ໃນຕອນແລງວັນທີ 20 ກັນຍາ 2019 ທີ່ກະຊວງສທາລະນະສຸກ, ນະຄອນຫລວງວຽງຈັນ, ທ່ານ ຮສ ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຖະແຫລງຂ່າວ ຮ່ວມກັບທ່ານ ປອ ບຸນຂວາງ ຄໍາບຸນເຮືອງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ມາກແອນດິວ ຈາຄົບ, ຜູ້ຕາງໜ້າອົງການອະນາໄມໂລກປະຈໍາລາວ ໃນໂອກາດສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກ ປະຈໍາປີ 2019.
ໃນບາງຕອນຂອງການຖະແຫລງຂ່າວ, ທ່ານ ຮສ ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ພະຍາດວໍ້ ເປັນພະຍາດຕິດຕໍ່ຮ້າຍແຮງຊະນິດໜຶ່ງ ເຊິ່ງສາມາດຕິດຕໍ່ໄດ້ຈາກສັດສູ່ຄົນ; ຕົ້ນເຫດແມ່ນມາຈາກເຊື້ອ Rabies virus, ສາຍພັນ Lyssa virus, ໂດຍເຊື້ອພະຍາດດັ່ງກ່າວຍັງສາມາດຕິດແປດໃສ່ສັດເລືອດອຸ່ນທຸກຊະນິດໄດ້ອີກດ້ວຍເຊັ່ນ: ໝາ, ແມວ, ງົວ, ຄວາຍ, ຊະນີ, ກະຮອກ, ກະແຕ, ເສືອ,ໝີ, ໜູ, ແລະ ເຈຍ, ເປັນຕົ້ນ ລວມທັງຄົນເຮົານຳອີກດ້ວຍ.
ການຕິດເຊື້ອຜ່ານທາງນໍ້າລາຍຂອງສັດທີ່ເປັນພະຍາດວໍ້ເຂົ້າສູ່ບາດແຜ ດ້ວຍການຖືກສັດກັດ ຫລື ຄູດ, ຫລື ເລຍ ໂດຍນໍ້າລາຍກະເດັນເຂົ້າທາງຜິວໜັງທີ່ມີບາດແຜ, ທາງຕາ ຫຼື ປາກ. ການລະບາດຂອງພະຍາດວໍ້ ສ່ວນໃຫຍ່ແມ່ນຢູ່ປະເທດທີ່ດ້ອຍພັດທະນາ ແລະ ປະເທດທີ່ກຳລັງພັດທະນາໃນຂົງເຂດທະວີບອາຟຣິກາ ແລະ ອາຊີ; ພາຫະນຳເຊື້ອທີ່ສຳຄັນແມ່ນ ສັດເລືອດອຸ່ນທຸກຊະນິດ ທີ່ເປັນສັດລ້ຽງລູກດ້ວຍນໍ້ານົມ (ຈຳພວກສັດກັດແຫ້ນ), ໂດຍສະເພາະແມ່ນໝາ. ພະຍາດດັ່ງກ່າວນີ້ ໄດ້ມີລາຍງານມາແຕ່ສະໄໝດຶກດຳບັນວ່າ “ເປັນນັກຂ້າມະນຸດ”. ອີງຕາມຂໍ້ມູນຈາກໂຄງການອະນາໄມໂລກ (WHO) ໄດ້ລາຍງານວ່າ ໃນແຕ່ລະປີ ແມ່ນຈະມີຄົນເສຍຊີວິດຍ້ອນພະຍາດວໍ້ປະມານ 59.000 ຄົນຕໍ່ປີ, ໃນນີ້ 95% ແມ່ນຢູ່ອາຟຣິິກາ ແລະ ອາຊີ; ຄົນເສຍຊີວິດສ່ວນຫຼາຍແມ່ນຍ້ອນຖືກໝາກັດ; ປະມານ 30-60% ຂອງຜູ້ທີ່ໄດ້ຮັບຜົນກະທົບຍ້ອນຖືກໝາກັດ ແມ່ນເດັກນ້ອຍລະຫວ່າງ 5-14 ປີ, ໃນຂະນະທີ່ອັດຕາການຕາຍຍ້ອນເປັນພະຍາດວໍ້ແມ່ນ 100%.
ໃນປີ 2010, ລັດຖະບານສປປ ລາວ ໄດ້ຮັບຮອງຍຸດທະສາດໃນການລົບລ້າງພະຍາດວໍ້ໃນບັນດາປະເທດສະມາຊິກອາຊຽນ.
ສຳລັບ ສປປ ລາວ, ກໍ່ໄດ້ມີການຮ່າງຍຸດທະສາດແຫ່ງຊາດວ່າດ້ວຍການກັນ ແລະ ຄວບຄຸມພະຍາດວໍ້ ໄປຄຽງຄູ່ກັບຍຸດທະສາດວ່າດ້ວຍການກັນ ແລະ ຄວບຄຸມພະຍາດວໍ້ຂອງບັນດາປະເທດອາຊຽນ, ເຊິ່ງກວມເອົາອົງປະກອບທາງດ້ານສຸຂະພາບຄົນ, ສຸຂະພາບສັດ ແລະ ການປະສານງານກັບຫຼາຍຝ່າຍເພື່ອໃຫ້ປະສົບຜົນສຳເລັດໃນການລົບລ້າງພະຍາດວໍ້ພາຍໃນປີ 2030 ຂອງອົງການອະນາໄມໂລກວາງອອກ ແລະ ອີງຕາມແຜນຍຸດທະສາດແຫ່ງຊາດ ກ່ຽວກັບພະຍາດຕິດຕໍ່ ແລະ ພະຍາດຊຶມເຊື້ອທີ່ເກີດຂຶ້ນໃໝ່ ແລະ ກັບຄືນມາເກີດຂຶ້ນອີກ, ພາຍໃຕ້ການຮ່ວມມື ແລະ ການປະສານງານຂອງ ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ລາວ, ໂດຍໄດ້ກຳນົດເອົາ 5 ພະຍາດບຸລິມະສິດ, ເຊິ່ງໃນນີ້ ພະຍາດວໍ້ແມ່ນພະຍາດໜຶ່ງທີ່ນອນຢູ່ໃນພະຍາດບຸລິມະສິດດັ່ງກ່າວ ແລະ ພະຍາດວໍ້ ກໍ່ໄດ້ຖືກເອົາເຂົ້າຢູ່ໃນລະບົບເຝົ້າລະວັງແຫ່ງຊາດໃນທ້າຍປີ 2018 ແລະ ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນມັງກອນ 2019 ເປັນຕົ້ນມາ.
ຢູ່ສປປ ລາວ ແມ່ນໄດ້ຮັບຜົນກະທົບຈາກພະຍາດວໍ້ ຕະຫລອດມາ ໃນແຕ່ລະປີ ແລະ ມີຂໍ້ມູນລາຍງານຈາກຄົນທີ່ຖືກໝາກັດ ແລະ ທີ່ພົບເຊື້ອໄວຣັດວໍ້ໃນຕົວຢ່າງຂອງແຕ່ລະປີ, ເຊິ່ງໄດ້ຮັບການລາຍງານຈາກບາງແຂວງຫາສູນວິເຄາະ ແລະ ລະບາດວິທະຍາທີ່ມີຕົວເລກສະສົມແຕ່ປີ 2012-2019 ສະແດງໃຫ້ເຫັນວ່າ: ກໍລະນີທີ່ຖືກສັດກັດມີທັງໝົດ 270 ຄົນ ແລະ ເສຍຊີວິດ 29 ຄົນ. ໃນກໍລະນີທີ່ຖືກສັດກັດ (ໝາ, ແມວ) ແມ່ນຄວນໄປພົບແພດດ່ວນ ເພື່ອຮັກສາປີ່ນປົວ ແລະ ສັກຢາວັກຊີນກັນພະຍາດວໍ້.
ເລີ່ມແຕ່ປີ 2008 ເປັນຕົ້ນມາ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການຜັດປ່ຽນກັນເປັນເຈົ້າພາບຈັດພິທີສະເຫຼີມສະຫຼອງວັດຕ້ານພະຍາດວໍ້ໂລກຢູ່ ສປປ ລາວ, ເພື່ອໃຫ້ຄວາມຮູ້ກ່ຽວກັບພະຍາດວໍ້ແກ່ປະຊາຊົນ, ຜົນກະທົບຂອງພະຍາດວໍ້, ວິທີປະຕິບັດ ແລະ ວິທີການກັນພະຍາດວໍ້.
ສຳລັບປີນີ້, ກະຊວງສາທາລະນະສຸກຈະເປັນເຈົ້າພາບ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ໂດຍຈະໄດ້ຈັດງານຊຸມນຸມສະເຫຼີມສະຫຼອງວັດຕ້ານພະຍາດວໍ້ໂລກຂຶ້ນ ທີ່ສວນເຈົ້າຟ້າງຸ່ມ, ບ້ານຂຸນຕາທ່າ, ເມືອງສີໂຄດຕະບອງ, ໃນວັນທີ 27 ກັນຍາ 2019 ທີ່ຈະມາເຖິງນີ້, ເລີ່ມແຕ່ເວລາ 8:30-16:00 ໂມງ; ສຳລັບຄຳຂວັນຂອງວັນຕ້ານພະຍາດວໍ້ໂລກປີນີ້ແມ່ນ “ສັກຢາກັນພະຍາດວໍ້ ເພື່ອກ້າວໄປເຖິງການລົບລ້າງພະຍາດວໍ້”. ດັ່ງນັ້ນ, ຈຶ່ງຂໍເຊີນຊວນທຸກທ່ານ ຈົ່ງນຳເອົາສັດລ້ຽງ, ເປັນຕົ້ນ ແມ່ນໝາ ແລະ ແມວຂອງທ່ານໃຫ້ໄປສັກຢາກັນວໍ້ໂດຍບໍ່ໄດ້ເສຍຄ່າ.