ປະກາດຫາຍາດພີ່ນ້ອງຂອງຊາກສົບຄົນເສຍຊີວິດ. ໃນຄັ້ງວັນທີ 24/09/2019 ທາງເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຊຽງຂວາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຊັນນະສູດຊາກສົບ ທີ່ມີປະຊາຊົນພົບເຫັນ ຢູ່ປ່າເທິງພູແຮ່ ຈຸດ 09 ລະຫວ່າງຊາຍແດນ ບ້ານ ຮົວະ ຕິດກັບ ບ້ານ ຄັງໄຂ ເມືອງແປກ ແຂວງຊຽງຂວາງ ຊຶ່ງຊາກສົບເຫຼືອແຕ່ໂຄງກະດູກ ແລະ ບໍ່ມີເອກະສານໃດໆ ທີ່ຈະສາມາດຢັ້ງຢືນຕົວບຸກຄົນໄດ້.
ໍ ເຄື່ອງນຸ່ງຕິດຕົວ:
– ເສື້ອນອກ: ເສື້ອກັນໜາວ ແຂນຍາວ ສີໂຕ່ນ
– ເສື້ອຊ້ອນໃນ: ເສື້ອຢືດແຂນສັ້ນ ສີເຫຼືອງ
– ໂສ້ງນອກ: ໂສ້ງສຸພາບ ຂາຍາວ ສີດຳ
– ໃສ່ເກີບແພສີດຳ
ບໍລິເວນສະຖານທີ່ເກີດເຫດພົບເຫັນມີ:
– ພ້າແຫຼມພ້ອມຟັກ 01 ດວງ.
– ກະເປົ໋າສີດໍາ01ໜ່ວຍ ຢູ່ພາຍໃນກະເປົ໋າພົບເຫັນມີ: ໂສ້ງສຸພາບຂາຍາວ 02 ຜືນ( ສີຳ ແລະ ສີຕັບໝູ ), ເສື້ອຢືດແຂນສັ່ນ ສີສົ່ມ01ຜືນ, ໝວກແງັບສີດຳ01ໜ່ວຍ,ໝວກແລນສີດຳ01ໜ່ວຍ, ປື້ມຂຽນ01ຫົວ ຊຶ່ງຢູ່ພາຍໃນປື້ມໄດ້ຂຽນໜັງສືເປັນພາສາມົ້ງ ທີ່ຂຽນໄວ້ຄື: ແມ່ມັນເອີຍ ເຮົາໄດ້ສ້າງຄອບຄົວນຳກັນເທື່ອໜຶ່ງ ຂໍໃຫ້ເຈົ້າຮັກລູກຂ້ອຍ 03 ຄົນ ເຈົ້າຈຶ່ງຈະມີຄວາມສຸກເດີ່ ສ່ວນຂ້ອຍ ເຈົ້າບໍ່ຕ້ອງຊອກຫາແລ້ວ.
ດັ່ງນັ້ນຈຶ່ງແຈ້ງມາຍັງຍາດພີ່ນ້ອງຂອງຜູ່ເສຍຊີວິດ ຖ້າຫາກໃຜມີຂໍ້ມູນທີ່ກ່ຽວຂ້ອງໃຫ້ເຂົ້າມາພົວພັນນຳ ຫ້ອງຕຳຫຼວດ ພະແນກສືບສວນ-ສອບສວນ ປກສ ແຂວງ ຊຽງຂວາງ.
ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624