ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈຳແຂວງອັດຕະປື ສົມກັບເຈົ້າໜ້າທີ່ຈາລະຈອນແຂວງ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງອັດຕະປື,

 

ໄດ້ສືບຕໍ່ເຄືອນໄຫວການຊຸກຍູ້ເສຍຄ່າທໍານຽມທາງປະຈຳປີ 2019 ຢູ່ປ້ອມຕໍາຫລວດຫລັກ 7 ເມືອງສາມັກຄີໄຊ ແຂວງອັດຕະປື ເສັ້ນທາງ 1 ໄອ ເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ບັນດາຫົວໜ່ວຍທຸລະກິດ ແລະປະຊາຊົນບັນດາເຜົ່າ ໄດ້ມາເສຍຄ່າທໍານຽມທາງຜ່ານລະບົບທະນາຄານຢ່າງເປັນຂະບວນຟົດຟື້ນ, ອັນສໍາຄັນກໍ່ແມ່ນເປັນແບບຢ່າງນໍາໜ້າ ສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາປະເທດຊາດ.

ການເຄື່ອນໄຫວຄັ້ງນີ້ ແມ່ນເປັນຈຸດທີ 3 ຂອງແຜນການເຄື່ອນໄຫວໃນຂອບເຂດທົ່ວແຂວງ ແລະ ຍັງຈະສືບຕໍ່ເຄື່ອນໄຫວເພີ່ມຕື່ມອີກ 4 ຕົວເມືອງ ເຊິ່ງການເສຍຄ່າທຳນຽມທາງຜ່ານລະບົບທະນາຄານ ແມ່ນສາມາດຊຳລະໄດ້ 5 ຊ່ອງທາງ ຄື: ແອັບພຣີເຄເຊີນມືຖື, ຕູ້ເອທີເອັມ, ເຄົາເຕີທະນາຄານ, ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ ແລະ ຕູ້ອັດຕະໂນມັດ. ຜ່ານການເຄືອນໄຫວການຊຸກຍູ້ ຕົວຈິງ ເຫັນໄດ້ວ່າບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນແຂວງອັດຕະປື ມີຄວາມຕື່ນຕົວໃນການແຈ້ງ ແລະ ຊຳລະຄ່າທຳນຽມທາງ ຫລາຍຂຶ້ນ.

ຂ່າວ: ວັດທະນາ ຫລວງອາໄພ

Leave a Reply

Your email address will not be published. Required fields are marked *