ລັດຖະບານໄດ້ນຳເອົາວັດຖຸປັດໄຈທີ່ໄດ້ຮັບບໍລິຈາກ ໆສັງຄົມໂດຍສະເພາະບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາ 6 ແຂວງ ພາກກາງ ແລະ ພາກໃຕ້ ໃນອາທິດທີ່ຜ່ານມາ.
ຄືດັ່ງໃນທ້າຍອາທິດທີ່ຜ່ານມາ, ສຳນັກງານນາຍົກລັດຖະມົນຕີ ໄດ້ນຳເອົາວັດຖຸປັດໄຈ ທີ່ມີມູນຄ່າ ຫຼາຍກ່ວາ 112 ລ້ານກີບ ໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນ ຈຳນວນ 662 ຄອບຄົວ, ໃນ 11 ບ້ານ ຂອງເມືອງເຊໂປນ ແລະ ເມືອງວິລະບູລີ, ແຂວງສະຫວັນນະເຂດ.
ການລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ທ່ານ ປອ. ນ. ສຸວັນເພັງ ບຸບຜານຸວົງ, ລັດຖະມົນຕີປະຈຳສຳນັກງານນາຍົກ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄອບຄົວ, ເພື່ອນມິດສະຫາຍ ແລະ ຍາດຕິພີ່ນ້ອງ ທີ່ໄດ້ບໍລິຈາກຊ່ວຍໃນຄັ້ງນີ້, ໄດ້ໃຫ້ການໂອ້ລົມ ຢື້ຢາມຖາມຂ່າວ ພໍ່ແມ່ປະຊາຊົນ ແລະ ນຳເອົາຄວາມເປັນຫ່ວງເປັນໄຍ ຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ມາຍັງພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງ ປຸກລະດົມກຳລັງໃຈ, ນໍ້າໃຈສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໃນຄັ້ງນີ້.
ໃນນັ້ນ, ໄດ້ເນັ້ນໜັກ ໃຫ້ພ້ອມກັນເອົາໃຈໃສ່ ຈັດຕັ້ງການຜະລິດ ຕາມເງື່ອນໄຂ ແລະ ທ່າແຮງຂອງທ້ອງຖິ່ນ, ບຸກບືນປັບປຸງຊີວິດການເປັນຢູ່ຂອງຄອບຄົວ ໃຫ້ນັບມື້ດີຂຶ້ນເປັນກ້າວໆ. ນອກຈາກນີ້, ຍັງມີຫຼາຍພາກສວ່ນທັງພາກລັດ ແລະ ເອກະຊົນໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປໃຫ້ຜູ້ທີ່ໄດ້ຮັບຜົນກະທົບດ້ວຍຕົນເອງຢ່າງເນື່ອງນິດລຽນຕິດ.
ຂ່າວ: ວຽງຈັນທາຍ
ພາບ: ຫສນຍ