ກອງບັນຊາການທະຫານ ແຂວງຈຳປາສັກໄດຈັດຕັ້ງກຳລັງ ລົງສົມທົບກັບຄະນະກໍາມະການ ຄວບຄຸມ ແລະ ກອບກູ້ໄພພິບັດ ແຂວງ, ອົງການພາກລັດ ແລະ ເອກະຊົນ ກໍຄືພໍ່ແມ່ປະຊາຊົນ ພ້ອມກັນເລັ່ງແກ້ໄຂຟື້ນຟູພື້ນທີ່ໆ ໄດ້ຮັບຜົນກະທົບຈາກເຫດການໄພພິບັດນ້ໍາຖ້ວມຢູ່ແຂວງຈຳປາສັກ ພາຍຫຼັງນໍ້າໄດ້ບົກແຫ້ງລົງ ໂດຍສະເພາະແມ່ນຢູ່ນະຄອນ ປາກ ເຊ ແລະ ເມືອງຊະນະສົມບູນ ເຮັດໃຫ້ພໍ່ແມ່ປະຊາຊົນ ແລະ ພື້ນ ທີ່ການຜະລິດ ໄດ້ຮັບຄວາມເສຍ ຫາຍ ເປັນວົງກ້ວາງ.
ໂດຍເລັ່ງໃສ່ ການຟື້ນຟູ ໂຄງລ່າງພື້ນຖານຄື: ປັບປຸງປົວແປງເຮືອນຊານຂອງ ພໍ່ແມ່ປະຊາຊົນ, ປະກອບສ່ວນ ສ້ອມແປງເສັ້ນທາງທີ່ຖືກຕັດ ຂາດ, ເຄື່ອນຍ້າຍຜູ້ປະສົບໄພ, ລຳລຽງສະບຽງອາຫານ, ໃຫ້ ການ ປິ່ນປົວດ້ານສຸຂະພາບ ແລະ ປ້ອງກັນຄວາມເປັນລະບຽບ ຮຽບຮ້ອຍ ຮັກສາຊັບສິນຂອງພໍ່ແມ່ປະຊາທີ່ຖືກຜົນກະທົບໄວ້ໄດ້ ເປັນສ່ວນຫຼາຍ. ສະຫາຍ ພັນເອກ ບຸນມາກ ວິລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຈໍາປາສັກໃຫ້ຮູ້ວ່າ:
ທົ່ວແຂວງມີ 1 ນະຄອນ, 9 ຕົວເມືອງ ໃນນັ້ນມີ 1 ຕົວເມືອງທີ່ບໍ່ຖືກນໍ້າຖ້ວມຄື ເມືອງປາກຊ່ອງພາກສ່ວນທີ່ໄດ້ ຮັບຜົນ ກະທົບມີ 395 ບ້ານ, 42.187 ຄອບຄົວ, 206.341 ຄົນ, ພາກສ່ວນທີ່ໄດ້ຖືກຍົກຍ້າຍ: ມີຈໍານວນ 98 ບ້ານ, 6.446 ຄອບຄົວ, 40.033 ຄົນ, ໃນນີ້ ຍ້າຍໄປຈຸດພັກຊົ່ວຄາວ 3.935 ຄອບຄົວ, 34.558 ຄົນ, ຍ້າຍ ໄປຢູ່ນໍາພີ່ນ້ອງ 1.876 ຄອບ ຄົວ, 4.535 ຄົນ. ສັດລ້ຽງງົວ 19.039 ໂຕ, ຄວາຍ 9.438 ໂຕ, ໝູ 2.024 ໂຕ, ແບ້ 22.254 ໂຕ, ສັດປີກ 112.463 ໂຕ, ໜອງ ປາ 695 ໜອງ, ປາ 7.113.000 ໂຕ, ເນື້ອທີ່ນາປີທັງໝົດ 107.288 ຮຕ ຖືກນໍ້າຖ້ວມ 34.492 ຮຕ, ເນື້ອທີ່ທໍາການຜະລິດອື່ນໆ 3.017 ຮຕ.
ລະບົບພື້ນຖານໂຄງ ລ່າງ: ເສັ້ນທາງ 104 ເສັ້ນ ມີ ຄວາມຍາວ 28.157 ກມ, ຂົວ 05 ແຫ່ງ, ນ້ໍາປະປາ 96 ບ້ານ, ເສົາໄຟຟ້າ 5 ຕົ້ນ, ນ້ໍາກິນ, ນໍ້າໃຊ້ 96 ບໍ່,ໂຮງຮຽນ 104 ແຫ່ງ, ສຸກສາລາ 16 ແຫ່ງ, ໂຮງໝໍ 02 ແຫ່ງ. ໃນນັ້ນນະຄອນປາກເຊມີ 34 ບ້ານທີ່ຖືກນໍ້າຖ້ວມ, ມີ 5.573 ຄອບຄົວ, ມີຈໍານວນ 32.000 ກວ່າຄົນທີ່ໄດ້ຮັບຜົນກະທົບ. ພາຍຫຼັງນ້ໍາບົກແຫ້ງຄະນະພັກ-ຄະນະບັນຊາພວກເຮົາກໍໄດ້ນໍາ ໃຊ້ກໍາລັງ ຈຳນວນ 350 ສະ ຫາຍ ເຂົ້າຟື້ນຟູສະຖານທີ່ພັກ ເຊົາ ເຊັ່ນ: ບ້ານ, ເຮືອນ ແລະ ສະ ຖານທີ່ບ່ອນອື່ນໆ ພ້ອມທັງປະ ສານສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເລັ່ງຟື້ນຟູບັນດາຂະ ແໜງການທີ່ສຳຄັນເປັນຕົ້ນແມ່ນ ຂະແໜງການກະສິກຳ-ປ່າໄມ້, ຂະແໜງໂຍທາທິການ ແລະ ຂົນ ສົ່ງ, ຂະແໜງການພະລັງງານ ແລະ ບໍ່ແຮ່, ຂະແໜງການສຶກ ສາທິການ ແລະ ກີລາ, ຂະແໜງ ສາທາລະນະສຸກ, ຂະແໜງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຂະແໜງແຮງງານ ແລະ ສະຫວັດດີການ-ສັງຄົມ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ.
ສະຫາຍ ພັນໂທ ບຸນຖອງ ຈີນດາວົງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ຊະນະສົມບູນໃຫ້ຮູ້ຕື່ມວ່າ: ສະ ພາບນໍ້າຖ້ວມຢູ່ເມືອງຊະນະສົມ ບູນປະກອບມີ 3 ຈຸດໃຫຍ່ກວມ 34 ບ້ານ, ມີຈຳນວນ 7.671 ຄອບຄົວ, 36.381 ຄົນ, ຍິງ 17,162 ຄົນ, ເນື້ອທີ່ນາ 10.725,42 ເຮັກຕາ, ເສັ້ນທາງໄດ້ຖືກນ້ໍາຖ້ວມມີ 2 ຈຸດຄື: ຈຸດເຂດທາງແບ່ງສະຜ່າຍ-ບ້ານສີວິໄລ (ຄຸ້ມດອນເພັກ) ແລະ ຈຸດບ້ານນາໃນ-ບ້ານໜອງ ໃຜ່, ໄຟຟ້າ, ນ້ໍາປະປາ, ລະບົບ ການສື່ສານຖືກຕັດຂາດ, ປັດຈຸ ບັນນີ້ລະດັບນ້ໍາຖ້ວມໄດ້ຫຼຸດລົງ ສ່ວນຫຼາຍແລ້ວ, ກໍາລັງປະກອບ ອາວຸດພວກເຮົາ ຈຶ່ງໄດ້ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດກໍາລັງລົງຊ່ວຍເຄື່ອນຍ້າຍ ພໍ່ແມ່ປະຊົນຢູ່ບັນດາສູນພັກສຸກ ເສີນກັບສູ່ພູມລໍາເນົາທັງໝົດ ດ້ວຍຄວາມປອດໄພ ແລະ ຈັດ ຕັ້ງກໍາລັງເຂົ້າຟື້ນຟູເບື້ອງຕົ້ນ ໃນພື້ນທີ່ທີ່ຖືກນ້ໍາຖ້ວມ, ສ້ອມ ແປງບ້ານເຮືອນ ແລະ ຈັດຕັ້ງ ກໍາລັງແພດໝໍລົງປິ່ນປົວ ແລະ ແຈກຢາຍຢາ, ໃຫ້ຄໍາແນະນໍາ ໃນການປ້ອງກັນພະຍາດ, ລະ ດົມທຸກພາກສ່ວນສຸມໃສ່ການອະນາໄມເຮືອນຊານ, ສຳນັກງານ, ຫ້ອງການ, ບັນດາໂຮງຮຽນ, ໂຮງໝໍ ແລະ ອື່ນໆທີ່ຖືກນໍ້າຖ້ວມ, ປັດກວາດທໍາຄວາມສະອາດເພື່ອ ເປັນການຕ້ານ ແລະ ປ້ອງກັນພະ ຍາດຕ່າງໆທີ່ອາດຈະເກີດຂຶ້ນ ພາຍຫຼັງນໍ້າຫຼຸດລົງ.