ສະພາບໍລິຫານ ແລະຄະນະ ອຳນວຍການທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ປະກອບສ່ວນເຂົ້າສານ ຈຳນວນ 20.000 ກິໂລ, ມູນຄ່າ 164 ລ້ານກີບ ເພື່ອຊ່ວຍເຫຼືອພີ່ ນ້ອງຊາວແຂວງສະຫວັນນະເຂດ.

 

ທີ່ໄດ້ຮັບຜົນກະທົບຈາກໄພນ້ຳ ຖ້ວມ ຊຶ່ງພິທີມອບ-ຮັບເຂົ້າຊ່ວຍ ເຫຼືອໄດ້ຈັດຂຶ້ນໃນວັນທີ 18 ກັນ ຍາ 2019, ທີ່ຫ້ອງວ່າການປົກ ຄອງແຂວງ ເຊິ່ງໃຫ້ກຽດຮັບໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະ ລາດ ຮອງເຈົ້າແຂວງສະຫວັນ ນະເຂດ ແລະຕາງໜ້າມອບໂດຍ ທ່ານ ນາງ ຈັນຖະໜອມ ມູນລາດ ຊະວົງ ຫົວໜ້າສາຂາ ທຄຕລ ແຂວງ ພ້ອມຄະນະ

 

 

ຈາກນີ້, ທາງ ສະພາບໍລິຫານ ແລະຄະນະອຳ ນວຍການ ທຄຕລ ຍັງໄດ້ປະກອບ ສ່ວນເງິນຄ່າຂົນສົ່ງເຂົ້າຊ່ວຍ ເຫຼືອດັ່ງກ່າວຈຳນວນ 4 ລ້ານກີບ ຕື່ມອີກ./.

 

Leave a Reply

Your email address will not be published. Required fields are marked *