ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດລະເບີດຄົນເສຍຊິວິດ 1 ຄົນເພດຊາຍ ທີ່ບ້ານທ່າລີເໜືອ ເມືອງນໍ້າບາກ, ແຂວງຫຼວງພະບາງ.
ຂໍ້ມູນບອກໃຫ້ຮູ້ວ່າ ຄົນຕາຍຍ້ອນຖືກລະເບີດທີບໍ່ທັນແຕກ ຂະນະທີ່ຂຸດດິນ, ເຊິ່ງເຫດເກີດຂື້ນຕອນເຊົ້າເວລາ 10 ໂມງປາຍ, ຂອງວັນເສົາ ທີ 21/09/019 ຢູ່ບ້ານທ່າລີເໜືອ ມ.ນ້ຳບາກ ແຂວງຫຼວງພະບາງ.
ຜູ່ເຄາະຮ້າຍແມ່ນ ພໍ່ເຖົ້າແກ້ວໝູນ ທີ່ພວມຂຸດໜໍ່ກ້ວຍນ້ອຍ ເພື່ອຂະຫຍາຍພັນຕໍ່ຢູ່ຂ້າງເຮືອນຂອງຜູ້ກ່ຽວເອງ, ໂດຍຂຸດຖືກໜ່ວຍລະເບີດ ດັ່ງກ່າວແລ້ວເກີດລະເບີດ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່
ຂໍສະແດງຄວາມສະລົດໃຈໃນເຫດການຄັ້ງນີ້ດ້ວຍ. ຂໍໃຫ້ເພິ່ນໄປສູສຸຂະຕິແລະສູພົບພູນທີດີເທີນ
ທີ່ມາ