ໂຮງຮຽນປະຖົມ ສຶກສາສົມບູນ ບ້ານລະຫານ້ຳ ເມືອງສອງຄອນແຂວງສະຫວັນນະເຂດ ເປັນໂຮງຮຽນ ໜຶ່ງທີ່ ຖຶກນ້ຳຖ້ວມ
ມາແຕ່ຕົ້ນເດືອນກັນຍາ 2019 ເຮັດໃຫ້ໂຮງຮຽນໄດ້ຮັບຜົນເສຍຫາຍ ຫຼາຍສົມຄວນ ເປັນຕົ້ນ ອຸປະກອນການຮຽນການສອນ, ອາຄານຮຽນກໍ່ເປິເປື້ອນ. ມາຮອດປະຈຸບັນຄູອາຈານ ແລະ ອຳນາດການປົກຄອງບ້ານ ໄດ້ພ້ອມກັນໄປກວດກາເບິ່ງຜົນເສຍຫາຍແລະພ້ອມກັນເຮັດອະນາໄມ ເພື່ອໃຫ້ສາມາດເປີດການຮຽນການສອນໄດ້ເປັນປົກກະຕິ.
ພ້ອມກັນນີ້ ໂຮງຮຽນຍັງມີຄວາມຕ້ອງການອຸປະກອນ ການຮຽນການສອນ ຈຳນວນໜຶ່ງ ໂດຍສະເພາະຕຳລາຮຽນ, ນ້ຳສີທາອາຄານ ຮຽນ ແລະອຸປະກອນສຳຄັນອື່ນຯຕື່ມອີກ.
ທີ່ມາ: Lao National Radio