ໃນວັນທີ 19 ເດຶອນກັນຍາ ປີ 2019 ນີ້ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆສາລະວັນ ພ້ອມຄະນະໄດ້ຕອນຮັບທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວກກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍລາດບັງຫຼວງ ພ້ອມຄະນະທີ່ເດີນທາງມາເຮັດຢູ່ທີ່ສະໜາມບິນແຂວງ,
ທ່ານ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນກໍ່ໄດ້ລາຍງານສະກໍໄດ້ລາຍງານສະພາບການໂດຍຫຍໍ້ ຢູ່ທີ່ຫ້ອງປະຊຸມສະໂມສອນແຂວງ, ຊັ້ນ II ເປັນຕົ້ນກໍ່ແມ່ນວຽກປ້ອງກັນຊາ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດສັງຄົມ, ນອກຈາກນັ້ນກໍ່ແມ່ນວຽກງງານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກເຊີ່ງມາຮອດປະຈຸບັນນີ້ແຂວງສາລະວັນສາມາດເປີດກອງປະຊຸມໃຫຍ່ສຳເລັດໄປແລ້ວ 2 ເມືອງຄື: ເມືອງສະໝວຍ ແລະເມືອງຕະໂອ້ຍ, ພ້ອມດຽວກັນນີ້ທ່ານ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆສາລະວັນກໍ່ໄດ້ລາຍງນໂດຍຫຍໍ້ກຽວກັບບັນຫາສະພາບນໍ້າຖ້ວມໃນຕົ້ນເດຶອນທີ່ຜ່ານມາເຊີ່ງທົ່ວແຂວງສາລະວັນມີທັງໝົດ 579 ບ້ານ ເສຍຫາຍ 219 ບ້ານ, ມີ 35.698 ຄົນ ແລະມີພົນລະເມືອງ 139.221 ຄົນ, ມີເນື້ອທີ່ນຳຖ້ວມ 45.994 ເຮັກຕາ, ເນື້ອທີ່ນາ 25.490 ເຮັກຕາ.
ຈາກນັ້ນທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫນໂອລົມຕໍ່ພະນັກງານການນຳຂອງແຂວງ, ເຊີ່ງກ່ອນອື່ນທ່ານ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ການນຳຂອງແຂວງທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານເຮັດໃຫ້ທົ່ວແຂວງມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ພ້ອມທັງແກ້ໄຂບັນຫາຕ່າງໆຕາມຄວາມຮັບຜິດຊອບຂອງຕົນ, ເພື່ອເປັນການສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນຕໍ່ໜ້າຕ້ອງເອົາ ໃຈໃສ່ປັບປຸງກຳລັງຕ່າງໆນັບແຕ່ຂັ້ນຮາກຖານທ້ອງຖິ່ນ, ໃຫ້ມີຄວາມເຂັ້ນແຂງໂດຍສະເພາະກໍ່ແມ່ນບ້ານທີລຽບຕາມຊາຍແດນ, ນອກຈາກນັ້ນກໍ່ແມ່ນໃຫ້ເອົາໃຈໃສ່ໃນການສ້າງບ້ານສູ້ຮົບຕິດລ່ຽນ ແລະບ້ານຈັ້ງທ່າເພື່ອໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ໃນການຈັດເກັບລາຍຮັບ, ການຟື້ນພູໄພນໍ້າຖວມ, ພ້ອມທັງໃຫ້ໄດ້ເປີດສົກຮຽນ ແລະໃຫ້ເດັກນ້ອຍໄດ້ເຂົ້າຮຽນຢ່າງເປັນປົກກະຕີ.
ນອກຈາກນັ້ນກໍ່ບັນຫາເຂົ້າກິນ, ນໍ້າດືມ, ທີ່ຢູ່ອາໃສ່ຂອງຄົວຄອບຜູ້ທີ່ໄດ້ຮັບຜົນກະທົບຈາກໄຟທຳມະຊາດ, ຢາປົວພະຍາດຄົນ ແລະສັດອື່ນໆ ເພາະວ່າມັນເປັນສິງຈຳເປັັນທີ່ສຸດໃນໄລຍະນີ້, ພ້ອມກັນນັ້ນກໍ່ແມ່ນວຽກງານພື້ນຖານໂຄງລາງຕ້ອງໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂ້ ແລະເອົາໃຈໃສ່ສົ່ງເສີມວິສາຫາກິດຂະໜາດນ້ອຍ ແລະຂະໜາດກາງ, ສຳລັບວຽກງານກະກຽມກອງປະຊຸມໃຫຍ່ 3 ຂັນຂອງພັກໃຫ້ເອົາໃຈໃສ່ໃນການສ້າງຂະບວນການຕ່າງໆເປັນຕົ້ນຊຸກຍູ້ຂະບວນການຕິດພັນກັບການຟື້ນພູໄຟພິບັດ ແລະພ້ອມທັງຊຸກຍູ້ວຽກງານຂະບວນການຮ້ອບດ້ານປົກກະຕິ, ຕິດພັນກັບຂະບວນການຮັກຊາດພັດທະນາ, ເອົາໃຈໃສ່ໃນການກະກຽມເນື້ອໃນຕ່າງໆໂດຍສະເພາະກໍ່ແມ່ນບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະການກະກຽມບຸກຄະລາກອນຕ່າງໆທີ່ຈະເຂົ້າໃນໂຄງປະກອບ, ສຳລັບເມືອງທີ່ສຳເລັດກອງປະຊຸມໃຫຍ່ແລ້ວກໍ່ແມ່ນໃຫ້ຜັນຂະຫຍາຍມະຕິເນື້ອໃນຕ່າງໆ, ຜົນສຳເລັດຂອງກອງປະຊຸມລົງສູ້ຂັ້ນຮາກຖານເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຮັບຮູ້, ຈາກນັ້ນທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ມອບເງິນຈຳນວນໜຶ່ງເພື່ອນຳເອົາໄປໃຊ້ພັດທະນາພື້ນຖານໂຄງລາງທີ່ຈຳເປັນຂອງແຂວງ.
———————–
ພາບ-ຂ່າວ:ສິດຕາ ເພັດວົງສາ