ມາຮອດປະຈຸບັນ, ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຈຳປາສັກໄດ້ຮັບການຊ່ວຍເຫລືອແລ້ວ ມູນຄ່າ 5 ຕື້ 100 ກ່ວາລ້ານກີບ, ໃນນັ້ນແມ່ນລວມທັງພາກລັດ ແລະ ພາກເອກະຊົນ, ບັນດາບຸກຄົນ, ແລະ ນິຕິບຸກຄົນ, ລວມທັງ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ບົວລິນ ວົງພະຈັນ, ຮອງເຈົ້າແຂວງໆຈຳປາສັກ, ປະທານຄະນະກຳມະການປ້ອງກັນ, ຄວບຄຸມ ແລະ ຟື້ນຟູໄພພິບັດແຂວງຈຳປາສັກໃຫ້ສຳພາດວ່າ: ຈາກສະພາບນ້ຳຖ້ວມໃນຄັ້ງນີ້ ແມ່ນໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງລັດ, ລວມໝູ່ ແລະ ປະຊາຊົນ; ບັນດາຖະໜົນຫົນທາງ, ຂົວ, ຕາຂ່າຍໄຟຟ້າ, ເຂື່ອນໄຟຟ້າ, ເຮືອນຊານບ້ານຊ່ອງ, ແລະ ໄຮ່ນາຮົ້ວສວນ ຖືກນ້ຳຖ້ວມ ແລະ ໄດ້ຮັບຄວາມເສຍຫາຍ; ປະຊາຊົນຫລາຍພັນຄົນໄດ້ຖືກຍົກຍ້າຍໄປຢູ່ສະຖານທີ່ປອດໄພ, ເຊິ່ງໃນທົ່ວແຂວງຈຳປາສັກ ແມ່ນມີເນື້ອທີ່ໆຖືກຖ້ວມທັງໝົດ 4 ໝື່ນ 2 ພັນກ່ວາເຮັກຕາ; ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 483 ບ້ານ, ເຊິ່ງກວມເອົາ 4 ໝື່ນ 6 ພັນກ່ວາຄອບຄົວ, ພົນລະເມືອງ 2 ແສນ 6 ໝື່ນກ່ວາຄົນ, ໃນນັ້ນເສຍຊີວິດ ແລະ ສູນຫາຍລວມມີ 8 ຄົນ, ຍິງ 1 ຄົນ; ເຮືອນສູນຫາຍ 18 ຫລັງ, ເຮືອນເປ່ເພ 274 ຫລັງ, ໂດຍສ້ອມແປງໄດ້ 196 ຫຼັງ, ແລະ ສ້ອມແປງບໍ່ໄດ້ 78 ຫລັງ; ເນື້ອທີ່ທຳການຜະລິດໄຮ່ນາຮົ້ວສວນ ຖືກນ້ຳຖ້ວມເສຍຫາຍ 2 ໝື່ນ 3 ພັນກ່ວາເຮັກຕາ, ສັດລ້ຽງຫລາຍຊະນິດຖືກສູນຫາຍ, ເຊັ່ນ ງົວມີ 2 ໝື່ນ 7 ພັນກ່ວາໂຕ, ຄວາຍ 1 ໝື່ນ 3 ພັນກ່ວາໂຕ, ໝູ 3 ພັນກ່ວາໂຕ, ແບ້ 3 ພັນກ່ວາໂຕ, ສັດປີກ 1ແສນ 3 ໝື່ນກ່ວາໂຕ, ໜອງປາ 1 ພັນກ່ວາ ໜອງ, ປາສູນຫາຍ 16 ລ້ານກ່ວາໂຕ ແລະ ປາກະຊັງ 100 ກ່ວາກະຊັງ, ແລະ ປາເສຍຫາຍ 100 ກ່ວາໂຕນ.
ນອກຈາກນັ້ນ, ຍັງມີພື້ນຖານໂຄງລ່າງ ແລະ ສາທາລະນະສຸກຖືກເສຍຫາຍຢ່າງຫລວງຫລາຍ, ໂດຍມີ ຖະໜົນຫົນທາງເສຍຫາຍ 115 ເສັ້ນ, ຂົວ 7 ແຫ່ງ, ລະບົບນ້ຳປະປາເສຍຫາຍ 1 ຕື້ກ່ວາກີບ, ພາຫະນະເສຍຫາຍ 152 ຄັນ, ສາຍໄຟຟ້າ, ໝໍ້ແປງ, ໝ້ໍນັບໄຟເສຍຫາຍ 2 ຕື້ກ່ວາກີບ, ໂຮງຮຽນເສຍຫາຍ 8 ຫລັງ, ໂຮງໝໍເສຍຫາຍ 3 ແຫ່ງ, ຄິດເປັນມູນຄ່າ 695 ລ້ານກ່ວາກີບ, ສຸກສາລາ 10 ແຫ່ງ, ໂດຍສັງລວມຜົນເສຍຫາຍເບື້ອງຕົ້ນຫຼາຍພັນລ້ານກີບ.
ທ່ານຮອງເຈົ້າແຂວງໆຈຳປາສັກກ່າວຕື່ມວ່າ: ຈາກສະພາບຄືດັ່ງກ່າວນີ້, ທາງພັກ, ລັດຖະບານ ກ່ໍຄື ອຳນາດການປົກຄອງທຸກຂັ້ນ ແມ່ນໄດ້ເອົາໃຈໄສ່ຕ່ໍການຊ່ວຍເຫລືອປະຊາຊົນ, ເປັນຕົ້ນ ແມ່ນໄດ້ລົງໄປໃກ້ຊິດຕິດແທດ ແລະ ມອບເຄື່ອງອຸປະໂພກ, ບໍລິໂພກຊ່ວຍເຫຼືອປະຊາຊົນແລ້ວໃນແຕ່ລະບ້ານ; ຄອບຄົວໃດຂາດທີ່ຢູ່ອາໄສ ແລະ ເຮືອນຈຳນວນຈັກຫຼັງທີ່ຖືກນໍ້າຖ້ວມຊຸເສຍຫາຍ.
ປະຈຸບັນ, ພະແນກການທີ່ກ່ຽວຂ້ອງ ແມ່ນກຳລັງລົງເກັບກຳຂໍ້ມູນເພີ່ມຕື່ມ ເພື່ອລະດົມຂົນຂວາຍຫາການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຕື່ມອີກ, ໂດຍໃນໄລຍະຜ່ານມາ ແມ່ນ ນອກຈາກໄດ້ມອບເຄື່ອງອຸປະໂພກ,ບໍລິໂພກໃຫ້ແລ້ວ, ກໍ່ຍັງໄດ້ຈັດຊື້ເຂົ້າກິນ ແລະ ແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມແລ້ວ 66 ໂຕນ, ໂດຍໃນນີ້, ໃຫ້ເມືອງຊະນະສົມບູນມີ 10 ໂຕນ, ນະຄອນປາກເຊ 10 ໂຕນ, ປະທຸມພອນ 10 ໂຕນ, ໂພນທອງ 5 ໂຕນ, ປາກຊ່ອງ 4 ໂຕນ, ບາຈຽງ 5 ໂຕນ, ຈຳປາສັກ 6 ໂຕນ, ສຸຂຸມມາ 6 ໂຕນ, ເມືອງມຸນລະປະໂມກ 5 ໂຕນ ແລະ ເມືອງໂຂງ ອີກ5 ໂຕນ.
ຂ່າວໂດຍ: ປະພິດ ສີສົມບູນ