ທ່ານ ຈະ­ເລີນ ເຢຍ​ປາວ​ເຮີ ລັດ­ຖະ­ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂຄ­ສົກ​ລັດ­ຖະ­ບານ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ຜົນ​ກອງ​ປະ­ຊຸມ​ລັດ­ຖະ­ບານ ເພື່ອ​ປຶກ­ສາ​ຫາ­ລື​ການ​ແກ້​ໄຂ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ຢູ່​ທົ່ວ​ປະ­ເທດ ປີ 2019 ໃນ​ວັນ​ທີ 16 ກັນ­ຍາ 2019 ຢູ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ: ໄພ­ພິ­ບັດ​ແຫ່ງ​ຊາດ ສືບ­ຕໍ່​ຊີ້​ນຳ​ຢ່າງ​ໃກ້­ຊິດ​ໃນ​ການ ແກ້​ໄຂ ແລະ ຊ່ວຍ­ເຫຼືອ​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ ນ້ຳ​ຖ້ວມ ທີ່​ຍັງ​ຢູ່​ທີ່​ພັກ­ຊົ່ວ­ຄາວ ໃຫ້​ຮັບ​ປະ​ກັບ​ມີ ເຂົ້າ​ກິນ ນ້ຳ​ດື່ມ-ນ້ຳ​ໃຊ້​ສະ­ອາດ ບໍ່​ໃຫ້​ເກີດ​ພະ­ຍາດ ລະ­ບາດ ແລະ ໃຫ້​ມີ​ຄວາມ​ສະ­ຫງົບ ມີ​ການ­ຈັດ­ຕັ້ງ -ມີ​ຫົວ­ໜ້າ​ຄະ­ນະ​ເພື່ອ​ຊີ້​ນຳ​ຢ່າງ​ໃກ້­ຊິດ ພ້ອມ​ທັງ ໃຫ້​ສືບ­ຕໍ່​ປຸກ­ລະ­ດົມ​ສັງ­ຄົມ​ຊ່ວຍ­ເຫຼືອ​ຜູ້​ທີ່​ໄດ້​ຮັບ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ.

 

ໃຫ້​ສຸມ​ທຸກ​ກຳ­ລັງ​ທຸກ​ພາກ­ສ່ວນ ລວມ​ທັງ​ພາ­ຫະ ນະ (ລົດ​ດັບ​ເພີງ ເຮືອ…) ພ້ອມ​ທັງ​ມີ​ການ­ຈັດ­ຕັ້ງ ຊີ້​ນຳ​ລະ­ອຽດ ເພື່ອ​ຊ່ວຍ­ເຫຼືອ​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ໃນ ການ​ຍົກ­ຍ້າຍ​ຈາກ​ທີ່​ພັກ­ຊົ່ວ­ຄາວ​ກັບ​ຄືນ​ເຮືອນ ຂອງ​ຕົນ ເອົາ​ເຄື່ອງ​ຂອງ​ຊ່ວຍ­ເຫຼືອ​ທີ່​ໄດ້​ຮັບ​ບໍ​ລິ ຈາກ​ໃຫ້​ໄປ​ຮອດ​ໄປ​ເຖິງ​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ ພ້ອມ​ນີ້ ກໍ​ໃຫ້​ແຕ່​ລະ​ຂະ­ແໜງ­ການ ແລະ ທ້ອງ­ຖິ່ນ ສຸມ​ໃສ່​ວຽກ​ງານ​ແກ້​ໄຂ​ໄພ­ພິ­ບັດ​ເປັນ​ຫຼັກ ມີ​ການ ວາງ​ແຜນ ແລະ ມີ​ຜູ້​ຊີ້​ນຳ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ ໃຫ້​ຂະ­ແໜງ­ການ ແລະ ທ້ອງ­ຖິ່ນ​ກະ­ກຽມ ຟື້ນ​ຟູ​ການ​ຜະ­ລິດ​ພາຍ­ຫຼັງ​ນ້ຳ​ຫຼຸດ​ລົງ ເຮັດ​ໃຫ້­ການ ຜະ­ລິດ​ເຂົ້າ​ສູ່​ສະ­ພາບ​ປົກ­ກະ­ຕິ ແນ­ໃສ່​ຮັບ­ປະ­ກັນ ດ້ານ​ສະ­ບຽງ​ອາ­ຫານ ໂດຍ​ສະ­ເພາະ ການ​ຈັດ​ສັນ ແນວ​ພັນ ປັດ​ໄຈ​ການ​ຜະ­ລິດ ພາ­ຫະ­ນະ ແລະ ອື່ນໆ​ໃຫ້​ທັນ​ເວ­ລາ ເອົາ­ໃຈ­ໃສ່​ປັບ­ປຸງ​ພື້ນ­ຖານ​ໂຄງ ລ່າງ ໂດຍ​ສະ­ເພາະ ສ້ອມ­ແປງ​ເສັ້ນ­ທາງ​ໃຫ້​ສາ ມາດ​ໄປ-ມາ​ໄດ້ ສ້ອມ ແປງ​ໂຮງ­ຮຽນ ໂຮງ­ໝໍ ສຸກ ສາ­ລາ​ໃຫ້​ສາ­ມາດ​ເປີດ​ນຳ​ໃຊ້​ໄດ້.

 

ໃຫ້​ກະ­ຊວງ​ການ​ເງິນ ຮີບ​ຮ້ອນ​ຄົ້ນ­ຄວ້າ ແລະ ກະ­ກຽມ​ງົບ­ປະ­ມານ ເພື່ອ​ແກ້​ໄຂ​ໄພ­ພິ­ບັດ​ດັ່ງ­ກ່າວ ດ້ວຍ​ການ​ນຳ​ໃຊ້​ເງິນ​ທີ່​ມີ (ເງິນ​ແຮ ເງິນ​ສະ​ສົມ ເງິນ​ບໍ­ລິ­ຈາກ ແລະ ເງິນ​ກອງ​ທຶນ​ຕ່າງໆ​ຢູ່​ກະ­ຊວງ ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ) ລວມ​ທັງ ຄັງ​ແຮ​ເຂົ້າ ຄັງ​ແຮ​ນ້ຳ­ມັນ ແລະ​ອື່ນໆ ແລ້ວ​ສະ ເໜີ​ລັດ­ຖະ­ບານ​ພິ­ຈາ­ລະ­ນາ​ຕົກ­ລົງ​ໂດຍ​ໄວ ພ້ອມ​ນີ້ ໃຫ້​ປຸກ­ລະ­ດົມ​ທົ່ວ​ສັງ­ຄົມ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ຜູ້ ປະ­ສົບ​ໄພ​ຕື່ມ ໃຫ້​ສູນ​ບັນ­ຊາ​ການ​ແກ້​ໄຂ​ໄພ­ພິ­ບັດ​ຢູ່ ສູນ​ກາງ ແລະ ທ້ອງ­ຖິ່ນ​ມີ​ການ​ປະ­ສານ​ງານ​ກັນ ວ່ອງ­ໄວ ຄ່ອງ​ຕົວ ສາ­ມາດ​ແກ້​ໄຂ​ບັນ­ຫາ​ໄດ້​ທັນ ເວ­ລາ ໃຫ້​ກຳ­ລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ ສືບ­ຕໍ່​ເປັນ​ກຳ­ລັງ​ຕົ້ນ­ຕໍ​ໃນ​ການ​ຊ່ວຍ­ເຫຼືອ​ປະ ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ສຳ­ລັບ​ງົບ­ປະ­ມານ​ໃນ ການ­ເຄື່ອນ­ໄຫວ​ໃຫ້​ຄົ້ນ ຄວ້າ​ຂຶ້ນ​ແຜນ​ສະ­ເໜີ​ລັດ​ຖະ ບານ ເພື່ອ​ພິ­ຈາ­ລະ­ນາ​ຕົກ­ລົງ.

 

ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ອັດ­ຕາ​ແລກ ປ່ຽນ ອັດ­ຕາ​ເງິນ​ເຟີ້ ແລະ ຕ້ອງ​ເຮັດ​ຢ່າງ​ແທດ​ຕົວ ຈິງ ໂດຍ​ມີ​ການ​ລົງ​ຕິດ­ຕາມ​ກວດ­ກາ​ຕົວ​ຈິງ​ຢູ່​ທ້ອງ ຖິ່ນ​ຕ່າງໆ ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ຄົ້ນ­ຄວ້າ​ລະ ອຽດ​ກ່ຽວ​ກັບ​ການ​ຍົກ­ເວັ້ນ​ພາ­ສີ-ອາ­ກອນ ຫຼຸດ​ອັດ ຕາ​ຄ່າ​ໄຟ­ຟ້າ ນະ­ໂຍ­ບາຍ​ດ້ານ​ສິນ​ເຊື່ອ ປັດ​ໄຈ​ການ ຜະ­ລິດ ແລະ​ອື່ນໆ ແລ້ວ​ສະ­ເໜີ​ລັດ­ຖະ­ບານ​ພິ​ຈາ ລະ​ນາ​ຕົກ­ລົງ ໃຫ້​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ ທຳ ແລະ ທ່ອງ​ທ່ຽວ ລົງ​ຕິດ­ຕາມ ແລະ ລາຍ​ງານ ສະ­ພາບ​ຕົວ​ຈິງ​ການ​ແກ້​ໄຂ​ບັນ­ຫາ​ໄພ­ພິ­ບັດ ເພື່ອ​ໃຫ້​ສັງ­ຄົມ​ຮັບ​ຊາບ​ຂໍ້​ມູນ​ທີ່​ຖືກ­ຕ້ອງ ຢ່າງ​ລະ­ອຽດ ຈະ­ແຈ້ງ ແລະ ທັນ​ເວ­ລາ ທັງ​ເປັນ​ການ​ປຸກ­ລະ­ດົມ ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ທົ່ວ​ສັງ­ຄົມ ແລະ ສຶກ​ສາ ອົບ­ຮົມ​ແນວ​ຄິດ-ການ­ເມືອງ​ໃຫ້​ປະ­ຊາ­ຊົນ ພ້ອມ​ນີ້ ກໍ​ໃຫ້​ເອົາ­ໃຈ­ໃສ່​ຕິດ­ຕາມ ແລະ ແກ້​ໄຂ​ການ​ອອກ ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ໃສ່​ຮ້າຍ​ປ້າຍ​ສີ ແລະ ອື່ນໆ​ຂອງ​ບຸກ­ຄົນ ສື່​ອອນ​ລາຍ​ຈຳ­ນວນ​ໜຶ່ງ​ຢ່າງ​ທັນ ເວ­ລາ.

 

ໃຫ້​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ສືບ­ຕໍ່​ຕິດ­ຕາມ ແລະ ແຈ້ງ​ເຕືອນ​ສະ ພາບ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ​ແຕ່​ລະ ວັນ ພ້ອມ​ທັງ​ແນະ­ນຳ ແລະ ໃຫ້​ຄວາມ​ຮູ້​ແກ່​ປະ­ຊາ ຊົນ​ເພື່ອ​ກະ­ກຽມ ແລະ ປ້ອງ​ກັນ ໃຫ້​ຄະ­ນະ​ກຳ​ມະ ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ສົມ­ທົບ​ກັບ​ຂະ­ແໜງ­ການ ແລະ ທ້ອງ­ຖິ່ນ ເພື່ອ ແກ້​ໄຂ​ໄພ­ພິ­ບັດ​ທົ່ວ​ປະ­ເທດ ປີ 2019 ໃຫ້​ກັບ​ຄືນ​ສູ່ ສະ­ພາບ​ປົກ­ກະ­ຕິ​ໂດຍ​ໄວ ສຳ­ລັບ​ຄະ­ນະ​ກຳ­ມະ­ການ ສະ­ເພາະ​ກິດ​ແກ້​ໄຂ​ໄພ­ພິ­ບັດ​ລະ­ດັບ​ຊາດ ໃຫ້​ສຸມ​ໃສ່ ແກ້​ໄຂ​ບັນ­ຫາ​ຜົນ​ກະ­ທົບ​ໄພ­ພິ­ບັດ​ຢູ່​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ສືບ­ຕໍ່​ຮຽກ­ຮ້ອງ​ທຸກ​ພາກ­ສ່ວນ ໃນ​ສັງ­ຄົມ​ໃຫ້​ຮ່ວມ​ແຮງ-ຮ່ວມ​ໃຈ​ກັນ ປຸກ­ລະ­ດົມ ການ​ຊ່ວຍ­ເຫຼືອ​ການ​ຮ່ວມ​ມື​ຈາກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

 

ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ທີ່​ເກີດ​ຂຶ້ນ​ຢູ່​ທົ່ວ​ປະ­ເທດ ນັບ​ແຕ່​ເດືອນ​ມັງ­ກອນ-ກັນ­ຍາ 2019 ໄດ້​ເກີດ​ໄພ​ພິ ບັດ​ນ້ຳ​ຖ້ວມ ລົມ­ພາ­ຍຸ​ພັດ ຟ້າ­ຜ່າ ດິນ​ເຈື່ອນ ໄຟ​ໄໝ້ ແລະ ສັດ­ຕູ​ພືດ​ທຳ­ລາຍ​ຜົນ­ລະ­ປູກ ຢູ່ 13 ແຂວງ ສົ່ງ ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ປະ­ຊາ­ຊົນ 112 ເມືອງ 2.072 ບ້ານ 179.068 ຄອບ­ຄົວ 579.299 ຄົນ ເສຍ​ຊີ­ວິດ 28 ຄົນ ສູນ­ຫາຍ 7 ຄົນ ສະ­ເພາະ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ໃນ​ທ້າຍ​ເດືອນ​ສິງ­ຫາ-ຕົ້ນ​ເດືອນ​ກັນ­ຍາ 2019 ມີ 6 ແຂວງ​ໄດ້​ຮັບ​ຜົນ​ກະ­ທົບ ຄື: ຄຳ​ມ່ວນ ສະ­ຫວັນ​ນະ​ເຂດ ສາ­ລະ​ວັນ ເຊ​ກອງ ຈຳ­ປາ​ສັກ ແລະ ອັດ​ຕະ​ປື ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ປະ­ຊາ­ຊົນ 47 ເມືອງ 1.655 ບ້ານ 169.916 ຄອບ­ຄົວ 546.099 ຄົນ ເສຍ​ຊີ­ວິດ 18 ຄົນ (ແຂວງ​ສະ­ຫວັນ ນະ​ເຂດ 3 ຄົນ ສາ­ລະ​ວັນ 3 ຄົນ ອັດ​ຕະ​ປື 4 ຄົນ ແຂວງ​ຈຳ­ປາ​ສັກ 8 ຄົນ ສູນ­ຫາຍ 1 ຄົນ (ຢູ່ ແຂວງ​ຈຳ­ປາ​ສັກ) ປະ­ຊາ­ຊົນ​ທີ່​ຖືກ​ຍົກ­ຍ້າຍ​ມີ 10.163 ຄອບ­ຄົວ 39.506 ຄົນ.

 

Leave a Reply

Your email address will not be published. Required fields are marked *