ເຊົ້າວັນທີ 13 ກັນຍານີ້, ຢູ່ທີ່ ໂຮງຮຽນກໍ່ສ້າງນາຍສິບທະ ຫານຊາຍແດນ 712 ໄດ້ຈັດພິທີ ເປີດຮຽນບໍາລຸງໃຫ້ພະນັກງານ ຊຸດທີ I ແລະ ກໍ່ສ້າງນາຍສິບ ຊຸດທີ II ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານ ຊາຍແດນ ກົມໃຫຍ່ເສນທິການ ກອງທັບ, ມີຜູ້ຕາງໜ້າບັນດາກົມ, ຄະນະນຳເມືອງທ່າພະບາດ ແຂວງບໍລິຄໍາໄຊ, ອຳນາດການ ປົກຄອງບ້ານອ້ອມຂ້າງ, ຄະນະ ພັກ-ຄະນະອໍານວຍການໂຮງ ຮຽນທະຫານຊາຍແດນ ພ້ອມ ດ້ວຍພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າ ຮ່ວມ.

 

ສະຫາຍ ພັນໂທ ປອ ຈັນພອນ ທອງສອນຮອງອໍານວຍການໂຮງຮຽນກໍ່ ສ້າງນາຍສິບທະຫານຊາຍແດນ, ຫົວໜ້າພະແນກໂຄສະນາອົບ ຮົມໄດ້ລາຍງານແຜນການສິດ ສອນໃນສົກຮຽນ2019-2020 ວ່າ: ໂຮງຮຽນທະຫານຊາຍແດນ ຈະສຸມໃສ່ກໍ່ສ້າງນາຍສິບ ແລະ ພະນັກງານບໍາລຸງທະຫານຊາຍ ແດນໃຫ້ບັນລຸໄດ້ຕາມຄາດໝາຍ.

 

ສຳລັບ ສົກຮຽນນີ້ມີນັກຮຽນກໍ່ ສ້າງນາຍສິບ ລະບົບ 1 ປີ ຊຸດທີ II ໃຫ້ ໄດ້ຈຳນວນ 134 ສະຫາຍ ແລະ ພະນັກງານບຳລຸງ ຊຸດທີ I ລະບົບ 5 ເດືອນ ຈຳນວນ 50 ສະຫາຍ ທີ່ມາຈາກ 83 ກົມກອງ ແລະ 17 ແຂວງໃນທົ່ວປະເທດ, ເນື້ອ ໃນຫຼັກສູດການຮຽນ-ການສອນ ກໍ່ສ້າງນາຍສິບແມ່ນຈະໄດ້ເລັ່ງ ໃສ່ການອົບຮົມ 3 ໝວດວິຊາຄື: ໝວດວິຊາຄວາມຮູ້ທົ່ວໄປ, ໝວດ ຄວາມຮູ້ພື້ນຖານວິຊາ ສະເພາະ ແລະ ໝວດວິຊາສະເພາະທະຫານ ຊາຍແດນ, ພະນັກງານບຳລຸງ ຊຸດທີ I ຈະໄດ້ອົບຮົມ 6 ພາກວິຊາ ຄື: ພາກການທະຫານ, ການ ເມືອງ, ນິຕິກຳທາງດ້ານກົດໝາຍ, ຍຸດທະວິທີປ້ອງກັນຊາຍແດນ, ຄຸ້ມຄອງປ້ອງກັນຊາຍແດນ ແລະ ສືບຂ່າວຊາຍແດນ, ຈຸດປະສົງ ເພື່ອແນໃສ່ຮັບປະກັນຈັດຕັ້ງປະ ຕິບັດແຜນການກໍ່ສ້າງນາຍສິບໃຫ້ ຕາມໂຄງການຫຼັກສູດກໍສ້າງນາຍ ສິບທະຫານຊາຍແດນລະບົບ 1 ປີຂອງກົມໃຫຍ່ເສນາທິການກອງ ທັບວາງອອກ, ເພື່ອກໍ່ສ້າງປັບ ປຸງທະຫານຊາຍແດນໃຫ້ມີລະ ດັບຄວາມຮູ້, ຄວາມສາມາດທາງ ດ້ານວິຊາສະເພາະ, ມີຄວາມໜັກ ແໜ້ນທາງດ້ານແນວຄິດການ ເມືອງ, ມີຄວາມສາມາດຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ແນໃສ່ເຝິກຝົນຫຼໍ່ຫຼອມຄຸນສົມ ບັດສິນທຳປະຕິວັດ, ແບບແຜນ ວິທີເຮັດວຽກຂອງຜູ້ບັນຊາຂັ້ນໝູ່ ໃຫ້ເປັນລະບົບ ແລະ ມີວິທະຍາ ສາດ,

 

ໃນນັ້ນຄາດໝາຍຂອງການ ຮຽນ-ການສອນສອບເສັງຈົບ ຊັ້ນໃຫ້ໄດ້ 100%, ສ້າງນັກຮຽນ ດີ 60-80%, ສ້າງຜູ້ບັນຊາໝູ່ ເກັ່ງໃຫ້ໄດ້ 80-90% ແລະ ສ້າງ ຄູສອນດີ-ສອນເກັ່ງໃຫ້ໄດ້ 80% ຂຶ້ນໄປ. ໃນໂອກາດນີ້, ສະຫາຍ ພົນ ຈັດຕະວາ ສີພັນ ພຸດທະວົງ ຫົວ ໜ້າກົມທະຫານຊາຍແດນ ກໍໄດ້ ມີຄຳເຫັນເນັ້ນໃຫ້ຄະນະພັກ-ຄະ ນະອຳນວຍການໂຮງຮຽນຈົ່ງ ເປັນເຈົ້າການຊີ້ນໍາ-ນໍາພາປັບປຸງ ກໍ່ສ້າງໂຮງຮຽນທະຫານຊາຍ ແດນ ໂດຍສະເພາະແມ່ນປັບປຸງ ໂຄງການຫຼັກສູດການຮຽນ-ການ ສອນ, ບຳລຸງຍົກລະດັບຖັນແຖວ ພະນັກງານຄູ-ອາຈານເພື່ອຮັບ ປະກັນກໍ່ສ້າງນາຍທະຫານຊາຍ ແດນໃຫ້ມີຄວາມໜັກແໜ້ນ, ຮູ້ໝູນ ໃຊ້ທິດສະດີຫຼັກການເຂົ້າໃນວຽກງານຕົວຈິງຂອງກົມກອງໃຫ້ໄດ້ ຮັບໝາກຜົນດີ, ເສີມຂະຫຍາຍມູນເຊຶ້ອຄວາມສາມັກຄີເປັນປຶກແຜ່ນ, ນຳພາຈັດຕັ້ງເຊື່ອມຊຶມບັນດາມະ ຕິ, ຄໍາສັ່ງຂອງຂັ້ນເທິງ, ກົດໝາຍ ຂອງລັດ,

 

ຂໍ້ກຳນົດກົດລະບຽບ ຂອງກອງທັບ, ພະນັກງານຄູ- ອາຈານ ຕ້ອງເປັນເຈົ້າການຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ດຸໝັ່ນຄົ້ນ ຄວ້າບັນດາເອກະສານຕ່າງໆ ແລະ ປັບປຸງບັນດາເນຶ້ອໃນບົດ ສອນໃຫ້ແຕ່ລະເປົ້າໝາຍໃນສົກ ຮຽນນີ້ ໃຫ້ຮັບປະກັນໄດ້ຄູສອນດີ-ສອນເກັ່ງ, ການສິດສອນຕ້ອງໄດ້ປະສານສົມທົບແໜ້ນລະຫວ່າງ ທິດສະດີກັບພາກປະຕິບັດຕົວຈິງ ໄປພ້ອມໆກັນ, ນັກຮຽນຕ້ອງເອົາ ໃຈໃສ່ຄົ້ນຄວ້າສຶກສາຮໍ່າຮຽນໃຫ້ ກາຍເປັນຮຽນດີ-ຮຽນເກັ່ງ, ກໍາ ແໜ້ນທິດສະດີຫຼັກການເພື່ອນຳ ໄປຈັດຕັ້ງປະຕິບັດຢູ່ກົມກອງໃຫ້ປະກົດຜົນເປັນຈິງ.

ໂດຍ: ບຸນຊ້ອຍ

Leave a Reply

Your email address will not be published. Required fields are marked *