເຫດສ່ວນໃຫຍ່ແມ່ນນັກຮຽນ ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເວລາພົບເຫັນແມ່ນໃຫ້ແຈ້ງເຂົ້າສາຍດ່ວນ 1603 ເພື່ອໃຫ້ເຈົ້າໜ້າທີ່ເຂົ້າໄປເກັບກູ້ລະເບີດໄວ້ໄດ້ທັນການ ແລະ ແຜນການຕໍ່ໜ້າທາງເຈົ້າໜ້າທີ່ເກັບກູ້,ກວດກູ້ລະເບີດຈະໄດ້ລົງກວດຢູ່ພາຍໃນບ້ານທ່າລີເໜືອໃຫ້ລະອຽດຕື່ມອີກ.
ລາຍງານໂດຍ: ຂ່າວສານຫຼວງພະບາງ
.
.