ຄະນະນຳດ້ານການທ່ອງທ່ຽວຈາກ ພາກລັດ ແລະ ເອກະຊົນ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານເທສະການທ່ອງ ທ່ຽວສາກົນ ຢູ່ແຂວງຫູໜານ ສປ ຈີນ ປະຈຳປີ 2019 ໃນວັນທີ 22 ກັນຍາ 2019 ໂດຍຂະແໜງທ່ອງທ່ຽວ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມກັບບັນດາປະເທດອື່ນໆໃນທົ່ວໂລກ ປະມານ 500 ກວ່າຄົນ.
ຄະນະທ່ອງທ່ຽວລາວນຳໂດຍທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາບໍລິສັດທ່ອງທ່ຽວ ຈາກ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມເທສະການດັ່ງກ່າວ ເພື່ອເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ການຄ້າ ແລະ ການລົງທຶນ ຂອງສອງປະເທດ ລາວ-ຈີນ. ງານເທສະການທ່ອງທ່ຽວໃນຄັ້ງນີ້ ຈະເປັນນິມິດໝາຍທີ່ດີ ໃຫ້ແກ່ການເສີມສ້າງສາຍພົວພັນຮ່ວມມືມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ແມ່ນແນໃສ່ການກະຕຸກຊຸກຍູ້ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ການຄ້າ ແລະ ການລົງທຶນ ຂອງ ສອງປະເທດໃຫ້ນັບມື້ນັບກວ້າງຂວາງຍິ່ງຂຶ້ນ.
ແຂວງຫູໜານ ແລະ ສປປ ລາວ ໄດ້ເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ແທດເໝາະກັບສະພາບການຕົວຈິງ ນັບແຕ່ເດືອນກໍລະກົດ 2018 ທີ່ຜ່ານມາ ໄດ້ລິເລີ່ມໂຄງການເຊື້ອເຊີນນັກທ່ອງທ່ຽວຈາກຫູໜານຫຼາຍ ກວ່າ 10.000 ຄົນ ມາຢ້ຽມຢາມ ສປປ ລາວ ຊຶ່ງໄດ້ສຳເລັດຕາມລະດັບຄາດໝາຍ. ພາຍຫຼັງເປີດປີທ່ອງທ່ຽວ ລາວ-ຈີນ 2019 ເປັນຕົ້ນມາ ອີງຕາມສະຖິຕິ 6 ເດືອນຕົ້ນປີ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ 2 ລ້ານກວ່າຄົນ ເພິ່ມຂຶ້ນ 5% ຖ້າທຽບໃສ່ໄລຍະດຽວກັນໃນປີ 2018 ໃນນັ້ນ ຈຳນວນນັກທ່ອງທ່ຽວຈີນມີເຖິງ 5 ແສນກວ່າຄົນ ເພີ່ມຂຶ້ນ 13% ໃນຕົວເລກຄາດໝາຍ 1 ລ້ານເທື່ອຄົນ.
ນອກນີ້ ຄະນະນຳທ່ອງທ່ຽວຝ່າຍລາວຈະໄດ້ຮ່ວມກັບເພື່ອນມິດຈາກປະເທດຕ່າງໆ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ພາຍໃນແຂວງຫູໜານ ແລະ ສຳຜັດກັບທິວທັດທຳມະຊາດ ຊີມອາຫານອັນແຊບຊ້ອຍຂອງແຂວງຫູໜານ ແລະ ພ້ອມດຽວກັນນັ້ນ ກໍຈະໄດ້ຖອດຖອນບົດຮຽນແລກປ່ຽນປະສົບການ ໃນການພັດທະນາວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງຫູໜານ ເພື່ອນຳເອົາບົດຮຽນອັນລ້ຳຄ່າດັ່ງກ່າວນັ້ນ ກັບໄປສົມທົບກັບພະແນກການທີ່ກ່ຽວຂ້ອງ ເພື່ອໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
ທີ່ມາ: ນສພ ວຽງຈັນໃຫມ່