ສະບາຍດີທຸກທ່ານຜູ້ທີ່ມີໃຈບຸນໃຈເມດຕາທັງຫຼາຍຂ້າພະເຈົ້າຢາກມາຂຊຄວາມຊ່ວຍເຫຼືອນຳທ່ານຜູ້ໃຈບຸນຊ່ວຍເມດຕາໄຖ່ຊີວີດຊ່ວຍຊີວິດຂອງເດັກນ້ອຍຄົນນີ້ແດ່ທ້ອນເຊີງເດັກກໍ່ເປັນຫຼານຊາຍຂອງຂ້າພະເຈົ້າເອງ ຫຼານນ້ອຍມີຊື່ ທ້າວ ໃຊສະຫວັນ ອາຍຸ6ເດືອນ ເປັນລູກຂອງ ນາງ ເພັດພູທອນ ອາຍຸ36ປີ ຢູ່ບ້ານ ສະພານເໜືອ ນະຄອນໄກ່ສອນ ສະຫວັນນະເຂດ


ທ້າວ ໃຊສະຫວັນ ມີຮ່າງກາຍບໍ່ແຂງເເຮງແລະບໍ່ສະບາຍທາງຄອບຄົວຈື່ງໄດ້ມາປີ່ນປົ່ວຢູ່ໂຮງໝໍ ແຂວງ ສະຫວັນນະເຂດ ທາງທ່ານໝໍເພີ່ນຈື່ງໄດ້ເອົາໃຈໃສດູແລເດັກຢ່າງສຸດຄວາມສາມາດ ເພາະເດັກອາການໜັກແລະໄດ້ນຳສົງເດັກຂື້ນໄປປີ່ນປົວຢູ່ໂຮງໝໍເດັກທີ່ສ້ຽວສານດ້ານຫົວໃຈທີ່ນະຄອນຫຼວງວຽງຈັນ(150ຕຽງ) ເມື່ອທາງທ່ານໝໍໄດ້ຮັບເອົາໃຈໃສໃນການດູແລພົບວ່າເດັກເປັນໂລກຫົວໃຈບໍ່ມີຜ້າກັ້ງ ເຮັດໃຫ້ເລືອດໄປລໍ່ລ້ຽງໃນຮ່າງກາຍບໍ່ພຽງພໍເຮັດໃຫ້ເດັກມີອາການຊ້ອກຕະຫຼອດເວລາ.

ທາງທ່ານໝໍເພີ່ນໄດ້ໃຫ້ຄຳປືດສາແກ່ຜູ່ປົກຄອງເດັກແມ່ນຈະຕ້ອງນຳຜ່າຕັດດ່ວນ ແຕ່ດ້ວຍຄວາມທຸກຍາກຂອງຄອບຄົວຕ້ອງໃຊ້ຄ່າໃຊ້ຈ່າຍຈຳນວນຜ່າຕັດນີ້ເປັນຈຳນວນຫຼາຍອິກຢ່າງກໍມາແຕ່ຕ່າງແຂວງໂດຍບໍ່ຮູ້ຊີເຮັດວິທີໃດ ຂ້າພະເຈົ້າຂໍຕ່າງຫນ້າຄອບຄົວໃນນາມເປັນຫຼານຊາຍຂ້າພະເຈົ້າຂໍວອນໜ່ວຍງານອົງການຈັດຕັ້ງອື່ນໆທີ່ຢູ່ນະຄອນຫຼວງແລະທ່ານຜູ້ໃຈບຸນທົ່ວປະເທດຊ່ວຍຊີວິດຫຼານຂ້າພະເຈົ້າເເດ່ທ້ອນ#ການໃຊ້ຈ່າຍໃນການຜ່າຕັດຫົວໃຈເປັນຫຼາຍສົມຄວນທີ່ຈະຕ້ອງນຳສົ່ງເພື່ອໄປຜ່າຕັດປະເທດເພື່ອນບ້ານ ຂ້າພະເຈົ້າຂໍຄວາມເມດແດ່ທ່ານເອີຍ
#ທ່ານທີ່ຢາກຊ່ວຍຕິດຕໍ່ຄອບພໍ່ແມ່ເດັກໄດ້02028381522

#ທ່ານທີ່ຢາກຂ່ວຍນໍ້າໃຈແມ່ນບັນຊີຄອບຄົວເດັກໂດຍຕົງເລີຍເດີ030120000099250001 ອອກຊື່ PHETPHOUTHONE PHOMMACHANE
……………………………………………………………………
ທ່ານຜູ້ໃຈບຸນທັງຫລາຍຢາກໃຫ້ການຊ່ວຍເຫລືອສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ;

THE ASSOCIATION OF້ VOLUNTARY RESCUE VIENTIANE ເລກຄບັນຊີ: LAK010120000993902001.

ຂໍມູນເພີນເຕີມໂທ;020 2244 1624

Leave a Reply

Your email address will not be published. Required fields are marked *