ຈາກເຫດການເດັກເກີດໃຫ່ມຖືກຖິ້ມ ໃນຕອນເຊົ້າຂອງວັນທີ 18/9/2019 ຢູ່ແຄມທາງ ເຂດບ້ານນາຊາຍເຫນືອ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
ເຊິ່ງເປັນເດັກນ້ອຍເປັນເພດຊາຍ ຫລັງຈາກກວດເບິ່ງ ແລະພົບວ່າເດັກຍັງມີຊີວິດ ພົນລະເມືອງດີຈຶ່ງໄດ້ຮີບນຳໂຕສົ່ງໂຮງຫມໍ ແລະປັດຈຸບັນເດັກນ້ອຍປອດໄພແຂງແຮງດີ ແລ້ວກໍ່ມີພົນລະເມືອງດີໄດ້ເອົາໄປລ້ຽງ ເດັກນ້ອຍໄດ້ຊື່ໃຫ່ມວ່າ ທ້າວບຸນມີ ເກີດວັນພຸດ 18 ກັນຍາ 2019 ນ້ຳຫນັກ 1,7 ກິໂລ
ປະຈຸບັນ ມີຄົນຮັບໄປລ້ຽງແລ້ວ…
🙏🏻🙏🏻🙏🏻ໃຫຍ່ສູງເດີ້ບັກຫຼ້າ🥰
ຂໍໃຫ້ໃຫຍ່ສູງເດີທ້າວບຸນມີ🙏🏻🙏🏻🙏🏻