ໃນວັນທີ 24 ກັນຍາ ຜ່ານມາ, ທ່ານ ຈັນທະໜອມ ນຽມມະນີວັນ ຮອງເຈົ້າເມືອງເຊບັ້ງໄຟ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຄື່ອນໄຫວຢ້ຽມຢາມ ອຳນາດການປົກຄອງບ້ານ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໄຟນ້ຳຖ້ວມ 3 ເຂດຄື: ບ້ານດ້າງທ່າ, ນາພອກ ແລະ ບ້ານຫາດຄຳຮຽງ ເພື່ອຢ້ຽມຢາມຖາມຂ່າວ ແລະ ເປັນຂວັນກຳລັງໃຈໃຫ້ກັບອຳນາດການປົກຄອງບ້ານ ແລະ ປະຊາ ຊົນ.
ພ້ອມກັນນີ້, ການນຳຂັ້ນເມືອງ ກໍໄດ້ມອບເຄື່ອງບໍລິໂພກປະເພດໝີ່ໄວໆ ໃຫ້ບ້ານດ້າງທ່າ 52 ແກັດ, ໃຫ້ບ້ານນາພອກ 110 ແກັດ, ໃຫ້ບ້ານຫາດຄຳຮຽງ 126 ແກັດ, ລວມມູນຄ່າທັງໝົດ 12 ລ້ານກວ່າກີບ ແລະ ໃນໂອກາດນີ້, ທ່ານ ສົມພົງ ແອ້ສຸລິຍັນ ຫົວໜ້າຄະນະຈັດຕັ້ງເມືອງເຊບັ້ງໄຟ ກໍໄດ້ຮຽກຮ້ອງມາຍັງອໍານາດການປົກຄອງ ຕະຫລອດຮອດປະຊາຊົນແຕ່ລະບ້ານ ຈົ່ງພ້ອມກັນເອົາໃຈໃສ່ເປັນເຈົ້າການໃນການຟື້ນຟູ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນພາຍຫລັງທີ່ນ້ຳບົກແຫ້ງລົງ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ | ຂປລ