ປະຈຸບັນລາຄາສິນຄ້າທີ່ມີຜົນກະທົບໃນຊີວິດປະຈໍາວັນຕາມທ້ອງຕະຫຼາດມີການເໜັງຕີງເພີ່ມຂື້ນເປັນຕົ້ນແມ່ນສິນຄ້າອຸປະໂພກ- ບໍລິໂພກ, ຊື່ງມີຜົນກະທົບໂດຍກົງຕໍ່ກັບການດໍາລົງຊີວິດປະຈໍາວັນຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ເວົ້າສະເພາະກໍ່ຄືຊາວໄຊຍະບູລີຂອງພວກເຮົາ, ສາເຫດຫຼັກລາຄາສິນຄ້າມີການເໜັງຕີງເພີ່ມຂຶ້ນເກີດມາຈາກຫຼາຍສາເຫດ, ໂດຍສະເພາະແມ່ນການຜະລິດສິນຄ້າ ແລະ ການບໍລິການພາຍໃນຍັງມີຕົ້ນທຶນສູງເມື່ອທຽບກັບແຂວງອ້ອມຂ້າງ ແລະ ພາກພື້ນເຮັດໃຫ້ຄວາມອາດສາມາດໃນການແຂ່ງຂັນຍັງຕໍ່າ, ການສະໜອງຕົ້ນທຶນການຜະລິດສິນຄ້າຍັງເຮັດບໍ່ໄດ້( ຜູ້ຜະລິດບໍ່ສະໜອງ) , ອັດຕາການແລກປ່ຽນເງິນຕາຕ່າງປະເທດມີການເໜັງຕີງ-ຄ່າແຂງຕົວເງິນກີບອ່ອນລົງ,
ຜູ້ປະກອບການຈໍານວນໜື່ງຍັງມີການກັກຕຸນສິນຄ້າເພື່ອຂື້ີນລາຄາ, ມີສິນຄ້າຈໍານວນໜື່ງຂື້ນລາຄາເຮັດໃຫ້ສິນຄ້າປະເພດອື່ນຂຶ້ນລາຄານໍາ( ຕົ້ນທຶຶນການຜະລິດສິນຄ້າໃນກຸ່ມດຽວກັນ) ຕໍ່ກັບບັນຫາດັ່ງກ່າວ, ໜ່ວຍງານທີ່ກ່ຽວຂ້ອງກໍ່ຄືພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີໄດ້ລົງຕິດຕາມ ແລະ ຄົ້ນຄ້ວາຊອກຫາສາເຫດຕົ້ນຕໍເພື່ອຄຸ້ມຄອງສິນຄ້າຕາມທ້ອງຕະຫຼາດເປັນຕົ້ນແມ່ນເຄື່ອງອຸປະໂພກ- ບໍລິໂພກເຊີ່ງເປັນສິນຄ້າທີ່ມີຜົນກະທົບໃນຊີວິດປະຈໍາວັນໃຫ້ຢູ່ໃນລາຄາທີ່ສາມາດຄຸ້ມຄອງໄດ້ຕາມເງື່ອນໄຂລວມເສດຖະກິດ ແລະ ກົນໄກການຕະຫຼາດເຮັດໃຫ້ມີຜົນກະທົບໜ້ອຍທີ່ສຸດຕໍ່ກັບຜູ້ອຸປະໂພກ – ບໍລິໂພກ, ໂດຍອີງໃສ່ດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 474 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີສະບັບເລກທີ 29 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.
ທ່ານ ຈັນເພັງ ພັນທຸອາມາດ ວ່າການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີໄດ້ໃຫ້ຮູ້ເຖິງສາເຫດຕົ້ນຕໍລາຄາສິນຄ້າທີ່ມີການເໜັງຕີງເພີ່ມຂື້ນ ແລະ ການຄຸ້ມຄອງສິນຄ້າຕາມທ້ອງຕະຫຼາດໂດຍສະເພາະເຄື່ອງອຸປະໂພກ- ບໍລິໂພກທ່ານຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນລາຄາສິນຄ້າທີ່ມີການເໜັງຕີງເພີ່ມຂື້ນມີຄື: ປະເພດເຂົ້າ, ເຂົ້າເປຶອກໜຽວລາຄາໃໝ່ 4.500 ກີບຕໍ່ກິໂລ, ເຂົ້າເປຶອກຈ້າວ 5.000 ກີບຕໍ່ກິໂລ, ເຂົ້າສານໜຽວລາວ1 ລາຄາ 9.000 ກີບຕໍ່ກິໂລ, ເຂົ້າໜຽວລາວ 2 ລາຄາ 8.000 ກີບຕໍ່ກິໂລ, ສ່ວນລາຄາເຂົ້າສານຈ້າວມະລິ ແລະ ລາຄາສິນຄ້າປະເພດຊີ້ນ, ປາ ແມ່ນລາຄາຍັງທໍ່ເກົ່າ, ສໍາລັບລາຄາໄຂ່ໄກ່ແມ່ນມີການເໜັງຕີງເລັກນ້ອຍຄື: ໄຂ່ໄກ່ແຕະປະເພດ 1 ລາຄາ 28. 000 ກີບ, ໄຂ່ໄກ່ແຕະປະເພດ 2 ລາຄາ 26. 000 ກີບ, ສະເພາະລາຄາສິນຄ້າປະເພດຜັກ, ໝາກໄມ້ມີການເໜັງຕີງຂຶ້ນລົງ ( ຖືກ-ແພງ) ແມ່ນສິນຄ້າຕາມລະດູການ, ລາຄານໍ້າມັນເຊື້ອໄຟແມ່ນສິນຄ້າຍຸດທະສາດລັດຄຸ້ມຄອງ, ການປັບຂື້ນລົງແມ່ນອີງໃສ່ລາຄາຊື້-ຂາຍຂອງຕະຫຼາດໂລກ, ລາຄາສິນຄ້າປະເພດ ເງີນ, ຄໍາ ແມ່ນມີການເພີ່ມຂຶ້ນອີງໃສ່ການຊື້ – ຂາຍ ແລະ ການແຂງຕົວຂອງເງິນຕາຕ່າງປະເທດ
ທີ່ມາ: Media Laos