ເມື່ອວັນທີ 26 ກັນຍາ 2019 ເວລາ 11:30 ໂມງ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນປະທານໃນພິທີຮັບພຣະຣາຊະທານເຄື່ອງຣາດຊະອິດສະຣິຍາພອນ ອັນເປັນທີ່ສັນລະເສີນຍິ່ງຊັ້ນຫຼຽນທອງດິເຣກຄຸນາພອນ ຊຶ່ງພຣະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວຊົງພຣະກະລຸນາໂປຣດເກົ້າໂປຣດກະໝ່ອມພຣະຣາຊະທານແກ່ທ່ານ ໄພຈິດ ກ້ອນປະທຸມ ແລະ ທ່ານ ອາເຢັນ ວິຊຸນດາລາ ຜູ້ເຂົ້າຮ່ວມປະຕິບັດການພາລະກິດຄົ້ນຫານັກກີລາບານເຕະເຍົາວະຊົນ ແລະ ຜູ້ຝຶກສອນຊາວໄທ ຈຳນວນ 13 ຄົນ ທີ່ຕິດຢູ່ໃນອຸທິຍານຖໍ້າຫຼວງ – ຂຸນນ້ຳນາງນອນ ຈັງຫວັດຊຽງລາຍ ລະຫວ່າງວັນທີ 23 ມິຖຸນາ 2018 – 10 ກໍລະກົດ 2018

ໂດຍມີຜູ້ເຂົ້າຮ່ວມໄດ້ແກ່: ຂ້າລາຊະການສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ທີມປະເທດໄທ ພ້ອມດ້ວຍຄູ່ສົມລົດ, ຜູ້ແທນຈາກກະຊວງການຕ່າງປະເທດ ສປປ ລາວ ແລະ ຜູ້ແທນຈາກມູນລະນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຫຼື ກູ້ໄພ 1623 ຊຶ່ງເປັນມູນນິທິ ທີ່ຜູ້ຮັບພຣະຣາຊະທານເຄື່ອງຣາດຊະອິດສະຣິຍາພອນ.

ໃນໂອກາດນີ້, ເອກອັກຄະຣາຊະທູດ ໄດ້ກ່າວສະແດງຄວາມຍິນດີແກ່ທ່ານ ໄພຈິດ ກ້ອນປະທຸມ ແລະ ທ່ານ ອາເຢັນ ວິຊຸນດາລາ ທີ່ໄດ້ຮັບເຄື່ອງຣາດຊະອິດສະຣິຍາພອນ ອັນເປັນທີ່ສັນລະເສີນຍິ່ງຊັ້ນຫຼຽນທອງດິເຣກຄຸນາພອນ ຊຶ່ງສະແດງໃຫ້ເຫັນເຖິງນ້ຳໃຈໄມຕີຈິດຂອງປະຊາຊົນລາວທີ່ມີຕໍ່ຊາວໄທ ແລະ ຊ່ວຍສົ່ງເສີມຄວາມສຳພັນລະຫວ່າງສອງປະເທດໃຫ້ແໜ້ນແຟ໊ນຍິ່ງຂຶ້ນດ້ວຍ. ໂດຍພາຍຫຼັງພິທີຈົບຮຽບຮ້ອຍ ເອກອັກຄະຣາຊະທູດ ແລະ ພັນລະຍາ ໄດ້ເປັນເຈົ້າພາບລ້ຽງອາຫານທ່ຽງໃຫ້ແກ່ຜູ້ໄດ້ຮັບເຄື່ອງຣາດຊະອິດສະຣິຍາພອນທັງສອງທ່ານ ແລະ ແຂກຜູ້ມີກຽດທີ່ເຂົ້າຮ່ວມພິທີດ້ວຍ.

เมื่อวันที่ 26 กันยายน 2562 เวลา 11.30 น. นายเกียรติคุณ ชาติประเสริฐ เอกอัครราชทูต ณ เวียงจันทน์ ได้เป็นประธานในพิธีรับพระราชทานเครื่องราชอิสรยาภรณ์อันเป็นที่สรรเสริญยิ่งชั้นเหรียญทองดิเรกคุณาภรณ์ ซึ่งพระบาทสมเด็จพระวชิรเกล้าเจ้าอยู่หัวทรงพระกรุณาโปรดเกล้าโปรดกระหม่อมพระราชทานแก่นายไพจิด ก้อนปะทุม และนายอาเย็น วิซุนดาลา ผู้เข้าร่วมปฏิบัติภารกิจค้นหานักฟุตบอลเยาวชนและผู้ฝึกสอนชาวไทย จำนวน 13 คน ที่ติดอยู่ในวนอุทยานถ้ำหลวง – ขุนน้ำนางนอน จังหวัดเชียงราย ระหว่างวันที่ 23 มิถุนายน 2561 – 10 กรกฎาคม 2561

โดยมีผู้เข้าร่วม ได้แก่ ข้าราชการสถานเอกอัครราชทูต ณ เวียงจันทน์ และทีมประเทศไทย พร้อมด้วยคู่สมรส ผู้แทนจากกระทรวงการต่างประเทศ สปป. ลาว และผู้แทนจากมูลนิธิช่วยเหลือคนทุกข์ยากแห่ง สปป. ลาว หรือกู้ภัย 1623 ซึ่งเป็นมูลนิธิที่ผู้รับพระราชทานเครื่องราชอิสริยาภรณ์ทั้งสองท่านเป็นสมาชิก

ในโอกาสนี้ เอกอัครราชทูตฯ ได้กล่าวแสดงความยินดีแก่นายไพจิด ก้อนปะทุม และนายอาเย็น วิซุนดาลา ที่ได้รับพระราชทานเครื่องราชอิสริยาภรณ์อันเป็นที่สรรเสริญยิ่งชั้นเหรียญทองดิเรกคุณภรณ์ ซึ่งแสดงให้เห็นถึงน้ำใจไมตรีของประชาชนชาวลาวที่มีต่อชาวไทย และช่วยส่งเสริมความสัมพันธ์ระหว่างสองประเทศให้แน่นแฟ้นยิ่งขึ้นด้วย โดยภายหลังเสร็จสิ้นพิธี เอกอัครราชทูตฯ และภริยาได้เป็นเจ้าภาพเลี้ยงอาหารกลางวันให้แก่ผู้รับพระราชทานเครื่องราชอิสริยาภรณ์ทั้งสองท่าน และแขกผู้มีเกียรติที่เข้าร่วมพิธีด้วย

Leave a Reply

Your email address will not be published. Required fields are marked *