ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນນັກທຸລະ ກິດຍິງ, ສະມາຄົມຈີນ, ບໍລິສັດ ລ້ານຊ້າງມິເນໂຣນສ໌ລີມີເຕັດ, ທຸ​ລະ​ກິດຫ້າງຮ້ານ ແລະພາກ ສ່ວນອື່ນໆໄດ້ມີສ່ວນຮ່ວມຢ່າງ ຫຼວງຫຼາຍໃນການມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນໃນ 5 ບ້ານຂອງຈຸດສຸມເມືອງວັງທີ່ ຂຶ້ນກັບເມືອງວິລະບູລີແຂວງ ສະຫວັນນະເຂດ ເຊິ່ງລວມມີ: ບ້ານປ່າຜັກເນົ່າ, ບ້ານນາ ສະ ເລາະ, ບ້ານເລົ່າຫຼວງ, ບ້ານຂີ້ ຄັ່ງ ແລະບ້ານນາຊູ ໂດຍ ມີ ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງ ວິລະບູລີ ພ້ອມດ້ວຍຄະນະນຳ ຂອງເມືອງກໍ່ຮ່ວມໃນພິທີມອບ ເຄື່ອງຊ່ວຍເຫຼືອຄັ້ງນີ້ດ້ວຍ.

 

ໃນນີ້, ບໍລິສັດລ້ານຊ້າງມິເນ ໂຣນສ໌ ລີມີເຕັດ ມອບເຂົ້າສານ ຈຳນວນ 10 ໂຕນ, ເປັນມູນ ຄ່າ 90 ລ້ານກີບ, ຄະນະ ນຳຂັ້ນແຂວງ ແລະຄອບຄົວ ທ່ານເຈົ້າແຂວງມອບເຂົ້າ ສານ, ນ້ຳດື່ມ, ເກືອ ມູນຄ່າ 44,2 ລ້ານ​ກີບ ບໍລິສັດ SVS ມອບ ເຄື່ອງຊ່ວຍເຫຼືອ 50 ລ້ານກີບ, ບໍລິສັດໂຊກໄຊການຄ້າມອບ 30 ລ້ານກີບ, ສະມາຄົມຈີນ ແຂວງສະຫວັນນະເຂດມອບ ເຂົ້າສານ ແລະນຳ້ດື່ມມູນຄ່າ 5,5 ລ້ານກີບ, ໃນນັ້ນຍັງມີ: ຄອບຄົວການນຳ, ສະມາຄົມ ນັກທຸລະກິດຍິງ, ບໍລິສັດເທບ ໄຊສິນກໍ່ສ້າງ, ບໍລິສັດສະຫວັນ ຣີສອດ, ບໍລິສັດອິນທິຈັກ, ບໍລິ ສັດສະຫວັນວາລີການຄ້າ, ກຸ່ມບໍລິສັດເລດີ້ຈາກວຽງຈັນ, ຄອບຄົວທ່ານສຽວສະຫວາດ ຈຸນລະມົນຕຣີ ປະກອບສ່ວນ ອາຫານແຫ້ງ-ຢາແດງ382 ຊຸດ, ເຂົ້າຈີ່ປາເຕ 300 ກ້ອນ, ເຂົ້າສຸກ-ຊີ້ນແຫ້ງ 100 ຊຸດ, ລວມມູນຄ່າເຄື່ອງທີ່ໄດ້ມອບ ທັງໝົດ 162,96 ລ້ານກີບ ໂດຍແມ່ນປະຊາຊົນໃນແຕ່ ລະຄອບຄົວມາຮັບເຄື່ອງດ້ວຍ ຕົນເອງ.

 

ສະພາບນ້ຳຖ້ວມຢູ່ ເມືອງວິລະບູລີໄດ້ເລີ່ມຕົ້ນໃນ ລະຫວ່າງວັນທີ 30-31 ສິງຫາ ຫາວັນທີ 8 ກັນຍາ 2019 ເຊິ່ງເຮັດໃຫ້ເນື້ອທີ່ການຜະ ລິດ ຂອງປະຊາຊົນຖືກນຳ້ຖ້ວມ 669 ເຮັກຕາ, ມີ 20 ບ້ານ ໄດ້ຮັບຜົນກະທົບ, ມີ 769 ຄົວເຮືອນ ໄດ້ຮັບຜົນເສຍຫາຍ, ພື້ນຖານໂຄງລ່າງຄົມມະນາ ຄົມ ໂດຍສະເພາະແມ່ນເສັ້ນ ທາງໄດ້ຖືກນຳ້ເຊາະເຈື່ອນ 21 ຈຸດ, ໄມ້ຫັກທັບທາງ 1 ຈຸດ, ເສັ້ນທາງເລກ 10 ຖ້ວມ 2 ຈຸດ, ໄຟຟ້າບໍ່ສາມາດນຳໃຊ້ໄດ້ແຕ່ ວັນທີ 6-10 ກັນຍາ 2019. ຜ່ານມາ, ພາກສ່ວນຕ່າງໆພາຍ ໃນແຂວງກໍ່ໄດ້ໃຫ້ການຊ່ວຍ ເຫຼືອແກ້ໄຂຄອບຄົວປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກສະ ພາບໃນຖ້ວມໃນຄັ້ງນີ້.

 

ທີ່ມາ: ນສພ ສະຫວັນນະເຂດ

Leave a Reply

Your email address will not be published. Required fields are marked *