ລັດຖະບານ: ໃນຕອນແລງ ຂອງວັນທີ 17 ກັນຍາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ), ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ.ໃນນີ້ປະກອບມີເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈຳນວນ 3 ຕື້ກີບ, ກ່າວມອບໂດຍທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດ.
ທະນາຄານ ICBC 180.000 ໂດລາ ຫລືປະມານ 1,6ຕື້ກີບ, ກ່າວມອບໂດຍທ່ານ ຊຸ່ນ ເຟີງເລ (MR. Sun Fenglei) ຜູ້ອຳນວຍການທະນາຄານ ICBC ສາຂານະຄອນຫຼວງວຽງຈັນ.
ບໍລິສັດ ໄຟຟ້ານໍ້າເທີນ 2 ຈຳນວນ 1ຕື້ກີບ, ກ່າວມອບໂດຍທ່ານ ໂຟລ້ອງ ເປໂລ້ (MR. Florent Perrot) ຮອງອຳນວຍການ ບໍລິສັດ ໄຟຟ້ານໍ້າເທີນ 2, ຊຶ່ງມີພະນັກງານທີ່ກ່ຽວຂ້ອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນທີ່ນຳເງິນມາມອບ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງສະພາບຜົນກະທົບຈາກໄພນໍ້າຖ້ວມ ໃນປີນີ້ ແມ່ນໜັກໜ່ວງ ແລະ ກວມເອົາພື້ນທີ່ກວ້າງຂວາງ, ສ້າງຄວາມເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ເປັນຈຳນວນຫຼວງຫຼາຍ, ຊຶ່ງລັດຖະບານ ກໍ່ຄືບັນດາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ໃນທົ່ວສັງຄົມ ໄດ້ສຸມໃສ່ ໃຫ້ການຊ່ວຍເຫຼືອ ແກ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ.
ພ້ອມກັນນັ້ນ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ພາກສ່ວນ ທີ່ໄດ້ນຳເອົາເງິນມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ຊຶ່ງຈະຊ່ວຍປະກອບສ່ວນ ເຮັດໃຫ້ປະຊາຊົນມີກຳລັງໃຈ, ແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນໍ້າຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ລັດຖະບານ ຈະນຳເອົາເງິນຈຳນວນດັ່ງກ່າວ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແກ່ຜູ້ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ.
ພາບ-ຂ່າວ: ຫສນຍ