ໃນວັນທີ 19/09/2019 ເວລາ 10:05ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 0711625 ວ່າມີຜູ້ຖືກຄາດຕະກຳ ຢູ່ບ້ານຄົກວ່າ ແຂວງຫລວງພະບາງ.
ເມື່ອຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງ ອອກກວດສອບເຫດພົບເຫັນຜູ້ເສຍຊີວິດເປັນເພດຍິງ (ຕັ້ງທ້ອງໄດ້ປະມານ 7 ເດືອນ) ເສຍຊີວິດທີ່ເຮືອນຂອງຜູ້ກ່ຽວເອງ.
ເຊິ່ງຕຳຫລວດສັນນິຖານວ່າ: ຖືກຜູ້ເປັນຜົວຄາດຕະກຳ ໂດຍການໃຊ້ຂອງແຂງກະທົບທີ່ຫົວ ແລະ ເສຍຊີວິດຕັ້ງແຕ່ທ່ຽງຄືນຂອງມື້ວານນີ້ 18/09/2019.
ຕາມການບອກເລົ່າລອງປະຊາຊົນວ່າ: ຜູ້ເປັນຜົວໄດ້ພະຍາຍາມກິນຢາເພື່ອຫວັງຂ້າຕົວຕາຍຕາມເມຍແຕ່ບໍ່ເປັນຜົນ ແລະ ຄິດຈະທຳການແຂນຄໍຕາຍ ແຕ່ມີພົນລະເມືອງດີມາເຫັນເຫດການແລ້ວນຳສົ່ງໂຮງຫມໍກ່ອນແລ້ວ. ສ່ວນສາເຫດແຮງຈູງໃຈໃຫ້ກໍ່ເຫດການຄາດຕະກຳຄັ້ງນີ້ຢູ່ໃນຂະບວນການສືບສວນສອບສວນຂອງຕຳຫລວດ.
ດັ່ງນັ້ນ, ທີມງານຫນ່ວຍກູ້ຊີບອົງການກາແດງລາວຫລວງພະບາງຈຶ່ງໄດ້ມ້ຽນຮ່າງຂອງຜູ້ເສຍຊີວິດແລ້ວນໍາສົ່ງໄປທີ່ ໂຮງເຢັນໂຮງຫມໍ ແຂວງຫລວງພະບາງ
ຫນ່ວຍກູ້ຊີບອົງການກາແດງລາວຫລວງພະບາງຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ້ສຸຂະຕິດ້ວຍເທີ້ນນນນນ
#ພົບເຫັນອຸບັດຕິເຫດ-ເຈັບປ່ວຍສຸກເສີນໂທແຈ້ງ: 0711625; 030 9211625
#ບໍລິການຟຣີຕະຫລອດ24ຊົ່ວໂມງ.
.
.