ຫຼາຍພາກສ່ວນຍັງສືບຕໍ່ມອບເງິນຊ່ວຍຈາກເຫຼືອໄພພິບັດນໍ້າຖ້ວມໃຫ້ແຂວງສະຫວັນນະເຂດດັ່ງໃນຕອນເຊົ້າວັນທີ 16 ກັນຍາ 2019 ນີ້ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງສະຫວັນນະເຂດ,

 

ບັນດາພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ນຳເອົາເງິນມາຊ່ວຍເຫຼືອປະຊາຊົນທີໄດ້ຮັບຜົນກະທົບຈາກ ໄພພິບັດນໍ້າຖ້ວມຢູ່ແຂວງສະຫວັນນະເຂດຢ່າງຕໍ່ເນື່ອງເຊິ່ງໃນການຊ່ວຍເຫຼືອຄັ້ງນີ້ກໍ່ມີຕາງໜ້າຈາກທະນາຄານ ST ໄດ້ນໍາເອົາເງິນສົດ ຈໍານວນ 100.000.000 ກີບ ແລະ ຈາກບໍລິສັດ ໄອດ້ຽວ ແຫ່ງຣາຊະອານາຈັກໄທ ເປັນຈໍານວນເງິນ 10.000 ບາດ(ສະກຸນເງິນໄທ) ໂດຍຕາງໜ້າມອບ ຂອງ ທ່ານ ພົງຄໍາຮັກ ແລະ ຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

 

ຈາກນັ້ນທ່ານ ເຈົ້າແຂວງ ກໍ່ໄດ້ມອບໃບຍ້ອງຍໍໃຫ້ກັບຜູ້ປະກອບສ່ວນ ຊ່ວຍເຫຼືອ ໃຫ້ປະປະຊາຊົນ ທີ່ຖືກໄພທຳມະຊາດນໍ້າຖ້ວມ ຄັ້ງນີ້ທີ່ເຫັນຄວາມສຳຄັນໃນການຊ່ວຍເຫຼືອປະຊາຊົນ ພ້ອມທັງກ່າວສະແດງຄວາມຂອບໃຈທີ່ໃຫ້ການຊ່ວຍເຫຼືອມາຕະຫລອດ ແລະ ຫວັງວ່າໃນຕໍ່ໝ້າຈະໄດ້ຮັບການຊ່ວຍເຫຼືອອີກຕໍ່ໄປເລື້ອຍໆ

 

ທີ່ມາແຫລ່ງຂ່າວໂດຍ :ວິລັດດາ ດວງຈັນທາ ”Media Laos News”

 

Leave a Reply

Your email address will not be published. Required fields are marked *