ແຈ້ງການ ການເດີນທາງໄປປະຕິບັດສາສະນະກິດ
17-23/09/2019

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ໄດ້ເດີນທາງໄປປະຕິບັດສາສະນະກິດ/ພາຣະກິດ ຕ່າງປະເທດ ໂດຍຕອບສະໜອງຕາມຄໍານິມົນ/ເຊີນ ຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປາຣີ ປະເທດຝຣັ່ງເສດ ເພື່ອຮ່ວມກອງປະຊຸມແລກປ່ຽນຄວາມຮ່ວມມືເຊິ່ງກັນແລະກັນກັບພຣະສົງໃນຢູໂຣບ.

ໂດຍການຊີ້ນໍາໆພາຂອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ປະທານສູນກາງແນວລາວສ້າງຊາດ
ມອບໝາຍໃຫ້ຄະນະຜູ້ແທນຮ່ວມເດີນທາງປະກອບດ້ວຍ:
1./ ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງຊີ້ນໍາວຽກງານເຜີຍແຜ່ ແລະ ປະຕິບັດກັມມະຖານ,
2./ ພຣະຍອດຄໍາວໍຣະທັມມຸນີ (ປອ. ພວງປະເສີດ ພູມາວົງ) ຄະນະບໍລິຫານງານປະຈໍາການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຜູ້ອໍານວຍການ ວິທະຍາໄລສົງອົງຕື້,
3./ ພຣະຫຼັກຄໍາວິເທດສະຍານນັນທິ (ປອ. ຫົງສາ ບໍຣິບູນ) ຄະນະກໍາມະການສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຮອງຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ ອພສ, ອາຈານສອນປະຈໍາວິທະຍາໄລສົງອົງຕື້,
4./ ທ່ານ ຄະນອງລິດ ສີສົມບູນ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ.

ໄດ້ເມດຕາ ແລະ ເປັນກຽດ ເດີນທາງໄປປະຕິບັດສາສະນະກິດ ທີ່ປະເທດຝຣັ່ງເສດ ໃນລະຫວ່າງວັນທີ 17-23/09/2019
ອອກສົ່ງທີ່ສະໜາມບິນສາກົນວັດໄຕ ໂດຍຫ້ອງການ ກັມມາທິການ ການຕ່າງປະເທດ, ກັມມາທິການເຜີຍແຜ່ ແລະ ປະຕິບັດກັມມະຖານ ສູນກາງ ອພສ ແລະ ຄະນະກົມສາສະໜາສູນກາງແນວລາວສ້າງຊາດ

ມີ ພຣະອາຈານ ສີສຸກ ສະເຫຼີມຄຸນ ແລະ ຍາແມ່ ສຸພາບ ແສງດາຣາ ພ້ອມດ້ວຍຄະນະ ໄດ້ອອກສົ່ງຄະນະຜູ້ແທນ ທີ່ສະໜາມບິນສາກົນວັດໄຕ.
The delegates on behalf of the Central Buddhist Fellowship Organization of Lao PDR and Lao National Front and Construction are going to France to meeting together with Lao Embassy and Lao people in Paris France during 17-23/09/2019
Going seeing delegates off at Wattay International Airport by the committee for Sangha Foreign affair and the Moral propagation insight and meditation of CBFOL.

The delegates are Most Ven. Mahaveth Masenai the Vice President of CBFOL and Most Ven.Dr. Phaungpaserth phoumavong the deputy director general of the committee of Sangha Education of CBFOL ; Ven. Dr. Hongsa Boriboun the Deputy Director General for Sangha Foreign affair of CBFOL ,
Mr. Khanonglith Sisomboun Lao national front and construction
17/09/2019

Leave a Reply

Your email address will not be published. Required fields are marked *