ໃນວັນທີ 15 ກັນຍາ 2019 ທ່ານ ວໍ້ຊວນກາ ກໍາມະການປະຈໍາພັກແຂວງ,ຫົວໜ້າຄະນະຂົນຂວາຍແຂວງ,ປະທານແນວໂຮມແຫ່ງຊາດ ສສ ຫວຽດນາມ ແຂວງກວາງນາມ ພ້ອມຄະນະໄດ້ນໍາເງິນຈໍານວນ 200 ລ້ານດົ້ງ(ສະກຸນເງິນຫວຽດນາມ )ມາຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຈໍາປາສັກ,
ພິທີມອບ-ຮັບຈັດຂຶ້ນທີ່ສະໂມສອນຫຼັກ 4 ໂດຍມີ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ໃຫ້ກຽດຮັບເອົາການຊ່ວຍເຫລືອ ໂດຍຊ້ອງຫນ້າ ຄະນະກໍາມະການປ້ອງກັນ, ຄວບຄຸມ ແລະຟື້ນຟູ ໄພພິບັດ ແຂວງຈໍາປາສັກ ແລະ ຈາກ ພະແນກການທີ່ກ່ຽວຂ້ອງ.
ເງິນທີໄດ້ຮັບການຊ່ວຍເຫຼືອຈາກແຂວງກວາງນາມ ສສ ຫວຽດນາມໃນຄັ້ງນີ້,ແຂວງຈໍາປາສັກຈະໄດ້ນໍາໄປຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ມີຄວາມຕ້ອງການເຊັ່ນ: ສະບຽງອາຫານ,ເຄື່ອງນຸ່ງຫົ່ມ,ທີ່ຢູ່ອາໃສ ແລະພື່ນຖານໂຄງລ່າງ ແລະອື່ນໆອີກ.
ໂອກາດຕ້ອນຮັບການມາມອບການຊ່ວຍເຫຼືອ,ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈໍາປາສັກ ຍັງໄດ້ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ,ພ້ອມຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນ ຂອງຄະນະແນວໂຮມແຫ່ງຊາດ ຫວຽດນາມ ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໄຍ,ການແບ່ງເບົາຄວາມທຸກໂສກ ບໍ່ວ່າໃນຍາມສົງຄາມ ແລະ ສັນຕິພາບ 2 ຊາດລາວ – ຫວຽດນາມ ກໍຄື 2 ແຂວງຈໍາປາສັກ -ກວາງນາມ ໄດ້ຄຽງບ່າຄຽງໄລ່ຊ່ວຍເຫຼືອເຊິ່ງກັນແລະກັນຕະຫລອດມາ.
ຂ່າວ,ພາບ: ເກດສະໜາ