ຜູ້ຕ້ອງຫາຄະດີໂຄສະນາຕ້ານ ສປປ ລາວ ຢູ່ແຂວງຈຳປາສັກ ໄດ້ສາລະ ພາບວ່າ ຜູ້ກ່ຽວໄດ້ມີການເຮັດໂຄສະນາດັ່ງກ່າວແທ້ ແລະ ກໍ່ໄດ້ມີການ ພົວພັນກັບກຸ່ມຄົນບໍ່ດີຢູ່ທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ພັນໂທ ໄພຈິດ ໄຊຍະເດດ ຮອງຫ້ອງຕຳຫຼວດ ປກສ ແຂວງ ຈຳປາສັກ ໄດ້ໃຫ້ສຳພາດກັບນັກຂ່າວ ໜັງສືພິມ ວຽງຈັນທາຍ ໃນຕອນ ບ່າຍຂອງມື້ນີ້ 17/09/2019 ວ່າ: ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ມີການສືບ ສວນ-ສອບສວນ ນາງ ຮວາຍເຮືອງ ໄຊຍະບູລີ (ໝວຍ), ອາຍຸ 30 ປີ ອາຊີບ ຄ້າຂາຍ ຢູ່ ບ້ານ ສະເຫຼົ້າ, ເມືອງໂພນທອງ ແຂວງຈຳປາສັກ ເຊິ່ງຜູ້ກ່ຽວໄດ້ຖືກກັກຕົວ ໃນວັນທີ 12 ກັນຍາ 2019 ທີ່ຜ່ານມານັ້ນ, ນາງໝວຍ ໄດ້ຮັບສາລະພາບຕໍ່ການກະທຳທີ່ຜິດກົດໝາຍ ແລະ ຍັງໄດ້ຂໍ້ມູນທີ່ສຳຄັນຈາກຜູ້ກ່ຽວທີ່ມີການພົວພັນກັບບັນດາກຸ່ມຄົນບໍ່ ດີທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ພັນໂທ ໄພຈິດ ອະທິບາຍວ່າ: ໃນເດືອນມີຖຸນາ ປີ 2018 ນາງ ໝວຍ ໄດ້ມີການຖ່າຍທອດສົດຜ່ານ ເຟສບຸກຂອງຜູ້ກ່ຽວ ແລະ ໄດ້ເວົ້້າໃສ່ຮ້າຍປ້າຍສີຕໍ່ຕ້ານລັດຖະບານລາວ, ສະນັ້ນ ທາງເຈົ້າໜ້າທີ່ ຂອງພວກເຮົາກໍ່ໄດ້ເຊີນຜູ້ກ່ຽວມາຊີ້ແຈງ ແລະ ກ່າວເຕືອນສຶກສາ ອົບຮົມ ບໍ່ໃຫ້ມີພຶດຕິກຳດັ່ງກ່າວອີກ. ຈາກນັ້ນ, ໃນອາທິດຜ່ານມາ ນາງ ໝວຍ ກໍ່ໄດ້ມີການຖ່າຍທອດສົດຕື່ມອີກ, ເຊິ່ງມີເນື້ອໃນລັກສະນະ ຕໍ່ຕ້ານລັດຖະບານ ສປປ ລາວ, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ມີການກັກຕົວ ໃນວັນທີ 12/09/2019 ທີ່ຜ່ານມາ.
ປະຈຸບັນ, ຜູ້ກ່ຽວໄດ້ຖືກກັກຂັງຢູ່ໃນຄຸມຂັງແຂວງຈຳປາສັກ ແລະ ເຈົ້າໜ້າທີ່ກຳລັງດຳເນີນຄະດີຕາມລະບຽບກົດໝາຍຂອງ ສປປ ລາວ ທຸກຂັ້້ນຕອນ.

ທ່ານ ພັນໂທ ໄພຈິດ ໄດ້ກ່າວຕື່ມວ່າ: ເຈົ້າໜ້າທີ່ພວກເຮົາໄດ້ດຳເນີນ ການສືບສວນ-ສອບສວນແລ້ວ ແລະ ກໍ່ໄດ້ດຳ ເນີນການຕາມລະບຽບ ກົດໝາຍທຸກຂັ້ນຕອນ. ທ່ານ ຍັງຢືນຢັນວ່າ ຜູ້ກ່ຽວຍັງຖືກຄຸມຂັງຢູ່ ແຂວງຈຳປາສັກ ຍັງບໍ່ໄດ້ມີການເຄື່ອນຍ້າຍໄປທີ່ອື່ນ ດັ່ງທີ່ຂໍ້ມູນປະ ກົດໃຫ້ເຫັນຢູ່ບາງສື່ໃນສັງຄົມອອນລາຍ, ເຊິ່ງສື່ເຫຼົ່ານັ້ນ ໄດ້ອອກໄປ ແບບບໍ່ມີມູນຄວາມຈິງ ອອກໄປແບບລົມໆແລ້ງ.
ອີງຕາມປະມວນກົດໝາຍອາຍາ ມາດຕາ 117 ການໂຄສະນາຕ້ານ ສປປ ລາວ ໄດ້ລະບຸໄວ້ວ່າ: ບຸກຄົນໃດ ຫາກໄດ້ໂຄສະນາໃສ່ຮ້າຍປ້າຍສີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບິດເບືອນແນວ ທາງຂອງພັກ ແລະ ນະໂຍບາຍ ຂອງລັດ, ປ່າວຂ່າວອະກຸສົນ, ເຮັດໃຫ້ມີຄວາມວຸ້ນວາຍ ດ້ວຍການເວົ້າ, ການຂຽນ, ການພິມ, ໜັງສືພິມ, ຮູບເງົາ, ວີດີໂອ, ຮູບພາບ, ເອກະສານ, ສື່ທາງເອເລັກໂຕຣນິກ ຫຼື ດ້ວຍຮູບການອື່ນ ທີ່ມີເນື້ອໃນຕ້ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເຮັດໃຫ້ອຳນາດແຫ່ງລັດອ່ອນເພຍ ຈະຖືກລົງໂທດ ຕັດອິດສະຫລະພາບແຕ່ 1 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 20,000,000 ກີບ.

ທາງກອງບັນຊາການ ປກສ ແຂວງ ຈຳປາສັກ ຈະມີການຖະແຫຼງຂ່າວ ຄະດີ ນາງ ໝວຍ ຢ່າງເປັນທາງ ການໃນມື້ອື່ນ 18/09/2019 ເວລາ 13 ໂມງ ທີ່ຫ້ອງຕຳຫຼວດ ປກສ ແຂວງຈຳປາສັກ.

ຂ່າວ: ວຽງຈັນທາຍ
ພາບ: ຫ້ອງຕຳຫຼວດ ປກສ ແຂວງຈຳປາສັກ

Leave a Reply

Your email address will not be published. Required fields are marked *