ໃນວັນທີ 14.09.2019 ທາງຄະນະບໍລິຫານງານມູນນິທິ,ວິຊາການແລະອາສາສະໝັກຈຳນວນ 1 ກໍໄດ້ລົງມອບເຄື່ອງບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມ ຈຳນວນ 3 ບ້ານ ຄື:
1; ບ້ານ ຫາດຄຳດີ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ
2; ບ້ານ ນຳ້ພຸ ເມືອງ ໜອງບົກ ແຂວງ ຄຳມ່ວນ
3; ບ້ານ ຍາງຄຳ ເມືອງ ເຊບັ້ງໄຟ ແຂວງຄຳມ່ວນ
ເຄື່ອງທີ່ມາມອບໃນຄັ້ງນີ້ ມີຈຳນວນ : 387 ກວ່າຖົງ ໃນນັ້ນກໍມີເຄື່ອງ ອຸປະໂພກແລະບໍລິໂພກ …
ສະນັ້ນ , ທີມງານຂອງພວກເຮົາຂໍເປັນກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນທຸກຄົນທີ່ວ່າຖືກປະສົບໄພ ຂໍໃຫ້ມີກຳລັງໃຈຕໍ່ສູ້ໃຫ້ມັນຜ່ານວິກິດນີ້ໄປ
“ເຖິງສາຍນຳ້ຈະເຫືອດແຫ້ງ ແຕ່ເຮົາບໍ່ແຫ້ງແລ້ງນຳ້ໃຈ”
“ໃຈຮອດ❤️ໃຈຄົນລາວບໍ່ຖິ້ມກັນ”
ພວກເຮົາຂໍກາບນອບນ້ອມ🙏🏻 ຂອບໃຈມາຍັງ ຍາຄູ ກອງ ວັດ ມະນີລາດ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ພ້ອມຄະນະສົງພາຍໃນວັດແລະພໍ່ອອກ ທີ່ໄດ້ເສຍສະຫລະເວລາອັນມີຄ່າເພື່ອປະຊາຊົນ ໄດ້ນຳພາທີມງານຂອງພວກເຮົາໄປ 3 ບ້ານນີ້ ຢ່າງໄດ້ຮັບຜົນສຳເລັດໄປດ້ວຍດີ 🙏🏻🙏🏻🙏🏻
ທີມງານຂອງພວກເຮົາ ຂໍໃຫ້ອວຍໄຊໃຫ້ພອນແດ່ ຍາຄູ ກອງ ແລະຄະນະສົງພາຍໃນວັດ ພ້ອມພໍ່ອອກ ທີ່ໄດ້ເສຍສະຫລະເວລານຳພາທີມງານເຮົາໄປ ຈົ່ງມີອາຍຸໝັ້ນຂັວນຍືນ ເປັນທີ່ເພິ່ງທາງສາດສະໜາແລະເປັນຜຸ້ນຳທີ່ດີແກ່ປວງຊົນລາວແລະສາດສະໜາພຸດເຮົາຕໍ່ໆໄປ 🙏🏻🙏🏻🙏🏻
.
.
.
.
.