ໃນຕອນບ່າຍ ວັນທີ 11 ກັນຍາ 2019, ກະຊວງການຕ່າງ ປະເທດໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປະເມີນການຊ່ວຍເຫຼືອຈາກສາກົນເພື່ອ ຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປຶ, ໂດຍການໃຫ້ ກຽດເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ບັນດາຜູ້ຕາງໜ້າພາກສ່ວນ ຕ່າງໆທີ່ກ່ຽວຂ້ອງຈາກພາກລັດ ເພື່ອພ້ອມກັນປຶກສາຫາລື, ແລກ ປ່ຽນຄຳຄິດເຫັນ ແລະ ຕີລາຄາ ຄືນການຮັບເອົາ ແລະ ນຳໃຊ້ການ ຊ່ວຍເຫຼືອຈາກສາກົນໃນໄລຍະ ຜ່ານມາ, ພ້ອມທັງທົບທວນຄືນ ປະສິດທິຜົນຂອງການປະສານ ງານການຊ່ວຍເຫຼືອຈາກສາກົນ ເພື່ອຟື້ນຟູໄພພິບັດໃຫ້ຖືກຕ້ອງ ຕາມເປົ້າໝາຍ ແລະ ເຂົ້າເຖິງ ປະຊາຊົນທີ່ຖືກຜົນກະທົບຢ່າງ ແທ້ຈິງ. ກອງປະຊຸມ ໄດ້ຮັບຟັງການ ລາຍງານຂອງບັນດາພາກສ່ວນ ຕ່າງໆຈາກພາກລັດກ່ຽວກັບສະ ພາບຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຫດການໄພພິບັດ ໄລຍະ 1 ປີຜ່ານມາ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໂດຍສະເພາະ ການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນ ກໍຄື ການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ ຕ່າງໆ ໃນເຂດທີ່ໄດ້ຮັບຜົນກະທົບ ເຊິ່ງມາຮອດປັດຈຸບັນ ໄດ້ຮັບການ ແກ້ໄຂໂດຍພື້ນຖານ.

 

ປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດໄດ້ຍົກຍ້າຍເຂົ້າພັກເຊົາຢູ່ເຮືອນພັກຊົ່ວ ຄາວທີ່ທາງການໄດ້ຈັດສັນໃຫ້, ໄດ້ຮັບການສະໜອງເຂົ້າກິນ, ເງິນອຸດໜູນ, ການບໍລິການດ້ານ ສາທາລະນະສຸກ ແລະ ອື່ນໆ. ສໍາ ລັບວຽກງານຈຸດສຸມໃນສະເພາະ ໜ້າຈະສືບຕໍ່ການສ້າງເຮືອນຢູ່ ຖາວອນ, ຟື້ນຟູພື້ນຖານໂຄງລ່າງ ແລະ ພື້ນຖານການຜະລິດ ເພື່ອຊຸກຍູ້ປະຊາຊົນຫັນເຂົ້າສູ່ການ ຜະລິດ ແນໃສ່ເລັ່ງລັດປົວແປງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍ ໄວ. ນອກນັ້ນ, ກອງປະຊຸມຍັງໄດ້ ຮັບຟັງການລາຍງານກ່ຽວກັບ ສະພາບການຊ່ວຍເຫຼືອຈາກສາ ກົນ ນັບແຕ່ພາຍຫຼັງທີ່ເກີດເຫດ ໄພພິບັດຈົນຮອດປັດຈຸບັນ ໂດຍ ສະເພາະການຊ່ວຍເຫຼືອຈາກ ບັນດາປະເທດເພື່ອນມິດ, ອົງ ການຈັດຕັ້ງສາກົນ, ຈາກຄົນເຊື້ອ ຊາດລາວທີ່ຢູ່ຕ່າງປະເທດ, ຈາກ ພາກເອກະຊົນ ແລະ ພາກສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ແລະ ມີຄຸນຄ່າເຂົ້າໃນການຟື້ນຟູສະພາບການເປັນຢູ່ຂອງປະຊາ ຊົນທີ່ໄດ້ຮັບຜົນກະທົບຢູ່ເມືອງສະໜາມໄຊ. ກອງປະຊຸມໄດ້ຕີ ລາຄາສູງຕໍ່ການຊ່ວຍເຫຼືອດັ່ງ ກ່າວ ແລະ ສະເໜີໃຫ້ສືບຕໍ່ຍາດ ແຍ່ງການຊ່ວຍເຫຼືອຈາກສາກົນ ສົມທົບກັບງົບປະມານຂອງລັດ ຖະບານ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ສຳເລັດ ແລະ ມີປະສິດທິຜົນສູງ.

 

ມາຮອດປັດຈຸບັນການຊ່ວຍ ເຫຼືອຂອງສາກົນ ເຊິ່ງແຈ້ງຜ່ານ ກະຊວງການຕ່າງປະເທດຈາກ ບັນດາປະເທດເພື່ອນມິດ 54 ປະ ເທດ, ອົງການ ສປຊ ແລະ ອົງ ການເຄືອຂ່າຍ ສປຊ ຈຳນວນ 12 ອົງການ, ອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ 28 ອົງ ການ, ອົງການຈັດຕັ້ງສາກົນທີ່ບໍ່ ສັງກັດລັດຖະບານ ແລະ ມູນນິທິ 38 ອົງການ, ຈາກຄົນເຊື້ອຊາດ ລາວທີ່ຢູ່ຕ່າງປະເທດ 73 ພາກ ສ່ວນ, ຈາກພາກເອກະຊົນ ແລະ ພາກສັງຄົມຈາກຕ່າງປະເທດ 74 ພາກສ່ວນ. ໃນນັ້ນ, ລວມເຄື່ອງຊ່ວຍເຫຼືອທັງໝົດຄິດໄລ່ເປັນມູນ ຄ່າ 10 ລ້ານກວ່າໂດລາສະຫະລັດ ແລະ ເປັນເງິນຊ່ວຍເຫຼືອຈຳນວນ 16 ລ້ານກວ່າໂດລາສະຫະລັດ ໂດຍມອບໃຫ້ຄະນະຄຸ້ມຄອງໄພພິບັດແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດ.

 

ນອກຈາກນີ້, ຍັງມີການຊ່ວຍເຫຼືອໂດຍກົງໃຫ້ແກ່ບັນດາຂະແໜງການກ່ຽວຂ້ອງເພື່ອຈັດ ຕັ້ງປະຕິບັດໂຄງການຟື້ນຟູທັງ ໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຕື່ມອີກ. ທ່ານ ນາງ ຄໍາເພົາ ເອີນທະ ວັນ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນ ດາກະຊວງ, ແຂວງ ແລະ ຂະ ແໜງການທີ່ກ່ຽວຂ້ອງທີ່ໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າໃນການປົວ ແປງຊີວິດການເປັນຢູ່ຂອງປະຊາ ຊົນ ແລະ ຟື້ນຟູພື້ນຖານໂຄງລ່າງ ໃນເຂດໄດ້ຮັບຜົນກະທົບດັ່ງ ກ່າວ.

 

ໂດຍ: ບຸນທະວີ ອິນທະມິດ

Leave a Reply

Your email address will not be published. Required fields are marked *