ກະຊວງ ປກສ ໄດ້ຈັດກອງປະຊຸມກະກຽມສ້າງຕັ້ງ ກົມຕຳຫຼວດທາງລົດໄຟ ຂຶ້ນໃນວັນທີ 19 ກັນຍາ 2019 ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ພ້ອມທັງມີບັນດາທ່ານໃນຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງ ກົມຕຳຫຼວດທາງລົດໄຟ ເຂົ້າຮ່ວມ.

 

ກອງປະຊຸມໃນຄັ້ງນີ້, ພັອ ປອ ມາລາ ວິລະຈິດ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ທັງເປັນ ຄະນະຊີ້ນຳລວມຄົ້ນຄວ້າສ້າງຕັ້ງ ກົມຕຳຫຼວດທາງລົດໄຟ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 1872/ປກສ ລົງວັນທີ 9 ກັນຍາ 2019 ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງ ກົມຕຳຫຼວດທາງລົດໄຟ ໂດຍອີງຕາມກົດໝາຍ ວ່າດ້ວຍ ການລົດໄຟ, ທິດຊີ້ນຳຂອງ ລັດຖະບານ ແຫ່ງ ສປປ ລາວ ແລະ ອີງຕາມຄວາມຮຽກຮ້ອງຂອງວຽກງານ ປກສ ໃນໄລຍະໃໝ່ ເພື່ອກະກຽມໃຫ້ແກ່ການສ້າງຕັ້ງ ກົມຕຳຫຼວດທາງລົດໄຟ ກະຊວງ ປກສ ຂຶ້ນເປັນທາງການ ຕາມການຊີ້ນຳຂອງຂັ້ນເທິງໃຫ້ປະກົດຜົນເປັນຈິງ.

 

ລັດຖະມົນຕີ ກະຊວງ ປກສ ຈຶ່ງຕົກລົງແຕ່ງຕັ້ງ ຄະນະຊີ້ນຳລວມຄົ້ນຄວ້າສ້າງຕັ້ງກົມ ເຊິ່ງປະກອບມີ 7 ທ່ານ ໂດຍແມ່ນ ພົຕ ກົງທອງ ພົງວິຈິດ ເປັນຫົວໜ້າ ພ້ອມທັງແຕ່ງຕັ້ງ ຄະນະຮັບຜິດຊອບທາງວິຊາການຄົ້ນຄວ້າສ້າງຕັ້ງ ກົມຕຳຫຼວດທາງລົດໄຟ ປະກອບ ມີ 12 ທ່ານ. ໃນນີ້, ຄະນະຊີ້ນຳລວມມີໜ້າທີ່ໃນການຊີ້ນຳ ຄະນະຮັບຜິດຊອບວິຊາການ ເກັບກຳຂໍ້ມູນ, ສ້າງບົດວິພາກ, ໂຄງຮ່າງລະບົບການຈັດຕັ້ງ ແລະ ແຜນການດຳເນີນງານຄົ້ນຄວ້າສ້າງຕັ້ງກົມດັ່ງກ່າວ ຕາມລະບຽບການ ແລະ ຂັ້ນຕອນທີ່ໄດ້ກຳນົດ, ພົວພັນແລກປ່ຽນບົດຮຽນກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ຕາມການ ເຫັນດີຂອງຂັ້ນເທິງ, ນຳສະເໜີ ກະຊວງ ແລະ ຂັ້ນເທິງ ພິຈາລະນາຕົກລົງຮັບຮອງເປັນທາງການ ກ່ຽວກັບ ການສ້າງຕັ້ງກົມດັ່ງກ່າວ.

 

ໃນກອງປະຊຸມ, ບັນດາທ່ານໃນຄະນະຮັບຜິດຊອບສ້າງຕັ້ງກົມ ກໍໄດ້ມີການປະກອບຄຳຄິດເຫັນໃສ່ແຜນການເຄື່ອນໄຫວຂອງ ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງ ກົມຕຳຫຼວດທາງລົດໄຟ ແລະ ໄດ້ມີການມອບໝາຍໜ້າທີ່ – ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ໃນຄະນະດັ່ງກ່າວ ໄດ້ເຄື່ອນໄຫວຕາມແຜນການ ແລະ ໄດ້ຄົ້ນຄວ້າກ່ຽວກັບ ໂຄງປະກອບການຈັດຕັ້ງ, ຄາດກະບັນຈຸສັບຊ້ອນ ບຸກຄະລາກອນ, ຄົ້ນຄວ້າເຄື່ອງໝາຍເຫຼົ່າວິຊາສະເພາະ, ເຄື່ອງແບບ ແລະ ຂຽນບົດວິພາກກ່ຽວກັບ ການສ້າງຕັ້ງ ກົມຕຳຫຼວດທາງລົດໄຟ.

+ຂ່າວຈາກ: ຄວາມສະຫງົບລາຍວັນ.

Leave a Reply

Your email address will not be published. Required fields are marked *