ໃນວັນເສົາ 21/09/2019 ເວລາ 01:02 ນາທີ ທາງໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ ໄດ້ຮັບແຈ້ງເຫດຈາກ ປະຊາຊົນ ຜ່ານເບີສຸກເສີນ 020 22775959 ວ່າມີລົດໃຫຍ່ຕໍາກັບ ລົດຈັກ ໜ້າຮ້ານປິ້ງເປັດແອ່ນນ້າ
ເມື່ອໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ ໄປຮອດພົບເຫັນຄົນເຈັບ 1ຄົນ ເປັນເພດຊາຍ
ຮູ້ຊື່ ທ້າວ ສິງທອນ ອາຍຸ 29ປີ, ອາຊີບ ປະຊາຊົນ, ບ້ານ ນາຊາຍທອງ, ເມືອງ ນາຊາຍທອງ, ແຂວງ ນະຄອນຫຼວງວຽງຈັນ
ອາການເບື້ອງຕົ້ນແມ່ນ :ບໍ່ມີສະຕິ ມີບາດແຜເປີດໃຫຍ່ ແລະ ກະດູກຂ້າງຫັກ
ເມື່ອທາງໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ
ໄປຮອດຈຶ່ງໄດ້ ປະຖົມພະຍາບານຂັ້ນຕົ້ນ ແລະ ທຳການ CPR ແຕ່ຜູ້ກ່ຽວກໍບໍ່ມີການຕອບສະໜອງໃດໆດັ່ງນັ້ນຈຶ່ງມອບສົບຜູ້ກ່ຽວກັບບ້ານເພື່ອເຮັດພິທີຕາມສາສະໜາ,ທາງໜ່ວຍກູ້ໄພມູນນິທິພັດທະນາຜາສຸກຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊິວິດດ້ວຍ.
ເຈັບປ່ວຍສຸກເສີນແລະອຸປະຕິເຫດໂທ
020 22775959
ບໍລິການຟຣີຕະຫຼອດ24’ຊົ່ວໂມງ…….
#ຈຸດສວນ23ສິງຫາ