ຕາມການລາຍງານຈາກ ທ່ານ ບຸນຍູ້ ຈັນທະລັງສີ ຮອງເຈົ້າເມືອງວາປີ ແຂວງສາລະວັນ ເມື່ອບໍ່ດົນນີ້ວ່າ: ໄພພິບັດນ້ຳຖ້ວມ ຄັ້ງນີ້ ໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍຕໍ່ຊັບສິນ, ເນື້ອທີ່ທຳການຜະລິດ, ເຮືອນຊານຂອງປະຊາຊົນ, ພື້ນຖານໂຄງລ່າງເສດຖະກິດ-ວັດທະນະທຳສັງຄົມຂອງເມືອງ ໂດຍສະເພາະແມ່ນເສັ້ນທາງສາຍຕ່າງໆ ພາຍໃນເມືອງໄດ້ຮັບຄວາມເສຍຫາຍ 23 ເສັ້ນ, ຍາວ 142 ກິໂລແມັດ, ຂົວ 3 ແຫ່ງ ມູນຄ່າເສຍຫາຍ 58,99 ຕື້ກວ່າກີບ, ໃນນັ້ນມີເສັ້ນທາງຫຼວງແຫ່ງ 15A ຕ້ອງໄດ້ຟື້ນຟູ 20 ກິໂລແມັດ ແລະ ເສັ້ນທາງອື່ນໆ.

 

ທ່ານຮອງເຈົ້າເມືອງວາປີ ຍັງໃຫ້ຮູ້ອີກວ່າ: ທົ່ວເມືອງວາປີ ມີ 55 ບ້ານ ຖືກນ້ຳຖ້ວມໝົດທຸກບ້ານ, ໃນນັ້ນ ຖ້ວມໜັກ 21 ບ້ານ ກວມເອົາ 3.000 ກວ່າຄອບຄົວ, ເນື້ອທີ່ນາເສຍຫາຍ 12.100 ເຮັກຕາ, ໜອງປາ 1.330 ໜອງ, ສັດລ້ຽງ 10.645 ໂຕ, ໃນນັ້ນມີຄວາຍ 15 ໂຕ, ງົວ 310 ໂຕ, ໝູ 1 ພັນກວ່າໂຕ ແລະ ສັດປີກອີກ 9 ພັນກວ່າໂຕ, ລະບົບຊົນລະປະທານເສຍຫາຍ 3 ໂຄງການ ເປັນຕົ້ນ ອ່າງເກັບນ້ຳເສຍ, ຜ່າຍນ້ຳລົ້ນ, ຈັກສູບນ້ຳດ້ວຍໄຟຟ້າ ມູນຄ່າເສຍຫາຍ 800 ລ້ານກວ່າກີບ, ມີໂຮງຮຽນ 33 ແຫ່ງ ຍັງບໍ່ທັນສາມາດປະເມີນຄວາມເສຍຫາຍໄດ້.

ຕໍ່ກັບບັນຫາດັ່ງກ່າວ ຄະນະຮັບຜິດຊອບທຸກພາກສ່ວນ ໄດ້ສົມທົບກັນສືບຕໍ່ຊ່ວຍເຫລືອບັນເທົາທຸກໃຫ້ຜູ້ປະສົບໄພ, ນຳໃຊ້ກຳລັງ ປກສ-ປກຊ ນຳເອົາອາຫານ, ນ້ຳດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນ ໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຊ່ວຍເຫລືອຈາກອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ, ບໍລິສັດ, ຫ້າງຮ້ານ ຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນລວມຍອດການຊ່ວຍເຫລືອທັງໝົດ 672 ລ້ານກວ່າກີບ, ໃນນັ້ນເງິນສົດ 136 ລ້ານກວ່າກີບ ແລະ ເຄື່ອງອຸປະ ໂພກ-ບໍລິໂພກຕ່າງໆ 500 ລ້ານກວ່າກີບ.

 

ຂ່າວ-ພາບ: ທິດລານີ ໂຄດໂຍທາ

Leave a Reply

Your email address will not be published. Required fields are marked *