ໃນວັນທີ 25 ກັນຍານີ້, ທ່ານ ພົນເອກ ຈັນສະໝອນ ຈັນ ຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ, ເນື່ອງ ໃນໂອກາດສຳເລັດໜ້າທີ່ການທູດປະຈຳ ສປປ ລາວ.
ທ່ານ ກຽດຕິຄຸນ ຊາດປະເສີດ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມືທີ່ດີຕະຫຼອດໄລຍະເວລາທີ່ຕົນມາດຳລົງຕຳແໜ່ງເປັນເອກອັກຄະລາຊະທູດຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມທັງໄດ້ລາຍງານການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນໃນໄລຍະຜ່ານມາໂດຍຫຍໍ້ ເປັນຕົ້ນການພົວພັນຮ່ວມມືກັນລະຫວ່າງສອງປະເທດ ລາວ-ໄທ ໃນດ້ານຕ່າງໆໄດ້ຮັບການພັດທະນາດີຂຶ້ນບໍ່ວ່າຈະເປັນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການພົວພັນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ.
ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານເອກອັກຄະຣາຊະທູດຣາ ຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ການທູດຂອງຕົນຈົນສຳເລັດ ແລະ ມີໝາກຜົນທີ່ດີຫຼາຍດ້ານ ເປັນບາດກ້າວໜຶ່ງໃນການຮ່ວມມືລະຫວ່າງສອງປະເທດ ລາວ-ໄທ ທັງເປັນການເສີມສ້າງສາຍພົວພັນຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີຕະຫຼອດ ໄປ ແລະ ອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່ທີ່ມີກຽດຂອງທ່ານ.
ທີ່ມາ: ຂ່າວ ກອງທັບ