ພະແນກຄູ້ມຄອງທຸລະກິດບໍລິການຮ້ານອາຫານ ແລະ ບັນເທີງໃຫ້ຮູ້ວ່າ ຈາກໄພນ້ຳຖ້ວມຢູ່ບັນດາ 6 ແຂວງ ພາກກາງ ແລະ ພາກໃຕ້ ທີ່ຜ່ານມາໄດ້ເຮັດໃຫ້ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຫຼາຍແຫ່ງໄດ້ຮັບຜົນກະທົບທາງກົງ ແລະ ທາງອອ້ມ ຫລາຍສົມຄວນ.

 

ທ່ານ ບຸນມາ ເພັດສາວົງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທອ່ງທ່ຽວໄດ້ໃຫ້ສຳພາດຕໍ່ໜັງສືພິມວຽງຈັນທາຍມື້ເຊົ້ານີ້ 19/09/2019 ວ່າ ຈາກການສັງລວມແຕ່ລະແຂວງທີ່ຖືກນຳ້ຖ້ວມ ແຂວງຈຳປາສັກໄດ້ຮັບຜົນກະທົບໜັກຫຼາຍກວ່າໝູ່, ມີແຫຼ່ງທ່ອງທ່ຽວຫຼາຍບ່ອນໄດ້ຮັບຜົນເສຍຫາຍຄື: ຕາດເຍືອງ, ຕາດຟານ, ຕາດອີ່ຕູ, ຕາດຄູ່, ຕາດຈຳປີ ແລະ ຕາດຜາສ້ວມ.

ທ່ານບຸນມາ ໄດ້ກ່າວຕື່ມອີກວ່າ ຜົນເສຍຫາຍຂອງບັນດາສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃນແຕ່ລະແຂວງມີທາງກົງ ແລະ ທາງອ້ອມ ເຊັ່ນ: ທາງກົງແມ່ນເຮັດໃຫ້ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ເປ່ເພ ຈາກລົມພັດແຮງ ແລະ ຈາກນ້ຳໄຫຼຊຸ, ສ່ວນທາງອ້ອມແມ່ນບັນດາ ເສັ້ນທາງ ແລະ ຂົວທີ່ຈະເຂົ້າໄປ ຫາສະຖານທີ່ທ່ອງທ່ຽວຖືກເຊາະຈາກນ້ຳຖ້ວມ. ຈາກການຮວບຮວມຜົນເສຍຫາຍຂອງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຈາກ 6 ແຂວງ ມີຜົນເສຍຫາຍຫຼາຍກວ່າ 5 ຕື້ກີບ. ສະເພາະການຟື້ນຟູ ຈະແມ່ນພາກສ່ວນກ່ຽວຂ້ອງແຕ່ລະແຂວງເປັນຜູ້ຮັບຜິດຊອບ ໂດຍຈະມີທີມງານສະເພາະກິດຂອງກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທອ່ງທ່ຽວລົງຕິດຕາມນຳ.

 

ຂ່າວ: ສົມພາວັນ
ພາບ: ບຸນມາ

Leave a Reply

Your email address will not be published. Required fields are marked *